ການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ສອດຄ່ອງກັບການດໍາລົງຊີວິດ-ຄວາມສົນໃຈຂອງຜູ້ຮຽນ

ການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ແມ່ນການສອນທີ່ເນັ້ນການຈັດກິດຈະກໍາທີ່ສອດຄ່ອງກັບການດໍາລົງຊີວິດ ເໝາະສົມກັບຄວາມສາມາດ ແລະ ຄວາມສົນໃຈຂອງຜູ້ຮຽນ ໂດຍໃຫ້ນັກຮຽນມີສ່ວນຮ່ວມ ແລະ ລົງມືປະຕິບັດຕົວຈິງທຸກຂັ້ນຕອນຈົນເກີດການຮຽນດ້ວຍຕົນເອງ.
ອີງຕາມເອກະສານສໍາລັບຄົ້ນຄວ້າການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ລະບຸວ່າ: ການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ໝາຍເຖິງການສອນທີ່ເນັ້ນການຈັດກິດຈະກໍາທີ່ສອດຄ່ອງກັບການດໍາລົງຊີວິດ ເໝາະສົມກັບຄວາມສາມາດ ແລະ ຄວາມສົນໃຈຂອງຜູ້ຮຽນ ໂດຍໃຫ້ນັກຮຽນມີສ່ວນຮ່ວມ ແລະ ລົງມືປະຕິບັດຕົວຈິງທຸກຂັ້ນຕອນຈົນເກີດການຮຽນດ້ວຍຕົນເອງ ໂດຍປະກອບມີ 12 ວິທີການສອນ ຄື: ວິທີສອນແບບໃຊ້ບົດບາດສົມມຸດ, ສອນແບບໃຊ້ຂະບວນການປະເຊີນສະຖານະການ, ສອນແບບໃຊ້ບົດຮຽນສໍາເລັດຮູບ (Programed Text), ສອນແບບສູນການຮຽນ (Learning Center), ສອນແບບໃຊ້ຊຸດການສອນ (Instructional Package), ສອນແບບໃຊ້ຄອມພິວເຕີ (Computer Assisted Instruction: CAI), ສອນແບບໂຄງງານ (Project), ສອນແບບແກ້ບັນຫາ (The Problem-Solving Method), ສອນແບບສືບສວນຫາຄວາມຮູ້ເປັນກຸ່ມ (Group Investigation Model), ສອນແບບໃຊ້ຂະບວນການກຸ່ມສໍາພັນ, ສອນແບບຄວາມຄິດລວມຍອດ (Xoncept Attainment Model) ແລະ ວິທີສອນແບບການຮຽນແບບຮ່ວມມື (Cooperatve Learning).
ນອກຈາກນັ້ນ, ຂັ້ນຕອນກິດຈະກໍາ ໂດຍການຈັດກິດຈະກໍາຕາມຫຼັກການ, ຊຶ່ງຜູ້ຮຽນໄດ້ສ້າງຄວາມຮູ້ດ້ວຍຕົນເອງ, ຜູ້ຮຽນໄດ້ມີປະຕິສໍາພັນຊ່ວຍກັນໃນການຮຽນ, ໃຫ້ຜູ້ຮຽນມີບົດບາດ ແລະ ມີສ່ວນຮ່ວມໃນການສ້າງຄວາມຮູ້ດ້ວຍຕົນເອງ, ໃຫ້ຜູ້ຮຽນໄດ້ຮຽນຂະບວນການຄວບຄູ່ກັບຜົນງານ/ຂໍ້ສະຫຼຸບຄວາມຮູ້ ແລະ ໃຫ້ຜູ້ຮຽນນໍາຄວາມຮູ້ໄປໃຊ້.
ສ່ວນຮູບແບບການສອນ ແມ່ນການມີບົດບາດ/ສ່ວນຮ່ວມ ແລະ ການມີປະຕິສໍາພັນຊ່ວຍກັນໃນການຮຽນ ໂດຍສ້າງຄວາມຮູ້ດ້ວຍຕົນເອງ ແລະ ຂະບວນການຮຽນ, ຊຶ່ງຈະມີການສະແຫວງຫາຄວາມຮູ້, ການສຶກສາທໍາຄວາມເຂົ້າໃຈ, ການວິເຄາະ, ການແປຄວາມ, ການສ້າງຄວາມໝາຍແກ່ຕົນເອງ, ການສັງເຄາະຂໍ້ມູນ, ການສະຫຼຸບຂໍ້ຄວາມ ແລະ ການນໍາຄວາມຮູ້ໄປໃຊ້. ຄຽງຄູກັນນັ້ນ, ຫຼັກການຈັດການຮຽນການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ຄືການໃຫ້ຜູ້ຮຽນເປັນຜູ້ສ້າງຄວາມຮູ້ດ້ວຍຕົນເອງ ເປັນຕົ້ນແມ່ນສະແຫວງຫາຂໍ້ມູນ, ສຶກສາທໍາຄວາມເຂົ້າໃຈ, ຄິດວິເຄາະ, ຕີຄວາມ, ແປຄວາມ, ສ້າງຄວາມໝາຍແກ່ຕົນເອງ, ສັງເຄາະຂໍ້ມູນ ແລະ ສະຫຼຸບຄວາມຮູ້, ໃຫ້ຜູ້ຮຽນມີບົດບາດ ແລະ ມີສ່ວນຮ່ວມໃນຂະບວນການຮຽນໃຫ້ຫຼາຍທີ່ສຸດ, ໃຫ້ຜູ້ຮຽນມີປະຕິສໍາພັນຕໍ່ກັນ ແລະ ກັນ, ໄດ້ຮຽນຈາກກັນ ແລະ ກັນ, ໄດ້ແລກປ່ຽນຂໍ້ມູນ, ຄວາມຮູ້, ຄວາມຄິດ ແລະ ປະສົບການເຊິ່ງກັນ ແລະ ກັນຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້, ໃຫ້ຜູ້ຮຽນໄດ້ຮຽນ “ຂະບວນການ” ຄວບຄູ່ໄປກັບ “ຜົນງານ/ຂໍ້ສະຫຼຸບຄວາມຮູ້” ແລະ ໃຫ້ຜູ້ຮຽນນໍາຄວາມຮູ້ທີ່ໄດ້ໄປໃຊ້ປະໂຫຍດໃນຊີວິດປະຈໍາວັນ.
ສໍາລັບບົດບາດຂອງຄູໃນການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ແມ່ນປະເມີນຜົນ, ວາງແຜນກິດຈະກໍາ, ສົ່ງເສີມການນໍາຄວາມຮູ້ໄປໃຊ້, ເສີມຄວາມຮູ້, ອະພິປາຍຊ່ວຍຜູ້ຮຽນສະຫຼຸບຄວາມຮູ້, ສັງເກດຂະບວນການຮຽນ ກະຕຸ້ນແນະນໍາ, ຄວບຄຸມດູແລຂະບວນການ ແລະ ກຽມວັດຖຸອຸປະກອນສື່ການຮຽນ.
ໂດຍ: ໜຸ່ມໂສດ