ສາທາ ແຂວງບໍ່ແກ້ວ ວາງມາດຕະການເຝົ້າລະວັງໄວຣັດໂຄໂຣນາ ກຽມ 2 ໂຮງໝໍຮອງຮັບການປິ່ນປົວ

ປັດຈຸບັນ ແຂວງບໍ່ແກ້ວ ກໍຄື ພະແນກສາທາລະນະສຸກແຂວງ ໄດ້ເອົາໃຈໃສ່ໃນການປ້ອງກັນ ແລະ ສະກັດກັ້ນພະຍາດອັກເສບປອດ ຫລື ໄວຣັດໂຄໂຣນາ ໂດຍໄດ້ວາງມາດຕະການສຳຄັນ ກ່ຽວກັບການເຝົ້າລະວັງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ລວມທັງໄດ້ມີການກະກຽມທີມແພດ ແລະ ຫ້ອງປິ່ນປົວສະເພາະ ຢູ່ໂຮງໝໍແຂວງ ແລະ ໂຮງໝໍເມືອງຕົ້ນເຜິ້ງ ຖ້າເກີດມີກໍລະນີຜູ້ຕິດເຊື້ອ ແມ່ນຈະໄດ້ຮັບການປິ່ນປົວຢູ່ໂຮງໝໍ 2 ແຫ່ງດັ່ງກ່າວ.
ທ່ານ ດຣ. ຄໍາຜະຫຍາ ພົມປັນຍາ ຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ ໄດ້ກ່າວເມື່ອວັນທີ 3 ກຸມພາ 2020 ນີ້ວ່າ: ເພື່ອເປັນການປ້ອງກັນ ແລະ ເຝົ້າລະວັງການລະບາດຂອງເຊື້ອໄວຣັດ ໂຄໂຣນາ ພາຍຫລັງທີ່ພະແນກສາທາລະນະສຸກແຂວງ ໄດ້ຮັບແຈ້ງການ ຈາກກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກແລ້ວ ກໍໄດ້ຜັນຂະຫຍາຍແຈ້ງການດັ່ງກ່າວ ເພື່ອວາງມາດຕະການໃນການເຝົ້າລະວັງ ພ້ອມທັງໄດ້ແຈ້ງໃຫ້ຫ້ອງການສາທາລະນະສຸກເມືອງ ແລະ ສຸກສາລາແຫ່ງຕ່າງໆ ໄດ້ຈັດລາຍການທາງວິທະຍຸຂອງແຂວງ ເພື່ອໂຄສະນາສຸຂະສຶກສາ ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວິທີການປ້ອງກັນຕົນເອງ, ໄດ້ຈັດກອງປະຊຸມຮ່ວມ ລະຫວ່າງ ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, ເຈົ້າໜ້າທີ່ປະຈຳດ່ານ ແລະ ພະແນກຕ່າງປະເທດ ເພື່ອປຶກສາຫາລື ກ່ຽວກັບການກັ່ນຕອງຄົນເຈັບ ຫລື ນັກທ່ອງທ່ຽວທີ່ເຂົ້າ-ອອກ ຢູ່ພາຍໃນແຂວງບໍ່ແກ້ວ, ຂັ້ມງວດການການກວດກາກັ່ນຕອງຄົນທີ່ເດີນທາງເຂົ້າ-ອອກ ຢູ່ດ່ານຕ່າງໆ, ໄດ້ມີການຈັດກອງປະຊຸມປະເມີນສະຖານະການໃນແຕ່ລະວັນ ເພື່ອສະໜອງຂໍ້ມມູນໃຫ້ອຳນາດການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອປັບປຸງດ້ານມາດຕະການຕ່າງໆ ແລະ ໄດ້ມີການກະກຽມທີມແພດ ແລະ ແຍກຫ້ອງປິ່ນປົວສະເພາະ ໃນກໍລະນີມີຜູ້ຕິດເຊື້ອພະຍາດດັ່ງກ່າວ.
ທ່ານໃຫ້ຮູ້ອີກວ່າ: ສຳລັບແພດໝໍ ແມ່ນໄດ້ມີຄວາມພ້ອມຕະຫລອດເວລາໃນການເຝົ້າລະວັງ ແລະ ໄດ້ມີການແຕ່ງຕັ້ງແພດ-ໝໍ ໄປປະຈຳຢູ່ບັນດາດ່ານພາຍໃນແຂວງ, ພ້ອມທັງໄດ້ໃຫ້ຄວາມຮູ້ກ່ຽວກັບການປ້ອງກັນເຊື້ອພະຍາດ ໃຫ້ແກ່ເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຢູ່ພາຍໃນດ່ານ, ໄດ້ມີການຈັດກອງປະຊຸມຮ່ວມກັບຮ້ານຂາຍຢາ ແລະ ໂຮງໝໍເອກະຊົນໃນທົ່ວແຂວງ ເພື່ອປຶກສາຫາລື ແລະ ເພີ່ມຄວາມຮູ້ໃນການປິ່ນປົວຄົນເຈັບ. ພ້ອມນີ້, ກໍໄດ້ມອບໃຫ້ຫ້ອງການສາທາລະນະສຸກແຕ່ລະເມືອງ ສົບທົບກັບໜ່ວຍງານໂຄສະນາສຸຂະສຶກສາ ລົງໂຄສະນາ, ແຈກຢາຍແຜນພັບ ແລະ ໂປດສະເຕີ ກ່ຽວກັບການປ້ອງກັນຕົນເອງຈາກເຊື້ອພະຍາດໂຄໂຣນາ ໄວ ຣັດ ຢູ່ບັນດາເຮືອນພັກ, ໂຮງແຮມ ແລະ ເຂດຊຸມຊົນຕ່າງ ເຊັ່ນ: ຕະຫລາດ, ຄິວລົດ ແລະ ອື່ນໆ.
ຂໍຂອບໃຈ
ຂໍ້ມູນ : ພະແນກສາທາລະນະສຸກແຂວງບໍ່ແກ້ວ