ງານບຸນນະມັດສະການພຣະທາດໂຜ່ນ ປະຈຳປີ 2020 ສົ່ງເສີມການທ່ອງທ່ຽວດ້ານວັດທະນະທໍາ

ພິທີເປີດງານບຸນນະມັດສະການພຣະທາດໂຜ່ນ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນບ່າຍວັນທີ 4 ກຸມພາ 2020 ນີ້ຢູ່ທີ່ບໍລິເວນເດີ່ນພຣະທາດໂຜ່ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວົງເພັດ ໄຊສະຫງວນ ຮອງເລຂາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົບແຂວງ,ທ່ານ ທອງທ່ຽງ ສີດາວົງ ກໍາມະການປະຈໍາພັກແຂວງ ຫົວຫນ້າຄະນະຈັດຕັ້ງແຂວງ,ທ່ານ ຄຳວິໄສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ, ກົງສູນໃຫຍ່ແຫ່ງລາຊະອານາຈັກໄທ ,ພ້ອມບັນດາຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງ,ເຈົ້າເມືອງອ້ອມຂ້າງ,ພິເສດມີເຈົ້າເມືອງທ່າແຂກແຂວງຄຳມ່ວນ,ຕະຫຼອດຮອດປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂອກາດດັ່ງກ່າວ, ທ່ານ ຄຳວິໄສ ຜຸຍຍະວົງ ເຈົ້າເມືອງໄຊພູທອງໄດ້ກ່າວເປີດງານບຸນນະມັດສະການພຣະທາດໂຜ່ນຢ່າງເປັນທາງການວ່າ: ອົງພຣະທາດໂຜ່ນເປັນປູຊະນີຍະຖານທີ່ລໍ້າຄ່າ ແລະ ເປັນພຣະທາດອົງສັກສິດຄູ່ບ້ານຄູ່ເມືອງ ຂອງພວກເຮົາແຕ່ບູຮານນະການ,ແຕ່ອາດີດຈົນເຖິງທຸກວັນນີ້ເຊິ່ງຕາມຕຳນານໄດ້ກ່າວວ່າ:ພຣະທາດອົງນີ້ໄດ້ສ້າງໃນວັນພຸດເດືອນ 12 ພສ 118 ,ລົງມືສ້າງຕອນຄໍ່າສ້າງດ້ວຍກ້ອນຫິນເຂົ້າຈີ່ (ຫິນໜາມໜໍ່)ເປັນທາດອຸບມຸງ (ຄ້າຍຄືຮູບໂອຂວໍ້າ).
ມາຮອດປັດຈຸບັນມີອາຍຸເກືອບ 2500 ກວ່າປີເຊິ່ງໃນແຕ່ລະປີຂອງເດືອນ 3 ເພັງ ປະຊາຊົນພາຍໃນທ້ອງຖິ່ນກໍ່ຄືຊາວພຸດທະບໍລິສັດທີ່ຢູ່ໃກ້ ແລະ ໄກມີຄວາມເຫຼື້ອມໃສສັດທາ ໄດ້ພ້ອມພຽງກັນຈັດງານບຸນນະມັດສະການພຣະທາດໂຜ່ນອົງສັດສິດແຫ່ງນີ້ຕະຫຼອດມາ ເພື່ອເປັນການອານຸລັກຮັກສາໄວ້ຂະນົບທຳນຽມປະເພນີອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນໃຫ້ຍັງຄົງຢູ່ຄູ່ກັບພວກເຮົາຕະຫຼອດໄປ.
ດັ່ງນັ້ນຄະນະພັກ-ອຳນາດການປົກຄອງເມືອງໄຊພູທອງຈຶ່ງໄດ້ຮ່ວມໃຈກັບປະຊາຊົນພີ່ນ້ອງຊາວພຸດທັງໃກ້ແລະໄກທຸກທົ່ວໜ້າພ້ອມກັນຈັດງານບຸນນະມັດສະການພຣະທາດໂຜ່ນປະຈໍາປີ 2020 ຂຶ້ນ ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳອີກດ້ວຍ. ຈາກນັ້ນການນຳ ແລະ ແຂກທີ່ເຂົ້າຮ່ວມເປີດງານບຸນນະມັດສະການພຣະທາດໂຜ່ນກໍ່ໄດ້ພ້ອມກັນລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໃຫ້ແກ່ງານໃນຄັ້ງນີ້ອີກດ້ວຍ.
ຈາກນັ້ນແຂກທີ່ເຂົ້າຮ່ວມພາຍໃນງານຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກ 8 ກຸ່ມບ້ານຂອງເມືອງໄຊພູທອງ , ການປະກວດສິລະປະວັນນະຄະດີຂອງນ້ອງນັກຮຽນຈາກໂຮງຮຽນຕ່າງໆພາຍໃນເມືອງ, ແລະ ມີການປະກວດແຫ່ຜາສາດເຜິ້ງປະຈຳປີຂອງແຕ່ລະກຸ່ມບ້ານ, ພ້ອມທັງໄດ້ທ່ຽວຊົມຫ້າງຮ້ານວາງຈຳໜ່າຍສິນຄ້າກະສິກໍາ ແລະ ຫັດຖະກໍາຂອງຊາວບ້ານພາຍໃນເມືອງ ແລະ ເມືອງອ້ອມຂ້າງ, ພາຍໃນງານຍັງມີການແຫ່ຜາສາດເຜິ້ງອ້ອມອົງພຣະທາດໂຜ່ນ 3 ຮອບຕາມປະເພນີທີ່ເຄີຍປະຕິບັດກັນມາ.
ງານບຸນນະມັດສະການພຣະທາດໂຜ່ນປີນີ້ແມ່ນໄດ້ເປີດການຄົບງັນຕາມປະເພນີ ເລີ່ມແຕ່ວັນທີ 4ຈົນເຖິງວັນ 8 ກຸມພາ 2020.
ຂໍຂອບໃຈ
ຂໍ້ມູນ : ວິທະຍຸກະຈາຍສຽງ ສະຫວັນນະເຂດ