"ລ້າງມືເລື້ອຍໆ" ໜຶ່ງໃນຄຳແນະນຳທີ່ສຳຄັນຈາກອົງການອະນາໄມໂລກ ເພື່ອຫຼຸດຜ່ອນການຕິດເຊື້ອຕ່າງໆ

"ມື" ເປັນອະໄວຍະວະໜຶ່ງທີ່ເຮົາໃຊ້ຈັບບາຍ ແລະ ສຳຜັດສິ່ງຕ່າງໆຫຼາຍທີ່ສຸດ ສະນັ້ນຈຶ່ງປະຕິເສດບໍ່ໄດ້ວ່າ ມື ເປັນທາງຜ່ານຂອງເຊື້ອພະຍາດຕ່າງໆເຂົ້າສູ່ຮ່າງກາຍ. ສິ່ງໜຶ່ງທີ່ສາມາດຫຼຸດຜ່ອນການນຳເອົາເຊື້ອພະຍາດມາສູ່ຕົນເອງ ຫຼື ສົ່ງຕໍ່ເຊື້ອພະຍາດໄປໃຫ້ຄົນອື່ນກໍຄື "ການລ້າງມືເລື້ອຍໆ" ເຊິ່ງນີ້ເປັນໜຶ່ງໃນຄຳແນະນຳທີ່ສຳຄັນທີ່ອົງການອະນາໄມໂລກໄດ້ລະບຸໄວ້ ກ່ຽວກັບການປ້ອງກັນໂຕເອງ ແລະ ຄົນອື່ນຈາກໄວຣັດໂຄໂຣນາສາຍພັນໃໝ່.
ຖ້າສັງເກດໃຫ້ດີແລ້ວ ໃນຄຳແນະນຳດັ່ງກ່າວນີ້ ກ່າວຢໍ້າເຖິງການລ້າງມືຫຼາຍຄັ້ງ ເຊິ່ງສະແດງໃຫ້ເຫັນວ່າມີຄວາມສຳຄັນຫຼາຍ ແລະ ສາມາດຊ່ວຍຫຼຸດຜ່ອນໂອກາດໃນການຕິດເຊື້ອໄດ້.
ສະນັ້ນມື້ນີ້ເຮົາຈະພາໄປຮູ້ຈັກກັບວິທີປ້ອງກັນໂຕເອງ ແລະ ຄົນອື່ນຈາກການຕິດເຊື້ອພະຍາດຕ່າງໆຢ່າງລະອຽດທີ່ແນະນຳໂດຍອົງການອະນາໄມໂລກ ເຊິ່ງໄດ້ແບ່ງອອກເປັນຫົວຂໍ້ດັ່ງນີ້:
ປ້ອງກັນໂຕເອງ ແລະ ຄົນອື່ນຈາກການເຈັບປ່ວຍ
- ລ້າງມືດ້ວຍເຈວລ້າງມືທີ່ມີສ່ວນປະກອບຂອງແອລກໍຮໍ ຫຼື ດ້ວຍສະບູ ແລະ ນໍ້າສະອາດ. ຖ້າຫາກແນມເຫັນໄດ້ຢ່າງຊັດເຈນວ່າມືເປື້ອນ ຄວນລ້າງດ້ວຍສະບູ ແລະ ນໍ້າສະອາດໄຫຼຜ່ານ. ຖ້າຫາກສັງເກດດ້ວຍຕາເປົ່າບໍ່ເຫັນວ່າເປື້ອນ ສາມາດໃຊ້ເຈວລ້າງມືທີ່ມີສ່ວນປະກອບຂອງແອລກໍຮໍກໍໄດ້.
- ລ້າງມືທຸກຄັ້ງຫຼັງຈາກທີ່ໄອ ຫຼື ຈາມ, ເມື່ອເບິ່ງແຍງຄົນເຈັບ, ກ່ອນ ລະຫວ່າງ ແລະ ຫຼັງກະກຽມອາຫານ, ກ່ອນກິນອາຫານ, ຫຼັງຈາກໃຊ້ຫ້ອງນໍ້າ, ເມື່ອແນມເຫັນຢ່າງຊັດເຈນວ່າມືເປື້ອນ, ຫຼັງສຳຜັດ ຫຼື ກ່ຽວຂ້ອງກັບສັດ ຫຼື ມູນສັດ.
