ເບິ່ງດວງລາຍວັນປະຈໍາວັນຈັນ ທີ 10 ກຸມພາ 2020 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ວຽກງານ: ໄລຍະນີ້ບໍ່ວ່າຈະເຮັດວຽກງານສິ່ງໃດຈະປະສົບຄວາມສຳເລັດ ອາດຈະມີໄອເດຍແປກໃໝ່ໃນການສ້າງສັນເຮັດທຸລະກິດໃໝ່ໆ.
ການເງິນ: ຕ້ອງລະວັງໃນເລື່ອງການໃຊ້ເງິນ ແລະ ການໃຊ້ຈ່າຍ, ຢ່າປະມາດ ແລະ ໃຊ້ຢ່າງປະຢັດຈະດີກວ່າ.
ຄວາມຮັກ: ຍັງບໍ່ມີເວລາປານໃດໃນການທີ່ຈະໄປທຸ້ມເທໃຫ້ເລື່ອງຄວາມຮັກ ເມື່ອຄົບຫາໃຜໃນໄລຍະນີ້ກໍຈະເປັນແບບບໍ່ເປີດເຜີຍ.
ເຄື່ອງມຸງຄຸນ: ຄໍາ
ສີມຸງຄຸນ: ສິບົວ
ເລກນຳໂຊກ: 5
ຄົນເກີດວັນຈັນ
ວຽກງານ: ຈັບວຽກ ຫຼື ທຸລະກິດສິ່ງໃດໃນໄລຍະນີ້ຈະປະສົບຄວາມສຳເລັດດີ, ມີຄວາມກ້າວໜ້າ, ມີຄວາມສຳເລັດເກີນກວ່າທີ່ຄາດຫວັງໄວ້.
ການເງິນ: ລະວັງໃນເລື່ອງຂອງການໃຊ້ຈ່າຍ ເພາະໄລຍະນີ້ຈະມີພາລະທີ່ຕ້ອງຈ່າຍຫຼາຍເປັນພິເສດ.
ຄວາມຮັກ: ອາດຈະຍັງກັງວົນໃຈດ້ານຄວາມຮັກຄວາມສຳພັນ ເພາະຍັງບໍ່ໄດ້ຮັບຄວາມຊັດເຈນດ້ານຄວາມຮັກເທື່ອໃນຕອນນີ້.
ເຄື່ອງມຸງຄຸນ: ເພັດສີແດງ
ສີມຸງຄຸນ: ສີຂາວ
ເລກນຳໂຊກ: 9
ຄົນເກີດວັນອັງຄານ
ວຽກງານ: ອາດຈະຕ້ອງພົບກັບຄວາມວຸ້ນວາຍໃນເລື່ອງຂອງວຽກງານ ເຊິ່ງທ່ານຄວນໃສ່ໃຈໃນລາຍລະອຽດໃຫ້ຫລາຍກວ່ານີ້ເພື່ອຫຼຸດຜ່ອນຄວາມຜິດພາດ.
ການເງິນ: ພົບຄວາມກັງວົນໃຈກ່ອນ ແລ້ວຈຶ່ງຈະມີໂຊກໄດ້ເງິນເຂົ້າມາເພິ່ມເຕີມກໍເປັນໄປໄດ້.
ຄວາມຮັກ: ຍັງຄົງປາດຖະຫນາທີ່ຈະພົບຄົນທີ່ຈິງໃຈ ແຕ່ກໍຍັງບໍ່ເປັນເຊັ່ນນັ້ນ ແລະ ໄລຍະນີ້ຄົນມີຄູ່ກໍອາດຈະມີເລື່ອງໃຫ້ຂັດແຍ້ງກັບຄົນທີ່ຄົບຫາກັນຢູ່.
ເຄື່ອງມຸງຄຸນ: ເງິນ
ສີມຸງຄຸນ: ສີເທົາ
ເລກນຳໂຊກ: 6
ຄົນເກີດວັນພຸດ
ວຽກງານ: ມີໂອກາດເດີນທາງເພື່ອຕິດຕໍ່ວຽກງານເລື້ອຍໆ ແຕ່ກໍຄວນລະມັດມະວັງໃນການເດີນທາງໃຫ້ດີ.
ການເງິນ: ບໍລິຫານການໃຊ້ຈ່າຍ ແລະ ການໃຊ້ເງິນໄດ້ຢ່າງເປັນໂຊກ, ມີໂອກາດໄດ້ເງິນ ໄດ້ໂຊກເຂົ້າມາເພີ່ມເຕີມກໍເປັນໄປໄດ້.
