ຄົນຮັກເກົ່າທີ່ເຂົາບໍ່ລືມ! ບົດບາດໃໝ່ຂອງ "ໝີພູ ພິຣັນຍາ" ໃນເພງ "ພາບເຄື່ອນໄຫວ"

ເວົ້າໄດ້ວ່າ ຜົນໂຕເອງມາສູ່ສາຍສະແດງເອັມວີຢ່າງເຕັມໂຕສຳລັບ "ໝີພູ ພິຣັນຍາ" ກັບບົດບາດໃໝ່ຫຼ້າສຸດ ໃນບົດຂອງຄົນຮັກເກົ່າທີ່ເຂົາຍັງບໍ່ທັນລືມ ໃນຜົນງານເພງ "ພາບເຄື່ອນໄຫວ" ຂອງ ຕ່າຍ ອາກາດ ft. ໂອລ້າ Black Eyes.
ຫຼາຍຄົນຍັງຈື່ຈຳກັບບົດບາດຂອງສາວຄົນນີ້ໃນຜົນງານເພງ "ຢາກກັບໄປວັນນັ້ນ" ຂອງໜຸ່ມ ວິນລີ້ ວິໄລວັນ ທີ່ເຮັດເປັນການເປີດໂຕໃຫ້ຄົນທົ່ວໄປຮູ້ຈັກສາວຄົນນີ້ໃນຖານະນັກສະແດງ ຈາກກ່ອນເດີມທີ່ເປັນນາງງາມເຈົ້າຂອງມຸງກຸດ Miss Global Laos.
ສ່ວນໃນຜົນງານເພງ ພາບເຄື່ອນໄຫວ ນີ້, ກໍຍັງເປັນເລື່ອງລາວຂອງຄວາມຮັກທີ່ເຕັມໄປດ້ວຍອາລົມຂອງຄວາມອາໄລອາວອນກັບເລື່ອງລາວໃນອະດີດ ແລະ ໝີພູເອງ ກໍໄດ້ຮັບບົດແຟນເກົ່າທີ່ພະເອກເອັມວີຢ່າງ ໜຸ່ມ ກ່າ - ບຸນພິທັກ ພູນຜົນ ຍັງບໍ່ສາມາດລືມໄດ້.
ໄປຊົມການສະແດງຂອງສາວຄົນນີ້ໃນເອັມວີເພງດັ່ງກ່າວໄດ້ພ້ອມກັນທີ່ YouTube Channel: TAIY AKARD
>> "ຕ່າຍ ອາກາດ" ຖ່າຍທອດຄວາມຮູ້ສຶກຂອງຄົນທີ່ລືມຮັກເກົ່າບໍ່ໄດ້ ຜ່ານເພງໃໝ່ຫຼ້າສຸດ "ພາບເຄື່ອນໄຫວ"
ຂໍຂອບໃຈ
ພາບ : IG: meepooh_tpv