ຈີນຢໍ້າ "ຈົງໃຈແພ່ໄວຣັດ-ກັກຕຸນສິນຄ້າ-ຂາຍເກັງກຳໄລ-ຊື້ສັດປ່າ-ທຳຮ້າຍເຈົ້າໜ້າທີ່" ຈະຖືກໂທດໜັກ

ປັກກິ່ງ, 10 ກຸມພາ 2020 (ຊິນຫົວ) — ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ, ກະຊວງຄວາມໝັ້ນຄົງສາທາລະນະ ແລະ ກະຊວງຍຸຕິທຳຂອງ ສປ ຈີນ ຮ່ວມກັນອອກແນວທາງປະຕິບັດເມື່ອວັນຈັນ (10 ກຸມພາ) ລະບຸວ່າ ຈີນໃຫ້ຄຳໝັ້ນສັນຍາເສີມສ້າງການປາບປາມອາຊະຍາກຳທີ່ກ່ຽວຂ້ອງກັບພະຍາດອັກເສບປອດຈາກໄວຣັດໂຄໂຣນາສາຍພັນໃໝ່ (NCP) ຫຼື ໂຄວິດ-19 ເພື່ອປົກປ້ອງຊີວິດຄວາມເປັນຢູ່ ແລະ ສຸຂະພາບຂອງປະຊາຊົນ.
ແນວທາງປະຕິບັດດັ່ງກ່າວກຳນົດໃຫ້ການກະທຳຫຼາຍປະການທີ່ເປັນອັນຕະລາຍຕໍ່ການປ້ອງກັນ ແລະ ຄວບຄຸມພະຍາດລະບາດເປັນການກະທຳທີ່ຜິດກົດໝາຍ.
ການເຈດຕະນາແພ່ໄວຣັດ ຈະຕ້ອງໂທດດ້ວຍຖານຄວາມຜິດກໍ່ອາຊະຍາກຳອັນເປັນອັນຕະລາຍຕໍ່ຄວາມປອດໄພສາທາລະນະດ້ວຍວິທີທີ່ເປັນອັນຕະລາຍ ຊຶ່ງກວມເອົາທັງຜູ້ປ່ວຍຈາກໄວຣັດ ທີ່ໄດ້ຮັບການຢັ້ງຢືນແລະ ສົງໄສ ທີ່ບໍ່ຍອມແຍກຕົວປິ່ນປົວ ແຕ່ຊໍ້າພັດໂດຍສານຂົນສົ່ງສາທາລະນະ ຫຼື ເດີນທາງໄປໃນສະຖານທີ່ຊຸມຊົນເພື່ອແພ່ໄວຣັດ.
ແນວທາງປະຕິບັດຢ້ຳວ່າ ຄວນມີການດຳເນີນການຢ່າງຈິງຈັງເພື່ອລົງໂທດກໍລະນີກັກຕຸນອຸປະກອນປ້ອງກັນ ເຊັ່ນ: ໜ້າກາກອະນາໄມ ແລະ ແວ່ນຕາປ້ອງກັນ ແລະ ກໍລະນີຈົງໃຈຂຶ້ນລາຄາລະຫວ່າງການປ້ອງກັນແລະ ຄວບຄຸມການແພ່ລະບາດ ລວມທັງການຂູດຮີດກຳໄລຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຕະຫຼາດຢ່າງຮຸນແຮງໃນໄລຍະທີ່ໄວຣັດແພ່ລະບາດ. ການກະທຳເຫຼົ່ານີ້ຈະຖືກລົງໂທດດ້ວຍຖານຄວາມຜິດດຳເນີນກິດຈະການໂດຍບໍ່ຖືກຕ້ອງ.
ນອກຈາກນັ້ນ ການຊື້ສັດປ່າໃກ້ສູນພັນຊຶ່ງຢູ່ພາຍໃຕ້ການຄຸ້ມຄອງພິເສດຂອງລັດ ລວມທັງການຊື້ຜະລິດຕະພັນຈາກສັດດັ່ງກ່າວເພື່ອການບໍລິໂພກ ຫຼື ເພື່ອວັດຖຸປະສົງອື່ນໃດໂດຍບໍ່ຖືກຕ້ອງ ຈະຖືກລົງໂທດດ້ວຍຖານຄວາມຜິດຊື້ສັດປ່າ ແລະ ຜະລິດຕະພັນຈາກສັດປ່າໃກ້ສູນພັນ ແລະ ຊົງຄຸນຄ່າໂດຍບໍ່ຖືກຕ້ອງ.
ແນວທາງດັ່ງກ່າວ ຍັງລະບຸເຖິງການກະທຳທີ່ຜິດກົດໝາຍອື່ນໆອີກດ້ວຍ ເຊັ່ນ: ການໃຊ້ອຳນາດໃນທາງບໍ່ຖືກຕ້ອງ ແລະ ການເມີນເສີຍຕໍ່ໜ້າທີ່ໃນການຕ້ານການແພ່ລະບາດຂອງໄວຣັດ, ຄວາມຮຸນແຮງຕໍ່ບຸກຄະລາກອນທາງການແພດ ລວມທັງການສ້າງຂ່າວ ແລະ ກະຈາຍຂ່າວປອມກ່ຽວກັບໄວຣັດ.
ຂໍຂອບໃຈ
ຂໍ້ມູນ : China Xinhua News