ນາງສາວນະຄອນຫຼວງວຽງຈັນ 2020: ເຈົ້າຄິດວ່າໃຜຈະໄດ້ໄປຕໍ່ໃນຮອບ 20 ຄົນສຸດທ້າຍ?

ເວທີປະກວດນາງສາວນະຄອນຫຼວງວຽງຈັນ 2020 ກຳລັງເລີ່ມເຂັ້ມຂຸ້ນຂຶ້ນເລື້ອຍໆ ຫຼ້າສຸດກໍໄດ້ປະກາດ 30 ຄົນສຸດທ້າຍເມື່ອວັນ 8 ກຸມພາ 2020 ທີ່ຜ່ານມາ ເພື່ອຄັດເລືອກໃຫ້ເຫຼືອ 20 ຄົນສຸດທ້າຍໃນຮອບຕໍ່ໄປເຊິ່ງຈະມີຂຶ້ນໃນວັນທີ 15 ກຸມພານີ້ ໂດຍການໂຫວດຜ່ານທາງເຟສບຸກທາງການຂອງ Miss Vientiane ນາງສາວ ນະຄອນຫຼວງວຽງຈັນ.
ທັງນີ້ ທາງ muan.la ກໍໄດ້ເປີດລະບົບໂຫວດ ເພື່ອຮ່ວມສຳຫຼວດຄວາມຄິດເຫັນຂອງມວນຊົນວ່າ "ເຈົ້າຄິດວ່າໃຜຈະໄດ້ໄປຕໍ່ໃນຮອບ 20 ຄົນສຸດທ້າຍ?" ໃນການປະກວດ ນາງສາວນະຄອນຫຼວງວຽງຈັນ ປະຈຳປີນີ້.
ໝາຍເຫດ: ຜົນໂຫວດຈາກລະບົບຂອງພວກເຮົາບໍ່ມີຜົນຕໍ່ກັບການຜ່ານເຂົ້າຮອບ 20 ຄົນສຸດທ້າຍຂອງການປະກວດ ເປັນພຽງການສຳຫຼວດຄວາມຄິດເຫັນຂອງມວນຊົນເທົ່ານັ້ນ.
ການໂຫວດໃຫ້ຄະແນນເພື່ອໃຫ້ຜູ້ເຂົ້າປະກວດໄດ້ຜ່ານເຂົ້າຮອບຕໍ່ໄປຢ່າງເປັນທາງການ ສາມາດໂຫວດໄດ້ຜ່ານເຟສບຸກທາງການຂອງກອງປະກວດທີ່: Miss Vientiane ນາງສາວ ນະຄອນຫຼວງວຽງຈັນ
ຂໍຂອບໃຈ