ເບິ່ງດວງລາຍວັນປະຈໍາວັນພະຫັດ ທີ 6 ກຸມພາ 2020 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ວຽກງານ: ວາງແຜນການເຮັດວຽກງານຢ່າງຮອບຄອບສະເໝີ, ມີເປົ້າໝາຍທີ່ຊັດເຈນໃນການລົງມືເຮັດວຽກໃຫ້ໄປສູ່ຄວາມສຳເລັດທີ່ດີຂຶ້ນໄດ້
ການເງິນ: ມີເລື່ອງທີ່ຕ້ອງໄດ້ໃຊ້ຈ່າຍເງິນອອກໄປຕະຫຼອດ, ບໍ່ສາມາດຄວບຄຸມລາຍຈ່າຍຕ່າງໆໄດ້ດີພໍ
ຄວາມຮັກ: ຈະພົບວ່າຕົນເອງນັ້ນມີສະເໜ່ ຈຶ່ງມີໂອກາດໄດ້ພົບປະ ແລະ ທຳຄວາມຮູ້ຈັກກັບໃຜບາງຄົນ
ເຄື່ອງມຸງຄຸນ: ຄໍາ
ສີມຸງຄຸນ: ສີຟ້າ
ເລກນຳໂຊກ: 6
ຄົນເກີດວັນຈັນ
ວຽກງານ: ຈະເຮັດຫຍັງກໍມີຄວາມກ້າວໜ້າ ເພາະຜູ້ໃຫຍ່ໃຫ້ການສະໜັບສະໜຸນ, ຊ່ວຍເຫລືອ, ອຸປະຖຳທາງດ້ານວຽກງານສະເໝີ
ການເງິນ: ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ, ມີໂຊກດີ ຈະໄດ້ຮັບໂຊກໃຫຍ່ໃນຊ່ວງນີ້ກໍເປັນໄປໄດ້
ຄວາມຮັກ: ຕ້ອງລະວັງຄວາມໃຈຮ້ອນສົ່ງຜົນຕໍ່ຄວາມສຳພັນດ້ານຄວາມຮັກ
ເຄື່ອງມຸງຄຸນ: ເງິນ
ສີມຸງຄຸນ: ສີມ່ວງ
ເລກນຳໂຊກ: 8
ຄົນເກີດວັນອັງຄານ
ວຽກງານ: ຄວາມດຸໝັ່ນ ຈະນຳພາໂອກາດ ແລະ ຄວາມສຳເລັດທີ່ດີມາສູ່ທ່ານ.
ການເງິນ: ໃຊ້ເງິນຫລາຍເປັນພິເສດໃນຊ່ວງນີ້ ມີເລື່ອງໃຫ້ຕ້ອງໄດ້ໃຊ້ຈ່າຍອອກໄປຢ່າງວ່ອງໄວ ແບບບໍ່ທັນຕັ້ງໂຕ.
ຄວາມຮັກ: ທ່ານມີສະເໜ່ຈຶ່ງມີຄົນຢາກເຂົ້າມາທຳຄວາມຮູ້ຈັກ ແຕ່ບາງເທື່ອທ່ານກໍຍັງບໍ່ຄ່ອຍກ້າປານໃດທີ່ຈະເປີດໃຈ ແຕ່ກໍມີໂອກາດພົບຮັກ ພົບເນື້ອຄູ່ ຫຼື ຄົນທີ່ຖືກໃຈໄດ້.
ເຄື່ອງມຸງຄຸນ: ໄຂ່ມຸກ
ສີມຸງຄຸນ: ສີນໍ້າຕານ
ເລກນຳໂຊກ: 0
ຄົນເກີດວັນພຸດ
ວຽກງານ: ການເຮັດວຽກງານຮ່ວມກັນເປັນທີມມີປະສິດທິພາບ, ມີໂອກາດໄດ້ເດີນທາງເພື່ອຕິດຕໍ່ດ້ານວຽກງານເລື້ອຍໆໃນຊ່ວງນີ້.
