ໜ້າຮັກແທ້! "ນຸນີ່" ຂີ່ຫຼັງ "ອັອບ" ຕ່ອຍໝາກມ່ວງ ຊາວເນັດຖາມ ທ່ານີ້ໄດ້ມາແຕ່ໃສ?

ຄູ່ຮັກຄົນດັງທີ່ມີຜູ້ຕິດຕາມເປັນຈຳນວນຫຼາຍຢ່າງ "ນຸນີ່ ກຸມພົນພັກດີ" ສິລະປິນນັກສະແດງ-ນາງແບບສາວລາວ ແລະ ໜຸ່ມໄທຫວານໃຈຢ່າງ ໜຸ່ມ "ອັອບ" ຍັງຄົງມີໂມເມັ້ນໜ້າຮັກໆອອກມາໃຫ້ຊາວເນັດໄດ້ເຫັນກັນເປັນປະຈຳ ຫຼ້າສຸດກັບທ່າຕ່ອຍໝາກມ່ວງສຸດຫວານນນໍ້າຕານເອີ້ນອ້າຍ ທີ່ເຮັດໃຫ້ຊາວເນັດຕ້ອງັຕ້ງຄຳຖາມວ່າທ່າຕ່ອຍໝາກມ່ວງນີ້ໄດ້ມາແຕ່ໃສ.
ຈາກຮູບພາບທີ່ໂພສລົງໃນອິນສະຕາແກຣມຂອງ ນຸນີ່ ເບິ່ງບໍ່ດີຄິດວ່າໜຸ່ມອັອບເຈ່ຍຫຼານຕ່ອຍໝາກມ່ວງ ແຕ່ເມື່ອເບິ່ງຄັກແລ້ວ ຊໍ້າພັດເປັນສາວນຸນີ່ ຄູ່ໝັ້ນຂອງນຸ່ມຄົນນີ້ເອງ ທີ່ເປັນຜູ້ຂີ່ຫຼັງ ແລະ ໃນມືມີໄມ້ຍາວກຳລັງພະຍາຍາມຕ່ອຍເອົາໝາກມ່ວງຢູ່.
ຮັກກັນຫວານແຮງແບບນີ້ ອີກບໍ່ດົນເຮົາຄົງໄດ້ຟັງຂ່າວດີອີກຮອບ ທີ່ທັງສອງຈະຈູງມືກັນເຂົ້າພິທີວິວາ ຫຼັງຈາກທີ່ເຂົ້າພິທີສູ່ຂໍກັນໄປແລ້ວເມື່ອປີກ່ອນນີ້.
ຂໍຂອບໃຈ
ພາບ : IG: koumphonphakdee