ເບິ່ງດວງລາຍວັນປະຈໍາວັນສຸກ ທີ 7 ກຸມພາ 2020 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ວຽກງານ: ໄລຍະນີ້ບໍ່ວ່າຈະເຮັດວຽກງານສິ່ງໃດກໍຈະປະສົບແຕ່ຄວາມສຳເລັດ, ມີໂອກາດທີ່ຈະໄດ້ໄອເດຍແປກໃໝ່ ແລະ ແນວຄິດສ້າງສັນໃນການເຮັດທຸລະກິດໃໝ່ໆ.
ການເງິນ: ໄລຍະນີ້ຕ້ອງລະວັງໃນເລື່ອງຂອງການໃຊ້ເງິນ ແລະ ການໃຊ້ຈ່າຍ, ຢ່າປະໝາດ ແລະ ຄວນໃຊ້ເງິນຢ່າງປະຢັດຈະດີກວ່າ.
ຄວາມຮັກ: ຍັງຄ່ອຍບໍ່ມີເວລາທີ່ຈະໄປທຸ້ມເທໃຫ້ເລື່ອງຄວາມພໍຮັກປານໃດ, ຖ້າຈະຄົບຫາໃຜໄລຍະອາດຈະເປັນການຄົບຫາແບບລັບໆ ບໍ່ເປີດເຜີຍ.
ເຄື່ອງມຸງຄຸນ: ຄໍາ
ສີມຸງຄຸນ: ສິບົວ
ເລກນຳໂຊກ: 5
ຄົນເກີດວັນຈັນ
ວຽກງານ: ໄລຍະນີ້ບໍ່ວ່າຈະຈັບວຽກຫຍັງ ຫຼື ເຮັດທຸລະກິດສິ່ງໃດກໍຈະປະສົບຄວາມສຳເລັດດີ, ມີຄວາມກ້າວໜ້າ, ມີຄວາມສຳເລັດເກີນກວ່າທີ່ຄາດຫວັງ.
ການເງິນ: ມີເລື່ອງໃຫ້ຕ້ອງເສຍເງິນຫຼາຍ ເພາະພາລະລາຍຈ່າຍໄລຍະນີ້ຈະຫຼາຍເປັນພິເສດ.
ຄວາມຮັກ: ຍັງກັງວົນໃຈດ້ານຄວາມຮັກຄວາມສຳພັນ ເພາະອາດຍັງບໍ່ໄດ້ຮັບຄວາມຊັດເຈນດ້ານຄວາມຮັກໃນຕອນນີ້.
ເຄື່ອງມຸງຄຸນ: ເພັດສີແດງ
ສີມຸງຄຸນ: ສີຂາວ
ເລກນຳໂຊກ: 9
ຄົນເກີດວັນອັງຄານ
ວຽກງານ: ໃນເລື່ອງຂອງວຽກງານອາດຈະຕ້ອງພົບກັບຄວາມວຸ້ນວາຍ ເຊິ່ງທ່ານອາດຈະຕ້ອງໃສ່ໃຈໃນເລື່ອງລາຍລະອຽດໃຫ້ຫລາຍກວ່ານີ້ເພື່ອຫຼຸດຜ່ອນຄວາມຜິດພາດ.
ການເງິນ: ອາດຈະພົບກັບຄວາມກັງວົນໃຈກ່ອນ ແລ້ວຈຶ່ງຈະມີໂຊກ ໄດ້ເງິນເຂົ້າມາເພີ່ມເຕີມກໍເປັນໄປໄດ້.
ຄວາມຮັກ: ທ່ານຍັງຄົງປາດຖະໜາທີ່ຈະໄດ້ຮັບຄວາມຮັກທີ່ຈິງໃຈ ແລະ ຈິງຈັງ ແຕ່ກໍຍັງບໍ່ເປັນເຊັ່ນນັ້ນເທື່ອ ແລະ ໄລຍະນີ້ກໍອາດຈະມີເລື່ອງຂັດແຍ້ງກັບຄົນທີ່ກຳລັງຄົບຫາກັນຢູ່.
ເຄື່ອງມຸງຄຸນ: ເງິນ
ສີມຸງຄຸນ: ສີເທົາ
ເລກນຳໂຊກ: 6
ຄົນເກີດວັນພຸດ
ວຽກງານ: ໄລຍະນີ້ມີເກນຈະຕ້ອງໄດ້ເດີນທາງເພື່ອຕິດຕໍ່ງານຢູ່ເລື້ອຍໆ ຈຶ່ງຄວນລະມັດລະວັງໃນການເດິນທາງ.
ການເງິນ: ສາມາດບໍລິຫານການໃຊ້ຈ່າຍເງິນໄດ້ຢ່າງດີ, ມີໂອກາດໄດ້ເງິນ ໄດ້ໂຊກເຂົ້າມາເພີ່ມເຕີມກໍເປັນໄປໄດ້.
