ເບິ່ງດວງລາຍວັນປະຈໍາວັນອາທິດ ທີ 9 ກຸມພາ 2020 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ວຽກງານ: ເຮັດວຽກທີ່ຖະໜັດ ຫຼື ວຽກທີ່ມີໃຈມັກຮັກຈະເຮັດໃຫ້ປະສົບຄວາມສຳເລັດທີ່ດີ, ອາດຈະເມື່ອຍແດ່ແຕ່ກໍຄຸ້ມຄ່າກັບຄວາມພະຍາຍາມ.
ການເງິນ: ຈະໄດ້ເງິນ ໄດ້ໂຊກເຂົ້າມາໃນມື້ນີ້, ອາດຈະມີຜູ້ໃຫຍ່ໃຫ້ໂຊກດ້ານການເງີນໃນມື້ນີ້.
ຄວາມຮັກ: ລະວັງຈະເກີດຄວາມຂັດແຍ້ງກັບຄົນຮັກໃນມື້ນີ້ ຖ້າເປັນໄປໄດ້ຄວນຫຼີກລ້ຽງການພົບກັນກ່ອນ, ຄວາມຮັກຢູ່ໃນເກນຕ້ອງລະວັງການມີປາກສຽງກັນ ເພາະຕ່າງຄົນຕ່າງໃຊ້ອາລົມ.
ເຄື່ອງມຸງຄຸນ: ເພັດ
ສີມຸງຄຸນ: ສີຂຽວ
ເລກນຳໂຊກ: 8
ຄົນເກີດວັນຈັນ
ວຽກງານ: ຖ້າສາຍວຽກຂອງທ່ານກ່ຽວຂ້ອງກັບສິລະປະ, ຄວາມສວຍງາມ, ອາຫານ ຫຼື ວົງການບັນເທີງ ໄລຍະນີ້ມີຈະຄວາມກ້າວໜ້າດີ.
ການເງິນ: ໝຸນເງິນໄດ້ດີ, ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປ, ສາມາດບໍລິຫານຈັດການເງິນໄດ້ດີພໍສົມຄວນ.
ຄວາມຮັກ: ຄົນໂສດຢູ່ໃນເກນຈະມີຄູ່ ແລະ ອາດຈະມີຄົນເຂົ້າມາຫາໃນຊ່ວງນີ້ ເປັນຄົນສະຫຼາດ, ຊ່າງເວົ້າຊ່າງວ່າ, ເປັນຄົນອາຍຸນ້ອຍກວ່າ. ສໍາລັບຄົນມີຄູ່ ຖ້າມີເວລາຄວນຫາໂອກາດໄປກິນເຂົ້າ ຫຼື ພົບກັນໃຫ້ຫຼາຍຂຶ້ນ ເພາະຜ່ານມາເບິ່ງຄືວ່າທັງສອງບໍ່ມີເວລາໃຫ້ກັນເລີຍ.
ເຄື່ອງມຸງຄຸນ: ມຸກ
ສີມຸງຄຸນ: ສີແດງ
ເລກນຳໂຊກ: 2
ຄົນເກີດວັນອັງຄານ
ວຽກງານ: ຖ້າມີການປ່ຽນແປງທາງດ້ານການງານ ຫຼື ຍ້າຍບ່ອນເຮັດວຽກ ຈະກໍ່ໃຫ້ເກີດຄວາມໂຊກດີ.
ການເງິນ: ມີໂຊກຈະໄດ້ເງິນ ເປັນມື້ທີ່ໂຊກດີຫຼາຍມື້ໜຶ່ງຂອງທ່ານເລີຍ, ຜູ້ໃຫຍ່ຈະໃຫ້ຄວາມຊ່ວຍເຫລືອ ຫຼື ຈະໄດ້ຮັບໂຊກຈາກເຂົາເຈົ້ານັ້ນເອງ.
ຄວາມຮັກ: ທ່ານເປັນຄົນທີ່ມີສະເໜ່ ຈຶ່ງມີຄົນເຂົ້າມາໃຫ້ຄວາມສົນໃຈສະເໝີ ຂຶ້ນຢູ່ກັບທ່ານວ່າຈະເລືອກໃຜ. ສໍາລັບຄົນມີຄູ່ ໄລຍະນີ້ທ່ານກຳລັງຮູ້ສຶກວ່າຄົນຮັກຂອງທ່ານປ່ຽນໄປ ເຮັດໃຫ້ທ່ານເກີດຄວາມລະແວງສົງໄສ ແລະ ຄິດຫຼາຍ.
ເຄື່ອງມຸງຄຸນ: ເງິນ
ສີມຸງຄຸນ: ສີຟ້າອອ່ນ
ເລກນຳໂຊກ: 0
ຄົນເກີດວັນພຸດ
ວຽກງານ: ຈະເຮັດສິ່ງໃດກໍຈະມີຄວາມສຳເລັດທີ່ດີ ແຕ່ອາດພົບອຸປະສັກແດ່ເປັນເລື່ອງທຳມະດາ ສຸດທ້າຍແລ້ວກໍຈະແກ້ໄຂໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກ.
ການເງິນ: ລະວັງການໃຊ້ຈ່າຍເງິນຄຳ, ຄວນໃຊ້ດ້ວຍຄວາມປະຢັດ ເພາະໄວໆນີ້ອາດຈະມີເລື່ອງຈຳເປັນເຮັດໃຫ້ຕ້ອງໄດ້ໃຊ້ຈ່າຍເງິນຫຼາຍ.