- ເມື່ອໄອ ຫຼື ຈາມໃຫ້ໃຊ້ຂໍ້ພັບແຂນ ຫຼື ເຈ້ຍອະນາໄມປິດປາກ ແລະ ດັງໄວ້. ຖ້າໃຊ້ເຈ້ຍອະນາໄມ ຫຼັງຈາກໃຊ້ແລ້ວໃຫ້ຖິ້ມໃນບ່ອນທີ່ເໝາະສົມ ແລະ ລ້າງມືທັນທີ.
- ບໍ່ຢູ່ໃກ້ຄົນອື່ນຖ້າຫາກເຈົ້າໄອ ແລະ ເປັນໄຂ້.
- ບໍ່ຖົ່ມນໍ້າລາຍ ຫຼື ຂີ້ກະເທີ່ໃນບ່ອນສາທາລະນະ.
- ຖ້າຫາກເຈົ້່າເປັນໄຂ້, ໄອ ແລະ ຫາຍໃຈຝືດ ໃຫ້ຮີບເຂົ້າຮັບການປິ່ນປົວ ແລະ ແຈ້ງປະຫວັດການເດີນທາງຂອງເຈົ້າກັບເຈົ້າໜ້າທີ່ສະຖານປິ່ນປົວ.
ຄວາມປອດໄພດ້ານອາຫານ
- ໃຊ້ຂຽງ ແລະ ມີດແຍກກັນສຳລັບອາຫານດິບ ແລະ ອາຫານທີ່ປຸງສຸກແລ້ວ.
- ລ້າງມືລະຫວ່າງການຈັບບາຍອາຫານດິບ ແລະ ອາຫານສຸກ.
- ບໍ່ຄວນກິນສັດທີ່ປ່ວຍ ແລະ ຕາຍຈາກພະຍາດ.
- ເຖິງວ່າຈະຢູ່ໃນພື້ນທີ່ລະບາດຂອງພະຍາດ, ຜະລິດຕະພັນຊີ້ນສັດຍັງສາມາດບໍລິໂພໄດ້ ແຕ່ຕ້ອງປຸງໃຫ້ສຸກດີ ແລະ ລະມັດລະວັງເລື່ອງຄວາມສະອາດໃນລະຫວ່າງປຸງແຕ່ງ.
ການໄປຊື້ເຄື່ອງ ຫຼື ເຮັດວຽກໃນເຂດຕະຫຼາດທີ່ມີຄວາມປຽກຊຸ່ມຢູ່ຈີນ ແລະ ປະເທດໃນອາຊີຕາເວັນອອກສ່ຽງໃຕ້
ຖ້າໄປຊື້ເຄື່ອງ:
- ລ້າງມືດ້ວຍນໍ້າ ແລະ ສະບູທຸກຄັ້ງຫຼັງຈາກສຳຜັດສັດ ແລະ ຜະລິດຕະພັນສັດ.
- ຫຼີກເວັ້ນການສຳຜັດຕາ, ປາກ ແລະ ດັງ.
- ຫຼີກເວັ້ນການສຳຜັດສັດປ່ວຍ ແລະ ຊີ້ນເນົ່າ.
- ຫຼີກເວັ້ນການສຳຜັດສັດທີ່ບໍ່ມີເຈົ້າຂອງ, ຂີ້ເຫຍື້ອ ແລະ ຂອງແຫຼວຕ່າງໆໃນຕະຫຼາດ.
ຖ້າເຮັດວຽກໃນຕະຫຼາດ:
- ໃສ່ຜ້າກັນເປື້ອນ, ຜ້າອັດປາກ ແລະ ຊົບມື ເມື່ອຕ້ອງໄດ້ສຳຜັດກັບສັດ ຫຼື ຜະລິດຕະພັນຈາກສັດ.
- ແກ້ເຄື່ອງປ້ອງກັນຫຼັງຈາກເຮັດວຽກແລ້ວ ແລະ ຊັກລ້າງທຸກມື້ ແລະ ໃຫ້ປະໄວ້ຢູ່ບ່ອນເຮັດວຽກ.
