ຮູ້ຈັກແພດສາວຊາວຈີນ ຜູ້ປະຕິບັດພາລະກິດປິ່ນປົວຄົນເຈັບໄວຣັດ ພ້ອມທັງເປັນນັກເພາະກາຍຍິງຊື່ດັງ

ແພດສາວຊາວຈີນ ເຊິ່ງເປັນນັກເພາະກາຍພ້ອມ ກ່າວວ່າ "ຂ້ອຍຕ້ອງຢູ່ໃນແຖວໜ້າ ເພື່ອຕໍ່ສູ້ຕ້ານການແພ່ລະບາດຂອງໄວຣັດໂຄໂຣນາ".
Yuan Herong ແພດຍິງຜູ້ຊ່ຽວຊານດ້ານຢາພື້ນເມືອງຈີນ ໄວ 30 ປີ ເປັນຜູ້ໜຶ່ງເຊິ່ງປະຕິບັດໜ້າທີ່ຢູ່ແຖວໜ້າ ໃນການຕ້ານການລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ ຢູ່ນະຄອນຊິງເຕົ່າ ແຂວງຊານຕົງ ສປ ຈີນ.
ນອກຈາກຈະເປັນແພດແລ້ວ Yuan ຍັງເປັນນັກເພາະກາຍທີ່ຄວ້າຫຼຽນໃນການແຂ່ງຂັນຫຼາຍລາຍການມາແລ້ວ. ດ້ວຍໃບໜ້າທີ່ໜ້າຮັກຄືກັບຕຸກກະຕາ ແຕ່ມີຮ່າງກາຍທີ່ເຕັມໄປດ້ວຍກ້າມເນື້ອໃຫຍ່ໂຕ ຈຶ່ງເຮັດໃຫ້ສາວຈີນຄົນນີ້ກາຍເປັນທີ່ຈື່ຈຳ ແລະ ມີຊື່ສຽງຂຶ້ນມາ ໂດຍບັນຊີອິນສະຕາແກຣມຂອງນາງ ມີຜູ້ຕິດຕາມຫຼາຍກວ່າ 360,000 ຄົນ.
ໃນພາລະກິດຕ້ານໄວຣັດໂຄໂຣນາ, Yuan ກໍເປັນໜຶ່ງໃນແພດທີ່ປະຕິບັດໜ້າທີ່ຢ່າງແຂງຂັນໃນການປິ່ນປົວຮັກສາຄົນເຈັບຈາກພະຍາດອັກເສບປອດຈາກໄວຣັດໂຄໂຣນາສາຍພັນໃໝ່ ໂດຍປະຈຳຢູ່ທີ່ພື້ນທີ່ຫ່າງຈາກອູ່ຮັ້ນ ສູນກາງການລະບາດຂອງໄວຣັດ ປະມານ 1,000 ກິໂລແມັດ.
Yuan ກ່າວວ່າ "ຂ້ອຍເປັນແພດ. ຂ້ອຍຕ້ອງຢູ່ແຖວໜ້າ. ຂ້ອຍຈະເຮັດໃຫ້ດີທີ່ສຸດເພື່ອຊ່ວຍເຫຼືອໃນລະຫວ່າງການລະບາດຂອງໄວຣັດ".
ນາງໄດ້ໂພສໃນອິນສະຕາແກຣມຂອງນາງວ່າ ຕົນເອງໄດ້ປິ່ນປົວຄົນເຈັບ 170 ຄົນຈົນຫາຍເຊົາຈາກໄວຣັດ ແຕ່ຍັງມີກໍລະນີສົງໄສອີກເກືອບ 16,000 ຄົນ ທີ່ຕ້ອງໄດ້ຕິດຕາມອີກ.
ຜູ້ທີ່ຕິດຕາມສາວຈີນຄົນນີ້ຈະຮູ້ດີວ່າ ນາງທຸ້ມເທເຫື່ອແຮງໃນການຊ່ວຍເຫຼືອປິ່ນປົວຄົນອື່ນໃນຄລີນິກທີ່ນາງເຮັດວຽກຢູ່ ພ້ອມທັງອັບເດດໃຫ້ຜູ້ຕິດຕາມຮູ້ກ່ຽວກັບການຝຶກຊ້ອມເພາະກາຍຂອງຕົນເອງ.