"ລູກນໍ້າ ທິດາລັດ" ຖ່າຍຮູບເງົາ "ບັງເອີນຮັກ ຂ້ອຍຮັກເຈົ້າ" ຕໍ່ ຫຼັງຈາກພັກກອງມາດົນ

ກັບມາເຄື່ອນໄຫວອີກແລ້ວສຳລັບກອງຖ່າຍຮູບເງົາເລື່ອງ "ບັງເອີນຮັກ ຂ້ອຍຮັກເຈົ້າ" ເຊິ່ງ ລູກນໍ້າ - ທິດາລັດ ວົງສິລິ ຮັບບົດເປັນນາງເອກ ຄູ່ກັບນັກສະແດງຈາກຝັ່ງໄທ ໂດຍຮູບເງົາເລື່ອງນີ້ເລີ່ມເປີດກ້ອງມາຕັ້ງແຕ່ປີ 2018 ແຕ່ໄດ້ເວັ້ນວ່າງໄປດົນເຕີບ.
ລູກນໍ້າ ໄດ້ເຜີຍແຜ່ຮູບພາບຂະນະທີ່ເຂົ້າກອງຖ່າຍຮູບເງົາຕໍ່ຢູ່ທີ່ປະເທດໄທ ເມື່ອບໍ່ດົນມານີ້ ເປັນສັນຍານທີ່ດີວ່າຮູບເງົາເລື່ອງນີ້ຍັງໄດ້ໄປຕໍ່ ແລະ ຈະປາກົດສູ່ສາຍຕາຂອງຜູ້ຊົມໃນອະນາຄົດ.
ຮູບເງົາເລື່ອງດັ່ງກ່າວນີ້ ເປັນຜົນງານການຮ່ວມມືລະຫວ່າງລາວ-ໄທ ໂດຍມີເລື່ອງລາວເລົ່າເຖິງໜຸ່ມຄົນໜຶ່ງທີ່ອາໄສໃນເມືອງຫຼວງພົບກັບຄວາມວຸ້ນວາຍ ຈົນມື້ໜຶ່ງໄດ້ພົບຈຸດປ່ຽນໃນເລື່ອງຄວາມຮັກ ແລ້ວ ມາພົບກັບລູກນໍ້າ ເຊິ່ງເປັນນັກຂຽນຂອງລາວ. ຈາກຈຸດເລີ່ມຕົ້ນທີ່ບໍ່ຄ່ອຍຖືກກັນປານໃດ ແຕ່ເມື່ອໄດ້ໃກ້ຊິດກັນ ເຮັດໃຫ້ກາຍເປັນຄວາມຮັກ ແຕ່ມີເຫດການທີ່ບໍ່ຄາດຄິດເກີດຂຶ້ນ ເມື່ອຄົນຮັກຂອງລູກນໍ້າ ມາຊອກຫາ ເພື່ອພາກັບບ້ານ.
ລູກນໍ້າ ເຄີຍໃຫ້ສຳພາດກັບທີມຂ່າວບັນເທີງຂອງ muan.la ວ່າ ທີມສ້າງຍັງບໍ່ທັນວາງແຜນຊັດເຈນເທື່ອວ່າຮູບເງົາຈະເຂົ້າໂຮງຕອນໃດ ແຕ່ແນ່ນອນວ່າຕ້ອງແມ່ນປີ 2020 ເຊິ່ງລູກນໍ້າຈະມາອັບເດດອີກເທື່ອໜຶ່ງວ່າຈະເປັນຕົ້ນປີ, ກາງປີ ແນວໃດ.
"ເພິ່ນກໍຟ້າວສຸດໆເລີຍ ເພາະສ່າເພິ່ນກໍຈິງຈັງສຸດໆ ຄືທີ່ເຫັນກໍມີສາກປິດທາງຖ່າຍຟ້ອນບວງສວງຢູ່ອຸດອນທານີທີ່ມີຄົນຮ່ວມຟ້ອນກວ່າສິບພັນຄົນ. ກໍຈະມີສາກອະລັງການຫຼາຍສາກ. ຢາກໃຫ້ຄົນລາວໄດ້ເຫັນ ເພາະວັດທະນະທຳລາວ ກັບອຸດອນມັນກໍໃກ້ໆກັນ," ລູກນໍ້າກ່າວ ໃນງານອີເວັ້ນເມື່ອເດືອນພະຈິກປີກ່ອນ.
>> "ລູກນໍ້າ" ອັບເດດຜົນງານ ຖ່າຍຮູບເງົາ "ບັງເອີນຮັກ" ຕໍ່ ພ້ອມເຜີຍ ຍັງຮ່ວມວຽກກັບ GMM ຢູ່
>> ອະລັງການ! "ລູກນໍ້າ" ຟ້ອນບວງສວງກັບ 10,000 ຄົນ ໃນຮູບເງົາເລື່ອງ "ບັງເອີນຮັກ ຂ້ອຍຮັກເຈົ້າ"
>> "ລູກນໍ້າ" ເຜີຍພາບເບື້ອງຫຼັງ "ບັງເອີນຮັກ ຂ້ອຍຮັກເຈົ້າ" ຖ່າຍທຳຢູ່ ຄຳຊະໂນດ ດິນແດນແຫ່ງພະຍານາກ
>> ຍັງບໍ່ໝົດ! ລູກນໍ້າ ປາກົດໂຕຮ່ວມເປີດກ້ອງຮູບເງົາ "ບັງເອີນຮັກ ຂ້ອຍຮັກເຈົ້າ" ຮັບບົດເປັນນາງເອກ
ຂໍຂອບໃຈ
ພາບ : IG: louknumthidalat