“ພູມແພ້ນໍ້າອະສຸຈິ” ພະຍາດລັບໆຂອງຜູ້ຍິງ ທີ່ມີຢູ່ຈິງ!

ກິດຈະກຳຮັກເທິງຕຽງນັ້ນເບິ່ງຄືຈະເປັນອົງປະກອບສຳຄັນບໍ່ໜ້ອຍເລີຍໃນຊີວິດຄູ່, ແຕ່ຄວາມຮັກກໍຕ້ອງສະດຸດ ເພາະມີອາການເຈັບແສບ, ຄັນ ຫຼັງມີເພດສຳພັນ ເຮັດໃຫ້ຜູ້ຍິງຮູ້ສຶກບໍ່ຢາກມີເພດສຳພັນຕໍ່ເລີຍ. ຖ້າເປັນແບບນັ້ນສະແດງວ່າ ທ່ານອາດມີໂອກາດສ່ຽງທີ່ຈະເປັນ “ພະຍາດພູມແພ້ນໍ້າອະສຸຈິ” ພະຍາດແປກປະຫຼາດແຕ່ມີຢູ່ຈິງ ເຊິ່ງໃນປັດຈຸບັນມີຜູ້ຍິງຈຳນວນບໍ່ໜ້ອຍທີ່ເປັນພະຍາດນີ້. ຟັງແບບນີ້ແລ້ວອາດຈະສົງໄສກັນແມ່ນບໍ່ວ່າ ພະຍາດນີ້ມັນເປັນແນວໃດ, ມື້ນີ້ເຮົາຈຶ່ງໄດ້ນຳເອົາລາຍລະອຽດຂອງ “ພະຍາດພູມແພ້ນໍ້າອະສຸຈິ” ມາຝາກກັນ ເພື່ອເຮົາຈະໄດ້ຫາແນວທາງໃນການປ້ອງກັນປິ່ນປົວໄດ້ທັນ ເພື່ອຊີວິດຮັກ ແລະ ສຸຂະພາບທີ່ດີຂອງເຮົາ.
ພະຍາດພູມແພ້ນໍ້າອະສຸຈິ ມີແທ້ຫຼືບໍ່?
ອາການແພ້ນໍ້າອະສຸຈິທີ່ຫຼາຍໆຄົນອາດຈະເຄີຍໄດ້ຍິນກັນມາແລ້ວກໍພາກັນສົງໄສວ່າມັນມີແທ້ຫຼືບໍ່? ຂໍຕອບເລີຍວ່າມີ ແລະ ມັນເກີດຈາກການແພ້ໂປຣຕີນທີ່ຢູ່ໃນນໍ້າອະສຸຈິ. ຈາກສະຖິຕິຍັງພົບວ່າມີຈຳນວນຜູ້ຍິງທີ່ແພ້ນໍ້າອະສຸຈິສູງເຖິງ 20,000-40,000 ຄົນກັນເລີຍ ເພາະເມື່ອເກີດອາການແພ້ແລ້ວຈະເຮັດໃຫ້ບໍ່ຢາກຮ່ວມເພດອີກເລີຍ. ອາການແພ້ນໍ້າອະສຸຈິ ເກີດຈາກຮ່າງກາຍເກີດການຕໍ່ຕານ ຄືກັບອາການແພ້ອາຫານທະເລ ແລະ ອື່ນໆ ເຮັດໃຫ້ສະແດງອາການແພ້ຂຶ້ນ ໂດຍອາການແພ້ຈະບໍ່ສາມາດສະແດງໄດ້ທຸກບ່ອນທີ່ມີການສຳຜັດກັບນໍ້າອະສຸຈິຂອງຄົນທີ່ມີອາການແພ້ ເຊັ່ນ ຜິວໜັງ, ຊ່ອງຄອດ, ປາກ ແລະ ອື່ນໆ.