ຄວາມຮັກ: ມີໂອກາດພົບຄູ່ ພົບຄົນທີ່ຖືກໃຈ ເປັນຄົນທີ່ມີອາຍຸຫຼາຍກວ່າ, ຈິງຈັງ ຈິງໃຈ ແລະ ຈະນຳຄວາມຊ່ວຍເຫລືອບາງຢ່າງມາໃຫ້ທ່ານ.
ເຄື່ອງມຸງຄຸນ: ມໍລະກົດ
ສີມຸງຄຸນ: ສີຂຽວ
ເລກນຳໂຊກ: 9
ຄົນເກີດວັນພະຫັດ
ວຽກງານ: ຈະເຮັດວຽກງານສິ່ງໃດໃນຊ່ວງນີ້ປະສົບຄວາມສຳເລັດ ຢູ່ໃນເກນທີ່ດີ ໂດຍສະເພາະດ້ານໄອທີ ດ້ານການທະນາຄານ ດ້ານວົງການບັນເທີງ.
ການເງິນ: ໝຸນເງິນສະດວກ ແລະ ຈັດການດ້ານການເງິນໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກດີ.
ຄວາມຮັກ: ມີໂອກາດພົບຄົນທີ່ຖືກໃຈ ແຕ່ເຂົາຜູ້ນັ້ນອາດຈະເຂົ້າມາເພື່ອຕ້ອງການຄວາມຊ່ວຍເຫຼືອບາງຢ່າງຈາກທ່ານກໍເປັນໄດ້.
ເຄື່ອງມຸງຄຸນ: ຄໍາ
ສີມຸງຄຸນ: ສີຟ້າ
ເລກນຳໂຊກ: 7
ຄົນເກີດວັນສຸກ
ວຽກງານ: ຈະຈັບວຽກງານຫຍັງກໍຈະມີຄວາມສຳເລັດຢູ່ໃນເກນທີ່ດີ, ມີຄົນໃຫ້ຄວາມຊ່ວຍເຫລືອ ຫຼື ມີຄວາມກ້າວໜ້າທາງດ້ານທຸລະກິດຢ່າງເຫັນໄດ້ຊັດເຈນ.
ການເງິນ: ຊ່ວງນີ້ຢູ່ໃນເກນຊົງຕົວກ່ຽວກັບເລື່ອງລາຍຮັບລາຍຈ່າຍ ຍັງບໍ່ມີຫຍັງປ່ຽນແປງຫຼາຍ.
ຄວາມຮັກ: ອາດຈະຍັງບໍ່ມີເວລາໃນການສື່ສານກັບເພດກົງກັນຂ້າມພໍປານໃດ ເພາະມີເລື່ອງທີ່ຕ້ອງໄປຈັດການອີກຫລວງຫລາຍ ຈຶ່ງຍັງບໍ່ມີເວລາໃຫ້ເລື່ອງຄວາມຮັກນັ້ນເອງ.
ເຄື່ອງມຸງຄຸນ: ໄຂ່ມຸກ
ສີມຸງຄຸນ: ສີຄຣີມ
ເລກນຳໂຊກ: 1
ຄົນເກີດວັນເສົາ
ວຽກງານ: ອາດເກີດຄວາມລ່າຊ້າໃນການແລ່ນເອກະສານສັນຍາບາງຢ່າງ, ເພື່ອຮ່ວມງານບາງຄົນຍັງໄວ້ວາງໃຈບໍ່ໄດ້ ຈຶ່ງຄວນເຮັດສິ່ງຕ່າງໆດ້ວຍຕົນເອງ.
ການເງິນ: ເປັນອີກມື້ໜຶ່ງທີ່ໂຊກດີຫຼາຍຂອງທ່ານ, ທ່ານມີເກນຈະມີໂຊກ ແລະ ໄດ້ເງິນໃນມື້ນີ້.
ຄວາມຮັກ: ທ່ານເປັນຄົນທີ່ມີສະເໜ່ ເຮັດໃຫ້ມີຄົນຢາກເຂົ້າມາທຳຄວາມຮູ້ຈັກກັບທ່ານຢູ່ຕະຫຼອດ ແຕ່ທ່ານກໍຍັງເບິ່ງໆໄປກ່ອນ, ຍັງບໍ່ທັນໄດ້ຕັດສິນໃຈຫຍັງເທື່ອ.
ເຄື່ອງມຸງຄຸນ: ເພັດສີເຫຼືອງ
ສີມຸງຄຸນ: ສີນໍ້າຕານ
ເລກນຳໂຊກ: 5