ໂຮງຮຽນລາວ-ຈີນ ລຽວກົ່ງ ຫຼວງນ້ຳທາ ສັ່ງໂຈະການຮຽນເພື່ອຕິດຕາມການແຜ່ລະບາດໄວຣັດໂຄໂຣນາ

ໂຮງຮຽນມັດທະຍົມສຶກສາຕອນຕົ້ນ ລາວ-ຈີນ ລຽວກົ່ງ ເມືອງ ແລະ ແຂວງຫຼວງນ້ຳທາ ອອກແຈ້ງການດ່ວນ ໂຈະການຮຽນ-ການສອນ ພາກຄ່ຳ 1 ອາທິດ (ນັບແຕ່ວັນທີ 3-7 ກຸມພາ 2020) ເພື່ອຕິດຕາມ ແລະ ສະກັດກັ້ນການແຜ່ລະບາດໄວຣັດໂຄໂຣນາ.
ໂດຍອີງຕາມ ໜັງສືແຈ້ງການດ່ວນ ໂຮງຮຽນມັດທະຍົມຕອນຕົ້ນລາວ-ຈີນ ລຽງກົ່ງ ເມືອງຫຼວງນ້ຳທາ ເລກທີ 225/ມຕ.ລກ ລົງວັນທີ 3 ກຸມພາ 2020 ເຖິງ: ພໍ່ແມ່ – ຜູ້ປົກຄອງ ນັກຮຽນອະນຸບານ, ປະຖົມ, ມັດທະຍົມ ແລະ ນັກຮຽນພາກຄໍ່າຊາບ ເລື່ອງ: ພັກການຮຽນ-ການສອນ ເພື່ອຕິດຕາມການແຜ່ລະບາດໄວຣັດໂຄໂຣນາ.
ອີງຕາມ: ຄໍາສັ່ງຂອງທ່ານເລຂາທູດ ສປ ຈີນ ປະຈໍາລາວ. ອີງຕາມ: ຄໍາແນະນໍາຂອງທ່ານ ຜູ້ປະກອບການ ຄັ້ງວັນທີ 3 ກຸມພາ 2020.
ໂຮງຮຽນມັດທະຍົມຕອນຕົ້ນລາວ-ຈີນລຽວກົ່ງ ເປັນໂຮງຮຽນເຄືອຂ່າຍພາສາຈີນ ມີຄູອາສາສະໝັກມາຈາກ ສປ ຈີນ, ມີສາຍພົວພັນພິເສດ ຊ່ວງໄວລັດໂຄໂຣນາແຜ່ ລະບາດຢູ່ ສປ ຈີນ ອາດມີພໍ່ແມ່-ຜູ້ປົກຄອງ ຫຼື ນັກຮຽນເຂົ້າອອກ ສປ ຈີນ ເຊິ່ງສ່ຽງຕໍ່ການຕິດເຊື້ອ ແລະ ແພ່ເຊື້ອໄວຣັດດັ່ງກ່າວ.
ເພື່ອສະກັດກັ້ນ ແລະ ຕິດຕາມອາການຂອງກຸ່ມສ່ຽງ ພວກເຮົາຈະໄດ້ພັກການຮຽນ 1 ອາທິດເລີ່ມແຕ່ວັນທີ 3 ຫາ 7 ກຸມພາ 2020 ແລະ ວັນທີ 10 ກຸມພາ 2020 ຈຶ່ງເລີ່ມເຂົ້າຮຽນເປັນປົກກະຕິ. ສໍາລັບອະນຸບານເຂົ້າຮຽນເລີ່ມແຕ່ວັນທີ 3 ກຸມພາ 2020.
ສະນັ້ນ, ຈຶ່ງແຈ້ງມາຍັງ ພໍ່ແມ່ , ຜູ້ປົກຄອງນັກຮຽນ ແລະ ນັກຮຽນທຸກພາກສ່ວນ ຮັບຊາບຢ່າງທົ່ວເຖິງ ຫວັງວ່າຈະໄດ້ຮັບການຮ່ວມມືຈາກບັນດາທ່ານເປັນຢ່າງດີ.