ເບິ່ງດວງລາຍວັນປະຈໍາວັນອາທິດ ທີ 2 ກຸມພາ 2020 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ຈະເຮັດທຸລະກິດງານສິ່ງໃດໃນຊ່ວງນີ້ບາງເທື່ອກໍຕ້ອງໃຊ້ເງິນລົງທຶນອອກໄປ ແຕ່ກໍຈະຄຸ້ມຄ່າກັບຜົນຕອບແທນທີ່ໄດ້ຮັບ
ການເງິນ ຊ່ວງນີ້ໃຊ້ຈ່າຍໄດ້ຢ່າງຄ່ອງຕົວ ແມ່ນມີເລື່ອງຈ່າຍ ແຕ່ເລື່ອງຮັບຫລືການຫາໄດ້ເຂົ້າມາກໍຍັງມີຫລາຍກວ່າ ມີເຂົ້າມາຕໍ່ເນື່ອງຕະຫລອດ
ຄວາມຮັກ ທ່ານເປັນຜູ້ທີ່ມີສະເໜ່ມີຄົນເຂົ້າມາສົນໃຈ ແຕ່ທ່ານກໍຍັງບໍ່ໄດ້ໃຫ້ຄວາມຊັດເຈນກັບລາວ ຈຶ່ງຄວນເບິ່ງໆ ກັນໄປກ່ອນຈະດີທີ່ສຸດ
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສິດໍາ
ເລກນຳໂຊກ 7
ວັນຈັນ
ການງານ ມີຄວາມເລັ່ງກ່ຽວກັບການເຮັດວຽກງານ ແຕ່ກໍຄວນຕ້ອງມັດລະວັງເປັນພິເສດດ້ວຍເຊັ່ນກັນ ເຮັດວຽກໃຫ້ໄດ້ຕາມລະບົບ ຕາມຂັ້ນຕອນຈະດີທີ່ສຸດ
ການເງິນ ຍັງຢູ່ໃນເກນຊົງຕົວໃນຊ່ວງນີ້ ມີເລື່ອງຈ່າຍ ແຕ່ກໍຫາເຂົ້າມາໄດ້ເປັນລັກສະນະຂອງການໝຸນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້
ຄວາມຮັກ ມີເລື່ອງຫຼາຍຢ່າງທີ່ທ່ານຕ້ອງໄປຈັດການໃຫ້ສຳເລັດໄປໂດຍໄວ ແຕ່ກໍຈະມີຄົນຜິວຂາວເຂົ້າມາ ແຕ່ກໍຂຶ້ນຢູ່ກັບທ່ານວ່າຖືກໃຈທ່ານຫລືບໍ່
ເຄື່ອງມຸງຄຸນ ເພັດສີບົວ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 7
ວັນອັງຄານ
ການງານ ຄວາມສະຫລຽວສະຫລາດໃນການເຈລະຈາຕໍ່ລອງຈະເຮັດໃຫ້ທ່ານປະສົບຄວາມສຳເລັດໄດ້ ແຕ່ກໍຕ້ອງເມື່ອຍເພາະຕ້ອງເດີນທາງຫຼາຍຂຶ້ນ
ການເງິນ ໂຊກດີມີໂຊກຈະໄດ້ເງິນເຂົ້າມາໃນມື້ນີ້ ເປັນມື້ທີ່ໂຊກດີຫລາຍໆ ມື້ໜຶ່ງຂອງທ່ານເລີຍ
ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຄວາມຮັກ ຖ້າຫາກຈະພົບໃຜໃນມື້ນີ້ຈະເປັນຄົນອາຍຸນ້ອຍກວ່າ ແຕ່ຕ້ອງລະວັງໃນເລື່ອງອາລົມຂອງອີກຝ່າຍ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີເງິນ
ເລກນຳໂຊກ 7
ວັນພຸດ
ການງານ ຈະເຮັດວຽກສິ່ງໃດໃນຊ່ວງນີ້ເກີດຄວາມສຳເລັດເກີນຄວາມຄາດຫວັງ ການງານເກີດການປ່ຽນແປງທີ່ດີຂຶ້ນຢ່າງເຫັນໄດ້ແຈ້ງ
ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ເປັນເລື່ອງຂອງການໝຸນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້
ຄວາມຮັກ ທ່ານເປັນຜູ້ທີ່ມີສະເໜ່ ແຕ່ກໍຍັງບໍ່ມີເວລາໃຫ້ເລື່ອງຄວາມຮັກປານໃດ ອາດຈະມີຄົນເຂົ້າມາໃຫ້ຄວາມສົນໃຈຢູ່ຕະຫຼອດ
ເຄື່ອງມຸງຄຸນ ເພັດ
ສີມຸງຄຸນ ສີແດງອ່ອນ
ເລກນຳໂຊກ 2
ວັນພະຫັດ
ການງານ ຕິດຂັດອຸປະສັກຢູ່ ແຕ່ກໍຕ້ອງມີການປັບປ່ຽນວິທີການເຮັດວຽກງານບາງຢ່າງເພື່ອໃຫ້ເກີດຄວາມສຳເລັດໃນການເຮັດວຽກງານ
ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປ ເປັນລັກສະນະຂອງການໝຸນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້ກັບສະຖານການນະນີ້
ຄວາມຮັກ ຈະພົບຄົນຜິວສອງສີ ແຕ່ກໍຍັງບໍ່ເລືອກໃນຊ່ວງນີ້ ເພາະຕ້ອງການເບິ່ງໆ ກັນໄປຫລາຍກວ່າ ຕ້ອງການໃຊ້ເວລາຕັດສິນໃຈນັ້ນເອງ
ເຄື່ອງມຸງຄຸນ ຫີນນໍາໂຊກສີສົ້ມ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 5
ວັນສຸກ
ການງານ ຊ່ວງນີ້ການຕໍ່ລອງເຈລະຈາກ່ຽວກັບເລື່ອງການງານຈະປະສົບຜົນສຳເລັດ ແລະພົບກັບຄວາມກ້າວຫນ້າທີ່ດີຂຶ້ນ ແຕ່ເລື່ອງທີ່ຕ້ອງລະວັງຄືເລື່ອງສຸກຂະພາບທີ່ໃຊ້ທຸ້ມເທໃນເລື່ອງການງານຫລາຍເກີນໄປ
ການເງິນ ໄລຍະນີ້ຈະຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະເປັນໂຊກດີ ຈະໄດ້ເງິນເຂົ້າມາເປັນກຳ ຈະສັງເກດໄດ້ວ່າດວງທາງດ້ານການເງິນດີຂຶ້ນກວ່າແຕ່ກ່ອນ
ຄວາມຮັກ ສຸກສົມຫວັງ ແລະລົງຕົວໃນເລື່ອງຄວາມຮັກໃນການສ້າງສັນຄວາມສຳພັນກັບຄົນຮັກຢູ່ໃນເກນທີ່ຈິງຈັງ
ເຄື່ອງມຸງຄຸນ ຄໍາຝຮັ່ງ
ສີມຸງຄຸນ ສີບົວ
ເລກນຳໂຊກ 3
ວັນເສົາ
ການງານ ຈະເຮັດວຽກງານສິ່ງໃດກໍເປັນເງິນເປັນທອງเປັນໂຊກໄປທຸກຢ່າງດວງທາງດ້ານການງານຈະເລີນກ້າວໜ້າເປັນຢ່າງຫລາຍ
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປຢ່າງຕໍ່ເນື່ອງ ເປັນການໝຸນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້
ຄວາມຮັກ ຈະໄດ້ພົບໃຜບາງຄົົນທີ່ເກັ່ງ ມີຄວາມສາມາດໃນການບໍລິຫານຈັດການ ມີຄວາມພ້ອມໄປທຸກຢ່າງ ທີ່ທ່ານຈະໄດ້ພົບໃນໄລຍະນີ້
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີດໍາ
ເລກນຳໂຊກ 4