“ຊຽງຂວາງ ເກມ” ເຈົ້າພາບ ຈະຫຼຸດຄ່າທີ່ພັກລົງ 20% ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ

ອີກບໍ່ພໍເທົ່າໃດເດືອນງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ກໍຈະເປີດສາກຂຶ້ນຢ່າງເປັນທາງການ ໄປຄຽງຄູ່ກັບການສະເຫຼີມສະຫຼອງ 2 ງານໃຫຍ່ລະດັບຊາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ແລະ ສະເຫຼີມສະຫຼອງທົ່ງໄຫຫີນເຂົ້າເປັນມໍລະດົກໂລກ. ສະນັ້ນ, ເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມຫຼາຍຂຶ້ນໃນໄລຍະດັ່ງກ່າວ ທາງແຂວງຊຽງຂວາງ ເຈົ້າພາບ ຈະຫຼຸດຄ່າທີ່ພັກລົງ 20%.
ປັດຈຸບັນ ອຳນາດການປົກຄອງແຂວງຊຽງຂວາງ ກໍາລັງກະກຽມອອກຂໍ້ຕົກລົງແຈ້ງການໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກພາຍໃນແຂວງ ຫຼຸດຄ່າທີ່ພັກລົງ 20% ໃນໄລຍະເປັນເຈົ້າພາບຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ແລະ ເລັ່ງໃຫ້ປັບປຸງສະຖານທີ່ທ່ອງທ່ຽວຕ່າງໆໃຫ້ດີຂຶ້ນ ເພື່ອຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດ ແລະ ສ້າງຄວາມດຶງດູດໃຈຂອງຜູ້ມາທ່ອງທ່ຽວແຂວງຊຽງຂວາງ.
ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຊຽງຂວາງ ໄດ້ໃຫ້ສຳພາດກັບສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ເພື່ອຮອງຮັບແຂກທີ່ຈະເດີນທາງເຂົ້າມາທ່ຽວ ແລະ ຊົມການແຂ່ງຂັນກີລາຄັ້ງນີ້, ພະແນກສຶກສາທິການ ແລະ ກີລາແຂວງ ຈຶ່ງໄດ້ຈັດການຝຶກອົບຮົມໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກ ເພີ່ອກຽມພ້ອມການຕ້ອນຮັບແຂກໃຫ້ໄດ້ມາດຕະຖານສາກົນ ແລະ ໄດ້ອອກແຈ້ງການໃຫ້ຜູ້ປະກອບການປັບປຸງບ່ອນພັກແຮມຂອງຕົນໃຫ້ມີຄວາມງາມ, ສະອາດ ແລະ ສະດວກສະບາຍ ເພື່ອຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ມາເຂົ້າຊົມກີລາຄັ້ງນີ້ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆຂອງແຂວງຊຽງຂວາງ.
ທ່ານ ສີວິໄລ ອຸດົມສຸກ ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ ແຂວງຊຽງຂວາງ ມີໂຮງແຮມ 21 ແຫ່ງ ແລະ ເຮືອນພັກ 129 ແຫ່ງ ສາມາດຮອງຮັບແຂກໄດ້ 3.000 ກວ່າຄົນຕໍ່ຄືນ, ໃນນັ້ນ ແຂວງຊຽງຂວາງ ມີສະຖານທີ່ທ່ອງທ່ຽວເປິດບໍລິການທັງໝົດ 43 ແຫ່ງ ປະກອບມີ: ແຫຼ່ງທ່ອງທ່ຽວດ້ານວັດທະນະທຳ 19 ແຫ່ງ, ທຳມະຊາດ 12 ແຫ່ງ ແລະ ປະຫວັດສາດ 12 ແຫ່ງ ທີ່ໄດ້ຮັບການປັບປຸງໃໝ່ໃຫ້ສວຍງາມ ແລະ ສະດວກສະບາຍ ໂດຍສະເພາະສະຖານທ່ອງທ່ຽວ ທົ່ງໄຫຫີນທີ່ໄດ້ເປັນມໍລະດົກໂລກ, ຖໍ້າປິວ ແລະ ອື່ນໆ.
ນອກຈາກນີ້, ຄະນະການນຳແຂວງຊຽງຂວາງ ໄດ້ກໍານົດເອົາໄຫຫີນທີ່ເປັນວັນຖຸບູຮານມີອາຍຸຫຼາຍພັນປີ, ມີຄວາມໝາຍສຳຄັນ ແລະ ລືຊື່ທາງປະຫວັດສາດ ຊຶ່ງເປັນມໍລະດົກຂອງແຂວງຊຽງຂວາງ ກໍຄືຂອງຊາດ ປະກອບໃສ່ສັນຍາລັກຂອງງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020.
ສຳລັບງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແມ່ນກຳນົດຊີງໄຊທັງໝົດ 385 ຫຼຽນຄຳ, 385 ຫຼຽນເງິນ ແລະ 627 ຫຼຽນທອງ ໃນ 28 ປະເພດກີລາ ຄື: ກີລາແລ່ນ-ລານ, ລອຍນ້ຳ, ບານເຕະ, ດອກປີກໄກ່, ມວຍສາກົນ, ເທຄວັນໂດ, ມວຍລາວ, ຢູໂດ, ບານສົ່ງໃນຮົ່ມ-ບານສົ່ງຫາດຊາຍ, ບານບ້ວງ, ເທັນນິດ, ຍິງປືນ, ກະຕໍ້-ກະຕໍ້ຊິນລອນ, ເປຕັງ, ປິ່ງປ່ອງ, ຊ່ວງເຮືອ, ຄາຣາເຄໂດ, ປັນຈັກສີລັດ, ມວຍປ້ຳ, ວູຊູ, ໜ້າເກັກ-ຍິງທະນູ, ໝາກຂ່າງ, ກັອບ, ໝາກເສິກ, ໝາກແລ້, ສະນຸກເກີ, ໂບລິງ ແລະ ລົດຖີບ. ນອກນັ້ນຍັງມີອີກ 1 ປະເພດກີລາສາທິດ ຄືກີລາຣັກບີ້.
ໂດຍ: ຈັນທະດາລາ