- ບໍ່ໃຫ້ສະມາຊິກໃນຄອບຄົວສຳຜັດເຄື່ອງນຸ່ງ ແລະ ເກີບທີ່ເປື້ອນດິນຈາກບ່ອນເຮັດວຽກ.
- ລ້າງມືຢູ່ເລື້ອຍໆດ້ວຍສະບູ ແລະ ນໍ້າ ຫຼັງຈາກທີ່ສຳຜັດກັບສັດ ຫຼື ຜະລິດຕະພັນຈາກສັດ.
- ຂ້າເຊື້ອອຸປະກອນ ແລະ ພື້ນທີ່ເຮັດວຽກຢ່າງໜ້ອຍມື້ລະ 1 ຄັ້ງ.
ວິທີປ້ອງກັນໂຕເອງໃນຂະນະທີ່ເດີນທາງ
- ຫຼີກເວັ້ນການເດີນທາງຖ້າຫາກເຈົ້າເປັນໄຂ້ ຫຼື ໄອ.
- ຖ້າເຈົ້າເປັນໄຂ້, ໄອ ແລະ ຫາຍໃຈຝືດ ໃຫ້ຮີບເຂົ້າຮັບການປິ່ນປົວ ແລະ ແຈ້ງປະຫວັດການເດີນທາງຜ່ານມາໃຫ້ເຈົ້າທີ່ໜ້າສະຖານປິ່ນປົວ.
- ຫຼີກເວັ້ນການສຳຜັດໃກ້ຊິດກັບຜູ້ທີ່ເປັນໄຂ້ ແລະ ໄອ.
- ໝັ່ນລ້າງມືດ້ວຍເຈວລ້າງມືທີ່ມີສ່ວນປະກອບຂອງແອລກໍຮໍ ຫຼື ດ້ວຍສະບູ ແລະ ນໍ້າ.
- ຫຼີກເວັ້ນການສຳຜັດຕາ, ດັງ ແລະ ປາກ.
- ເມື່ອໄອ ຫຼື ຈາມໃຫ້ໃຊ້ຂໍ້ພັບແຂນ ຫຼື ເຈ້ຍອະນາໄມປິດປາກ ແລະ ດັງໄວ້. ຖ້າໃຊ້ເຈ້ຍອະນາໄມ ຫຼັງຈາກໃຊ້ແລ້ວໃຫ້ຖິ້ມໃນບ່ອນທີ່ເໝາະສົມ ແລະ ລ້າງມືທັນທີ.
- ຖ້າເຈົ້າໃຊ້ຜ້າອັດປາກ (ໜ້າກາກອະນາໄມ) ຕ້ອງກວດໃຫ້ແນ່ໃຈວ່າມັນໄດ້ປົກທັງປາກ ແລະ ດັງໄວ້ເປັນຢ່າງດີ ແລະ ເມື່ອໃສ່ແລ້ວກໍຫຼີກເວັ້ນການສຳຜັດຜ້າອັດປາກ.
- ເມື່ອໃຊ້ຜ້າອັດປາກແລ້ວ ໃຫ້ນຳໄປຖິ້ມທັນທີ ພ້ອມທັງລ້າງມືໃຫ້ສະອາດຫຼັງຈາກຖິ້ມແລ້ວ.
- ຖ້າເຈົ້າບໍ່ສະບາຍໃນລະຫວ່າງເດີນທາງ ໃຫ້ຮີບແຈ້ງພະນັກງານເທິງຍົນ ແລະ ຮີບເຂົ້າຮັບການປິ່ນປົວ. ພ້ອມນັ້ນກໍໃຫ້ແຈ້ງປະຫວັດການເດີນທາງໃຫ້ກັບສະຖານປິ່ນປົວນຳ.
- ກິນອາຫານທີ່ປຸງສຸກດີເທົ່ານັ້ນ.
- ຫຼີກເວັ້ນການຖົ່ມນໍ້າລາຍໃນບ່ອນສາທາລະນະ.
- ຫຼີກເວັ້ນການສຳຜັດໃກ້ຊິດ ແລະ ເດີນທາງກັບສັດທີ່ປ່ວຍ.
ຂໍຂອບໃຈ
ຂໍ້ມູນ : WHO