5 ສັນຍານເຕືອນວ່າທ່ານສ່ຽງເປັນ ພະຍາດພູມແພ້ນໍ້າອະສຸຈິ
- ມີອາການແສບຄັນບໍລິເວນຊ່ອງຄອດຫຼັງມີເພດສຳພັນ
- ຫຼັງມີເພດສຳພັນ ພົບວ່າຕົນເອງມີຕຸ່ມແດງຂຶ້ນທົ່ວຮ່າງກາຍ
- ຮູ້ສຶກວິນຫົວປວດຮາກ ຫຼັງຈາກມີເພດສຳພັນ
- ມີອາການບວມແດງບໍລິເວນອະໄວຍະວະເພດ ຫຼັງຈາກມີເພດສຳພັນ 10-20 ນາທີ
- ຮູ້ສຶກຫາຍໃຈຫອບ, ຕິດຂັດ, ຫາຍໃຈບໍ່ອອກຫຼັງຈາກມີເພດສຳພັນ
ສາເຫດຂອງການເກີດພະຍາດພູມແພ້ອະສຸຈິ
ເກີດຈາກການແພ້ໂປຣຕີນທີ່ຢູ່ໃນນໍ້າອະສຸຈິ ໂດຍອາການຈະເກີດຫຼັງຈາກມີເພດສຳພັນ 2-3 ນາທີ ເຊິ່ງຜູ້ທີ່ແພ້ຈະມີອາການແສບຄັນບໍລິເວນຊ່ອງຄອດ ຫຼືມີຕຸ່ມແດງຂຶ້ນທົ່ວຮ່າງກາຍໃນບາງຄົນທີ່ມີອາການແພ້ແຮງ ອາດສົ່ງຜົນຕໍ່ລະບົບທາງເດີນຫາຍໃຈໄດ້ອີກດ້ວຍ. ໃນກໍລະນີປ່ຽນຄູ່ນອນກໍມີຜົນຕໍ່ອາການແພ້ເຊັ່ນກັນ ເພາະໃນນໍ້າອະສຸຈິຂອງແຕ່ລະຄົນມີສານແອນຕິເຈນທີ່ໄປກະຕຸ້ນພູມຄຸ້ມກັນຂອງຜູ້ທີ່ໄດ້ຮັບແຕກຕ່າງກັນ. ດັ່ງນັ້ນ ບາງຄັ້ງການມີເພດສຳພັນກັບຄົນໜຶ່ງອາດເກີດອາການແພ້ ໃນຂະນະທີ່ມີເພດສຳພັນກັບອີກຄົນໜຶ່ງອາດຈະບໍ່ເກີດອາການແພ້ກໍໄດ້. ໃນຜູ້ຊາຍກໍສາມາດແພ້ນໍ້າອະສຸຈິຕົນເອງໄດ້ເຊັ່ນກັນ ເຊິ່ງອາການຈະເກີດຂຶ້ນເມື່ອມີການຫຼັ່ງນໍ້າອະສຸຈິຜ່ານບໍລິເວນທໍ່ຍ່ຽວ ໂດຍອາການຂອງຜູ້ຊາຍທີ່ແພ້ນໍ້າອະສຸຈິຈະມີອາການປວດເມື່ອຍ, ເປັນຫວັດ, ມີຂີ້ມູກ, ໄຂ້ຂຶ້ນ ເປັນຕົ້ນ.
ວິທີການປ້ອງກັນພະຍາດພູມແພ້ອະສຸຈິ
- ໃຫ້ຄູ່ຮັກຂອງທ່ານໃສ່ຖົງຢາງອະນາໄມ (ປ້ອງກັນການແພ້ໃນຜູ້ຍິງ)
- ໃຊ້ວິທີການຫຼັ່ງນອກ
- ໃສ່ຖົງຢາງອະນາໄມສຳລັບຜູ້ຍິງ
- ສັງເກດວ່າອາການແພ້ເຫຼົ່ານັ້ນເກີດຈາກການໃຊ້ຖົງຢາງອະນາໄມຫຼືບໍ່ ເພາະໃນບາງຄົນອາດຈະແພ້ໂປຣຕີນ ຫຼື ສານຫຼໍ່ລື້ນ ວິທີນີ້ແກ້ໄຂໄດ້ດ້ວຍການປ່ຽນຊະນິດຂອງຖົງຢາງອະນາໄມ.
ຫາກຜູ້ຍິງທ່ານໃດມີອາການແບບຂ້າງຕົ້ນທີ່ກ່າວມາ ຫຼືບໍ່ແນ່ໃຈວ່າຕົນເອງກໍາລັງສ່ຽງເປັນພະຍາດແພ້ນໍ້າອະສຸຈິ ແນະນຳໃຫ້ໄປພົບແພດຜູ້ຊ່ຽວຊານເພື່ອເຮັດການບົ່ງມະຕິພະຍາດ ແລະ ປິ່ນປົວ ເພື່ອສຸຂະພາບອະນາໄມທີ່ດີຂອງໂຕທ່ານເອງ.
ຂໍຂອບໃຈ
ຂໍ້ມູນ : Sanook