ຄວາມຮັກ: ຄົນໂສດມີໂອກາດພົບເນື້ອຄູ່ ຫຼື ຄົນທີ່ຖືກໃຈ ອາດຈະເປັນຄົນອາຍຸຫລາຍກວ່າ, ເປັນຄົນຈິງຈັງ ແລະ ຈິງໃຈ, ເຂົາຜູ້ນີ້ຈະນຳຄວາມຊ່ວຍເຫຼືອບາງຢ່າງມາໃຫ້ທ່ານ.
ເຄື່ອງມຸງຄຸນ: ເງິນ
ສີມຸງຄຸນ: ສີຂຽວ
ເລກນຳໂຊກ: 9
ຄົນເກີດວັນພະຫັດ
ວຽກງານ: ໄລຍະນີ້ຈະເຮັດວຽກງານສິ່ງໃດກໍຈະປະສົບຄວາມສຳເລັດຢູ່ໃນເກນທີ່ດີ ໂດຍສະເພາະດ້ານໄອທີ ດ້ານການທະນາຄານ ແລະ ດ້ານວົງການບັນເທີງ.
ການເງິນ: ໝູນເງິນສະດວກດີ, ການໃຊ້ຈ່າຍດ້ານການເງິນຜ່ານພົ້ນໄປໄດ້ຢ່າງເປັນໂຊກດີສະເໝີ.
ຄວາມຮັກ: ມີໂອກາດພົບຮັກ ຫຼື ມີຄົນທີ່ຖືກໃຈເຂົ້າມາຫາ ແຕ່ຄົນທີ່ເຂົ້າມານັ້ນອາດຈະຫວັງຢາກໄດ້ຄວາມຊ່ວຍເຫຼືອບາງຢ່າງຈາກທ່ານກໍເປັນໄດ້.
ເຄື່ອງມຸງຄຸນ: ຄໍາ
ສີມຸງຄຸນ: ສີຟ້າ
ເລກນຳໂຊກ: 7
ຄົນເກີດວັນສຸກ
ວຽກງານ: ບໍ່ວ່າຈະຈັບວຽກງານຫຍັງກໍຈະມີຄວາມສຳເລັດຢູ່ໃນເກນທີ່ດີ, ມີຄົນໃຫ້ຄວາມຊ່ວຍເຫຼືອ ຫຼື ອາດຈະມີຄວາມກ້າວໜ້າທາງດ້ານທຸລະກິດການງານຢ່າງເຫັນໄດ້ຊັດເຈນ.
ການເງິນ: ໄລຍະນີ້ຢູ່ໃນເກນຊົງໂຕກ່ຽວກັບເລື່ອງລາຍຮັບລາຍຈ່າຍ, ຍັງບໍ່ມີຫຍັງປ່ຽນແປງຫຼາຍ.
ຄວາມຮັກ: ອາດຍັງບໍ່ມີເວລາໃນການສື່ສານກັນປານໃດ ເພາະມີເລື່ອງອື່ນທີ່ຕ້ອງໄດ້ເຮັດອີກຫຼາຍຢ່າງ ຈຶ່ງຍັງບໍ່ມີເວລາໃຫ້ເລື່ອງຄວາມຮັກນັ້ນເອງ.
ເຄື່ອງມຸງຄຸນ: ໄຂ່ມຸກ
ສີມຸງຄຸນ: ສີໄຂ່
ເລກນຳໂຊກ: 1
ຄົນເກີດວັນເສົາ
ວຽກງານ: ເອກະສານສັນຍາເຮັດໃຫ້ເກີດຄວາມຫຼ້າຊ້າ, ເພື່ອນຮ່ວມງານຍັງເພິ່ງພາ ຫຼື ໄວ້ໃຈບໍ່ໄດ້ ຈຶ່ງຄວນເຮັດສິ່ງຕ່າງໆດ້ວຍຕົນເອງ.
ການເງິນ: ມີໂຊກຈະໄດ້ເງິນເຂົ້າມາ ເປັນມື້ໂຊກດີຫຼາຍໆຂອງທ່ານມື້ໜຶ່ງເລີຍ.
ຄວາມຮັກ: ຍັງເບິ່ງໆກັນຢູ່ ແລະ ຍັງບໍ່ຕັດສິນໃຈໃນຕອນນີ້, ແຕ່ທ່ານເປັນຄົນມີສະເໜ່ ຈຶ່ງມີຄົນຢາກເຂົ້າມາທຳຄວາມຮູ້ຈັກຢູ່ຕະຫຼອດ.
ເຄື່ອງມຸງຄຸນ: ເພັດສີເຫຼືອງ
ສີມຸງຄຸນ: ສີຕັບໝູ
ເລກນຳໂຊກ: 5