ຄວາມຮັກ: ສະຖານນະການດ້ານຄວາມຮັກເປັນການຄົບຫາກັນແບບຮູ້ກັນແຕ່ສອງຄົນ ແລະ ຍົງຄົງເບິ່ງໃຈກັນຢູ່ນັ້ນເອງ. ສໍາລັບຄົນມີຄູ່ ຈະເຮັດສິ່ງໃດຕ້ອງໄດ້ລະວັງ ເພາະຄົນຮັກກໍາລັງຈັບຕາເບິ່ງທ່ານຢູ່ແບບຫ່າງໆ.
ເຄື່ອງມຸງຄຸນ: ຄໍາ
ສີມຸງຄຸນ: ສີບົວອ່ອນ
ເລກນຳໂຊກ: 2
ຄົນເກີດວັນພະຫັດ
ວຽກງານ: ຈະເຮັດສິ່ງໃດກໍຈະປະສົບຄວາມສຳເລັດ ແຕ່ກໍຕ້ອງພົບອຸປະສັກກ່ອນເປັນທຳມະດາ ເມື່ອແກ້ໄຂໃຫ້ຜ່ານພົ້ນໄປໄດ້ ກໍຈະໄດ້ມາຊຶ່ງຄວາມສຳເລັດນັ້ນເອງ.
ການເງິນ: ຊ່ວງນີ້ບໍ່ຄວນຕາມໃຈຕົນເອງຫຼາຍເກີນໄປ, ສິ່ງໃດທີ່ມີຢູ່ແລ້ວ ຫຼື ຍັງບໍ່ຈຳເປັນກໍບໍ່ຄວນຊື້ຫາເຂົ້າມາ.
ຄວາມຮັກ: ສຳລັບຄົນໂສດ ຖ້າຈະມີຄົນເຂົ້າມາຫາໃນຊ່ວງນີ້ ຄົນໆນັ້ນຈະມີຄວາມເປັນຜູ້ນຳ, ໝັ້ນໃຈໃນຕົວເອງ ແຕ່ອາດຈະອາລົມຮ້ອນແດ່ໜ້ອຍໜຶ່ງ. ສໍາລັບຄົນມີຄູ່ ທ່ານກຳລັງລະແວງຄົນຮັກຢູ່ ເພາະທ່ານຮູ້ສຶກວ່າຄົນຮັກກຳລັງປິດບັງໃນເລື່ອງຂອງມືທີສາມ.
ເຄື່ອງມຸງຄຸນ: ເງິນ
ສີມຸງຄຸນ: ສີຂາວ
ເລກນຳໂຊກ: 1
ຄົນເກີດວັນສຸກ
ວຽກງານ: ມີການເດີນທາງເພື່ອຕິດຕໍ່ດ້ານວຽກງານຫຼາຍຂຶ້ນໃນຊ່ວງນີ້, ອຸປະສັກທີ່ຕ້ອງພົບອາດຈະເປັນຄວາມອິດເມື່ອຍທີ່ມີຫຼາຍເປັນພິເສດ.
ການເງິນ: ມີຄວາມກັງວົນໃຈໃນການໃຊ້ຈ່າຍເງິນຄຳ ແຕ່ກໍຍັງສາມາດບໍລິຫານຈັດການ ແລະ ຮັບມືກັບສະຖານນະການເຫຼົ່ານັ້ນໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກ.
ຄວາມຮັກ: ຄົນໂສດຍັງບໍ່ມີເວລາໃຫ້ເລື່ອງຄວາມຮັກເທື່ອ ແລະ ກໍຍັງບໍ່ແນ່ໃຈວ່າຕົນເອງມັກຄົນທີ່ເຂົ້າມາລົມນັ້ນບໍ່ ຫຼື ອາດກຳລັງພິຈາລະນາຢູ່. ຄົນມີຄູ່ ພະຍາຍາມຢ່າເປັນຄູ່ທີ່ຈັບຜິດກັນຫຼາຍກວ່າການເຊື່ອໃຈ ເພາະທ່ານທັງສອງອາດກາຍເປັນຄູ່ທີ່ລະແວງກັນໄດ້.
ເຄື່ອງມຸງຄຸນ: ມຸກ
ສີມຸງຄຸນ: ສີເຫຼືອງ
ເລກນຳໂຊກ: 6
ຄົນເກີດວັນເສົາ
ວຽກງານ: ເຕັກນິກ ແລະ ຄວາມສາມາດຈະນຳພາຄວາມສຳເລັດມາສູ່ຕົນເອງ ແລະ ມີຄົນໃຫ້ການຊ່ວຍເຫຼືອດ້ານວຽກງານເຈົ້າຊະຕາຢູ່ສະເໝີ.
ການເງິນ: ຫັກຫ້າມໃຈໃນເລື່ອງຂອງການໃຊ້ຈ່າຍ ແລະ ໃຊ້ຄວາມປະຢັດຮ່ວມແດ່ ຈະເຮັດໃຫ້ມີເງິນທ້ອນຫຼາຍຂຶ້ນ.
ຄວາມຮັກ: ຄົນມີຄູ່ຕ້ອງພະຍາຍາມໃຫ້ຫຼາຍຂຶ້ນ ຖ້າທ່ານຢູ່ໄກຈາກຄົນຮັກ ເພາະທ່ານບໍ່ສາມາດຮູ້ໄດ້ວ່າຈະມີຄົນພະຍາຍາມເຂົ້າຫາຄົນຮັກຂອງທ່ານຢູ່ຫຼືບໍ່, ຢູ່ຫ່າງກັນແບບນີ້ຄວນຫາສິ່ງຂອງໃດໜຶ່ງໄວ້ເພື່ອເປັນສິ່ງຢຶດໜ່ຽວຈິດໃຈໃຫ້ກັນແລະກັນ.
ເຄື່ອງມຸງຄຸນ: ເງິນ
ສີມຸງຄຸນ: ສີສົ້ມ
ເລກນຳໂຊກ: 4