ການເງິນ: ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ອາດຈະມີໂຊກໃນຊ່ວງນີ້ກໍເປັນໄປໄດ້ ແຕ່ກໍຕ້ອງລະວັງເພາະຈະມີເລື່ອງທີ່ຕ້ອງໃຫ້ໃຊ້ຈ່າຍອອກໄປຢ່າງວ່ອງໄວເຊັ່ນກັນ.
ຄວາມຮັກ: ຢູ່ໃນເກນທີ່ຊົງຕົວ, ບໍ່ມີເລື່ອງໃຫ້ກັງວົນ ຫຼື ບໍ່ມີເລື່ອງເດືອດຮ້ອນຫຼາຍ, ສະຖານະການດ້ານຄວາມຮັກຍັງຄົງເປັນປົກກະຕິຢ່າງທີ່ເຄີຍເປັນມາ
ເຄື່ອງມຸງຄຸນ: ເງິນ
ສີມຸງຄຸນ: ສີດໍາ
ເລກນຳໂຊກ: 4
ຄົນເກີດວັນພະຫັດ
ວຽກງານ: ທ່ານກຳລັງຮູ້ສຶກເບື່ອໆກ່ຽວກັບເລື່ອງວຽກງານ ແຕ່ກໍພະຍາຍາມເຮັດຫນ້າທີ່ໃຫ້ດີທີ່ສຸດ.
ການເງິນ: ຈະມີໂຊກ ແລະ ໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ, ອາດຈະມີຄວາມກົດດັນແດ່ ແຕ່ຈະໄດ້ຮັບຊັບແນ່ນອນ.
ຄວາມຮັກ: ສຸກສົມຫວັງ, ມີຄວາມລົງໂຕດີຂຶ້ນໃນເລື່ອງຂອງຄວາມຮັກ, ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈ ຢູ່ໃນເກນຜິວສອງສີ.
ເຄື່ອງມຸງຄຸນ: ໄຂ່ມຸກ
ສີມຸງຄຸນ: ສີຂາວ
ເລກນຳໂຊກ: 7
ຄົນເກີດວັນສຸກ
ວຽກງານ: ຈະເຮັດວຽກຫຍັງໃນໄລຍະນີ້ກໍຈະປະສົບຄວາມສຳເລັດດີຂຶ້ນ, ມີໂອກາດໄດ້ເລື່ອນຊັ້ນ, ເລື່ອນຕຳແໜ່ງກໍເປັນໄປໄດ້.
ການເງິນ: ມີລາຍຈ່າຍໃນໄລຍະນີ້ ເພາະມີສິ່ງຈໍາເປັນຈຶ່ງເປັນເຫດໃຫ້ຕ້ອງໄດ້ໃຊ້ເງິນ.
ຄວາມຮັກ: ໄລຍະນີ້ຄົນຮັກຈະເອົາໃຈເປັນພິເສດ ເພາະອາດມີສິ່ງທີ່ເຂົາຕ້ອງການກໍເປັນໄປໄດ້, ແຕ່ໂດຍລວມແລ້ວຄວາມຮັກແມ່ນລົງໂຕຫຼາຍ
ເຄື່ອງມຸງຄຸນ: ຕ່າງຫູຄໍາ
ສີມຸງຄຸນ: ສີສົ້ມ
ເລກນຳໂຊກ: 5
ຄົນເກີດວັນເສົາ
ວຽກງານ: ໃຊ້ຄວາມຮູ້ຄວາມສາມາດໃນການສ້າງສັນຜົນງານໄດ້ດີຢ່າງຕໍ່ເນື່ອງ, ຈະເກີດຄວາມກ້າວໜ້າ.
ການເງິນ: ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ, ຈະເລີນຮຸ່ງເຮືອງທາງດ້ານການເງິນເປັນຢ່າງຫລາຍ.
ຄວາມຮັກ: ຄົນໂສດເບິ່ງຄືຍັງບໍ່ເລືອກໃຜໃນຊ່ວງນີ້ ອາດຈະຍັງຢາກເບິ່ງໆໄປກ່ອນຫລາຍກວ່າ.
ເຄື່ອງມຸງຄຸນ: ເງິນ
ສີມຸງຄຸນ: ສີແດງ
ເລກນຳໂຊກ: 9