"ແອັບເປິ້ນ ສີສະຫງຽນ" ໂພສຮູບຂາຍລິບ ແຕ່ເບິ່ງຄືວ່າຊາວເນັດຈະໂຟກັດຜິດຈຸດ

ຄົນດັງສາວແມ່ລູກອ່ອນ "ແອັບເປິ້ນ - ສີສະຫງຽນ ສີຫາລາດ" ພັນລະຍາຂອງດາລາໜຸ່ມໄທ "ຟຸກ - ຈິຣະ ດ່ານບະວອນກຽດ" ໂພສຮູບຂາຍລິບເນື້ອແມັດ (matte) ໃນໄອຈີສ່ວນຕົວ ແຕ່ເບິ່ງຄືວ່າບັນດາຜູ້ທີ່ເຂົ້າມາສະແດງຄວາມເຫັນຈະບໍ່ໄດ້ໂຟກັດຢູ່ທີ່ລິບທີ່ແອັບເປິ້ນໂຄສະນາຂາຍ.
ໂດຍໃນໂພສ ມີນ້ອງສາວຂອງສາວແອັບເປິ້ນ ນັ້ນກໍຄື ພິກກີ້ ພິລາລັກ ແລະ ຄົນອື່ນໆກໍໄດ້ເຂົ້າມາສະແດງຄວາມເຫັນແຊວເອື້ອຍຂອງຕົນເອງຕາມທີ່ປາກົດໃນຮູບລຸ່ມນີ້.
ທັງນີ້ ສາວແອັບເປິ້ນຖືວ່າເປັນແມ່ລູກອ່ອນຄົນໜຶ່ງທີ່ໃສ່ໃຈກັບສຸຂະພາບ ແລະ ຄວາມງາມຫຼາຍ ໂດຍຫຼັງຈາກທີ່ໃຫ້ກເນີດນ້ອງ "ຈູນີ່" ກໍສາມາດຫຼຸດນໍ້າໜັກໂຕລົງມາຢູ່ທີ່ 42 ກິໂລກຣາມໄດ້ພາຍໃນເວລາ 70 ກິໂລກຣາມ.
ຮັກສາຫຸ່ນໄດ້ດີແບບນີ້ ເຫັນແລ້ວໜ້າອິດສາແທ້ໆ ມີເຄັດລັບດີໆກໍບອກແຟນຄລັບແດ່ເດີ້ແມ່ແອັບເປິ້ນ.
ຂໍຂອບໃຈ
ພາບ : IG: appleminiberry