ຄວາມຫວັງປະຊາຊົນລາວຈະໄດ້ນັ່ງລົດຈາກລາວອອກສູ່ອາຊຽນ ແລະ ເອີລົບສົດໃສ ພາຍຫລັງລົງເຈາະອຸມົງເສັ້ນທາງລົດໄຟລາວ

ໂອກາດປະຊາຊົນລາວຈະໄດ້ນັ່ງລົດໄຟຈາກປະເທດຂອງຕົນອອກສູ່ອາຊຽນ ແລະ ເອີລົບສົດໃສຂຶ້ນນັບມື້ ເມື່ອເຈົ້າໜ້າທີ່ວິຊາສະເພາະ ແລະ ກໍາມະກອນຈໍານວນຫລາຍຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໄດ້ລົງມືເຈາະອຸມົງເສັ້ນທາງລົດໄຟລອດຢ່າງເປັນທາງການແລ້ວໃນເດືອນນີ້ຢູ່ເຂດບໍ່ເຕັນ ເມືອງຫລວງນໍ້າທາ.
ທ່ານ ຈັນທະຈອນ ແກ້ວລະຄອນ ຫົວໜ້າຄະນະປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນປະຈໍາແຂວງຫລວງນໍ້າທາໄດ້ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວໃນວັນທີ 15 ມີນາ 2017 ນີ້ວ່າ: ພາຍຫລັງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໄດ້ວາງສີລາເລີກລົງມືກໍ່ສ້າງໃນທ້າຍປີ 2016 ຜ່ານມາຢູ່ແຂວງຫລວງພະບາງເຫັນວ່າປັດຈຸບັນນີ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄລຍະທີ 1 ມີຄວາມຄືບໜ້າໄວເກີນຄາດໂດຍນັກວິຊາການ ແລະ ກໍາມະກອນສອງຝ່າຍປະມານ 300 ກວ່າຄົນໄດ້ລົງມືເຈາະອຸບມົງເສັ້ນທາງລົດໄຟລອດຢ່າງເຄັ່ງຮ້ອນ ເຊິ່ງໂຄງການໄລຍະທີ 1 ນີ້ແມ່ນເລີ່ມຈາກເຂດບໍ່ເຕັນ ແຂວງຫລວງນໍ້າທາ ຫາ ເມືອງນາໝໍ້ ແຂວງອຸດົມໄຊ ເຊິ່ງມີຄວາມຍາວ 50 ກວ່າກິໂລແມັດ ໃນນັ້ນຜ່ານແຂວງຫລວງນໍ້າທາ 16 ກວ່າກິໂລແມັດ,ມີ 2 ສະຖານີຄື: ສະຖານີບໍ່ເຕັນເປັນສະຖານີນ້ອຍສໍາລັບກວດເຂົ້າ-ອອກເມືອງ ແລະ ສະຖານີນາເຕີຍເປັນສະຖານີໃຫຍ່ສໍາລັບຄຽນຖ່າຍສີນຄ້າ, ມີຂົວ 7 ແຫ່ງຍາວ 4.000 ແມັດ, ອຸບມົງ 3 ແຫ່ງຍາວ 10.000 ແມັດ( ອຸບມົງມິດຕະພາບລາວ-ຈີນຍາວ 2.000 ແມັດ, ອຸບມົງບໍ່ເຕັນຍາວ 6.000 ແມັດ, ອຸບມົງຕີນຕົກ 1.000 ແມັດ).
ແນວໃດກໍດີ ທ່ານ ຫົວໜ້າຄະນະປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນປະຈໍາແຂວງຫລວງຍັງຊີ້ແຈງວ່າ: ການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນນັ້ນແມ່ນດໍາເນີນຄວບຄູ່ກັນໄປກັບຫລາຍວຽກປິ່ນອອ້ມ ເຊິ່ງປະຈຸບັນນີ້ການກໍ່ສ້າງເຮືອນພັກພະນັກງານ-ກໍາມະກອນສໍາເລັດ 60%, ວຽກເກັບກູ້ລະເບີດສໍາເລັດ 12 ກວ່າກິໂລແມັດ, ການໄກເກ່ຍແກ້ໄຂຜົນກະທົບ ແລະ ສິ່ງກີດຂວາງອອກຈາກແລວທາງລົດໄຟແມ່ນມີຄວາມຄືບໜ້າພໍສົມຄວນ.
ສ່ວນປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວກໍໄດ້ສະເໜີ 4 ບັນຫາຄື: 1.ຂໍໃຫ້ຊົດເຊີຍຕາມຄວາມເໝາະສົມ, ສາມາດໄປສ້າງທີ່ຢູ່ອາໃສໃໝ່ໃຫ້ດີກວ່າເກົ່າ ຫລື ເທົ່າເດີມ; 2.ສະເໜີຈັດສັນທີ່ຢູ່ອາໃສບ່ອນໃໝ່ເປັນທີ່ຮຽບຮ້ອຍແລ້ວຈິ່ງຄ່ອຍໃຫ້ດໍາເນີນການກໍ່ສ້າງ, 3. ສະເໜີພາກລັດໃຫ້ກໍານົດລາຄາຫົວໜ່ວຍຊົດເຊີຍໂດຍໄວເພື່ອສະດວກໄກເກ່ຍ ແລະ 4. ຂະເໜີຄ່າຊົດເຊີຍການຍົກຍ້າຍບ້ານ ນອກຈາກເປັນເງິນສົດແລ້ວຍັງຮູບແບບນະໂຍບາຍອື່ນໆອີກບໍເປັນຕົ້ນ ຈັດສັນ ແລະ ປຸກເຮືອນໃຫ້ຄືກັບໂຄງການເຂື່ອນໄຟຟ້ານໍ້າທາ 1.
ເສັ້ນທາງລົດໄຟ ລາວ-ຈີນ ມີຄວາມຍາວທັງໝົດ 417 ກິໂລແມັດ, ມູນຄ່າການກໍ່ສ້າງປະມານ 6,8 ຕື້ໂດລາ ແລະ ຄາດວ່າຈະສໍາເລັດພາຍໃນປີ 2020.
ຂໍຂອບໃຈ
ຂໍ້ມູນ : ປະເທດລາວ Pathedlao