ແຮງງານລາວໄດ້ຮັບການພັດທະນາສີມື ຫຼາຍກວ່າ 75 ພັນຄົນ ໃນປີ 2019 ຜ່ານມາ

ທ່ານ ນາງ ໃບຄໍາ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານຕໍ່ກອງປະຊຸມວິຊາການ ແຮງງານ ແລະ ສະວັດດີການສັງຄົມ ປະຈໍາປີ 2019 ທີ່ໄດ້ຈັດຂຶ້ນໃນທ້າຍເດືອນ ມັງກອນ ນີ້ວ່າ: 1 ປີຜ່ານມາ, ຂະແໜງການຂອງຕົນ ໄດ້ເອົາໃຈໃສ່ ຕິດຕາມການດຸ່ນດ່ຽງແຮງງານຕາມທິດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຊຶ່ງອັດຕາສ່ວນໂຄງປະກອບກໍາລັງແຮງງານຂົງເຂດກະສິກໍາຫຼຸດລົງຈາກ 64.8% ໃນປີ 2018 ມາເປັນ 64.1% ໃນປີ 2019, ຂົງເຂດອຸດສະຫະກໍາ ແລະ ບໍ່ແຮ່ ເພີ່ມຂຶ້ນຈາກ 11.6% ໃນປີ 2018 ມາເປັນ 12% ໃນປີ 2019 ແລະ ຂົງເຂດການບໍລິການເພີ່ມຂຶ້ນຈາກ 23.6% ໃນປີ 2018 ເປັນ 23.7%.
ໃນປີ 2019 ຜ່ານມາ, ໄດ້ເອົາໃຈໃສ່ ພັດທະນາສີມືແຮງງານໃຫ້ແກ່ແຮງງານລາວໄດ້ທັງໝົດ 75,769 ຄົນ, ຍິງ 33,700 ກວ່າຄົນ, ເທົ່າກັບ 48.83% ຂອງແຜນການປີ (155,183 ຄົນ) ໃນນີ້, ຂະແໜງກະສິກໍາມີ 19 ພັນກວ່າຄົນ, ຍິງ 8,300 ກວ່າຄົນ, ອຸດສາຫະກໍາ 19,330 ກວ່າຄົນ, ຍິງ 4,600 ກວ່າຄົນ ແລະ ຂະແໜງບໍລິການ 37,370 ຄົນ, ຍິງ 20,790 ກວ່າຄົນ.
ພ້ອມທັງໄດ້ຈັດຕັ້ງການທົດສອບສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 1,848 ຄົນ, ຍິງ 700 ກວ່າຄົນເທົ່າກັບ 73.92% ຂອງແຜນການປີ (2,500 ຄົນ), ໃນນີ້ມີ: ຂະແໜງການອຸດສາຫະກໍາ, ຂະແໜງບໍລິການ ແລະ ສ້າງມາດຕະຖານສີມືແຮງງານໃນຂະແໜງກະສິກໍາໄດ້ 5 ສາຂາອາຊີບ ບັນລຸໄດ້ 100% ຂອງແຜນການປີ ໃນນັ້ນມີ ອາຊີບປູກເຂົ້າ, ປູກຜັກ, ລ້ຽງງົວ, ລ້ຽງປາ ແລະ ລ້ຽງໄກ່; ພ້ອມໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ແກ່ການພັດທະນາສີມືແຮງງານລາວ ໂດຍໄດ້ສົມທົບທຶນການກໍ່ສ້າງສູນພັດທະນາສີມືແຮງງານແຂວງບໍ່ແກ້ວ ລວມມູນຄ່າທັງໝົດ 8 ຕື້ກີບ, ໃນນີ້: ກະຊວງ ສົມທົບທຶນ 40% ຂອງມູນຄ່າກໍ່ສ້າງທັງໝົດ, ຊຶ່ງມາຮອດປັດຈຸບັນ ສໍາເລັດແລ້ວ 100% ແລະ ໄດ້ມີການມອບ-ຮັບໂຄງການໃນທ້າຍປີ 2019 ຜ່ານມາ.
(ໄກ່ແຈ້)