ເບິ່ງດວງລາຍວັນປະຈໍາວັນສຸກ ທີ 31 ມັງກອນ 2020 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ປັບປ່ຽນວິທີການການເຮັດວຽກງານໃໝ່ໝົດໃນຊ່ວງນີ້ ຈະເກີດການປ່ຽນແປງໃນການຂະຫຍາຍສາຂາທາງທຸລະກິດ
ການເງິນ ຈະຍັງສາມາດເງິນໝຸນໃນຊ່ວງນີ້ໄດ້ ໝຸນຫາເງິນໄດ້ທັນໃຊ້ທັນຈ່າຍຢູ່ໃນເກນທີ່ດີ
ຄວາມຮັກ ຖ້າຈະພົບຮັກກໍຈະເປັນລັກສະນະເຫດການຂອງການທີ່ຈະມີສ່ວນຊ່ວຍເຫຼືອກັນ ໃນເລື່ອງຂອງການໃຫ້ຄຳປຶກສາດ້ານການງານ
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີແດງ
ເລກນຳໂຊກ 6
ວັນຈັນ
ການງານ ທ່ານເປັນຄົນທີ່ມັກພົບໂອກາດທີ່ດີ ແລະ ຄວາມພະຍາຍາມຈະບໍ່ເສຍເປົ່າ ພົບຄວາມກ້າວໜ້າ ພົບຄວາມສຳເລັດ ຫາກມີຄວາມຕັ້ງໃຈຈິງ
ການເງິນ ໂຊກດີສະເໝີເພາະຈະພົບຄວາມກົດດັນທາງດ້ານການເງິນທີຈະພົບຄົົນທີ່ເຂົ້າມາຊ່ວຍເຫລືອດ້ານການເງິນທຸກເວລາໃນຊ່ວງນີ້
ຄວາມຮັກ ໂດຍລວມດ້ານຄວາມຮັກຢູ່ໃນເກນທີ່ຍັງບໍ່ລົງຕົວເພາະວ່າພາລະກິດຄ່ອນຂ້າງຫຼາຍຈຶ່ງບໍ່ມີເວລາທຸ້ມເທໃນເລື່ອງຂອງຄວາມຮັກ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 4
ວັນອັງຄານ
ການງານ ຕັ້ງເປົ້າໝາຍດ້ວຍຄວາມພະຍາຍາມ ແລະ ຄວາມສ້າງສັນນຳພາຕົນໄປສູ່ຄວາມສຳເລັດ ມີຊື່ສຽງດີຂຶ້ນໃນການສ້າງຜົນງານໄດ້ໂດດເດັ່ນ
ການເງິນ ໄດ້ເຂົ້າມາເລື້ອຍໆ ສະເໝີໃນຊ່ວງນີ້ ມີຄວາມຫມັ້ນຄົງທາງດ້ານການເງິນດີຂຶ້ນເປັນຢ່າງຫລາຍ
ຄວາມຮັກ ມີເວລາໃຫ້ກັນບໍ່ຫລາຍໃນຊ່ວງນີ້ ຈຶ່ງຈຳເປັນຕ້ອງແບ່ງເວລາໃຫ້ກັນຫລາຍຂຶ້ນຈຶ່ງມີຄວາມສຸກ ແລະ ຄວາມສຳພັນທີ່ລົງຕົວ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 4
ວັນພຸດ
ການງານ ການເບິ່ງແຍງລູກຄ້າທີ່ມີຄຸນນະພາບດີໄວ້ຈະເປັນໂຊກດີຕໍ່ຄວາມສຳເລັດໃນໄລຍະຍາວ
ການເງິນ ການເດີນທາງຈະເຮັດໃຫ້ປະສົບພົບຄວາມໂຊກດີທາງດ້ານການເງິນ
ຄວາມຮັກ ຈະພົບຄົົນທີ່ມີສະເໜ່ເກັ່ງມີຄວາມສາມາດ ມີໂອກາດພົບຮັກແບບບໍ່ທັນຕັ້ງໂຕ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 7
ວັນພະຫັດ
ການງານ ການເຮັດວຽກງານຮ່ວມກັນເປັນທີມຍັງຈຳເປັນຕ້ອງຫາລູກທີມທີ່ມີຄວາມມຸ້ງມັ່ນ ແລະ ຕັ້ງໃຈ ແລະ ຖ້າສົ່ງເສີມຊ່ວຍເຫລືອ
ການເງິນ ຫາເງິນເຂົ້າມາໄດ້ຫລາຍກໍແມ່ນແຕ່ເບິ່ງຄືຈະຕ້ອງນຳເງິນໄປຊື້ຢາບຳລຸງທີ່ຈະມາເບິ່ງແຍງໃນເລື່ອງຂອງສຸຂະພາບຂອງຕົນເອງໃນຊ່ວງນີ້ກໍເປັນໄປໄດ້
ຄວາມຮັກ ຈະພົບຮັກກ່ຽວຂ້ອງກັບການງານ ຫລືຜູ້ໃຫຍ່ຈະແນະນຳໃຫ້ຮູ້ຈັກໃຜບາງຄົົນທີ່ມີສະເໜ່ສະຫລຽວສະຫລາດ ມີເກນອາຍຸນ້ອຍກວ່າ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີດໍາ
ເລກນຳໂຊກ 2
ວັນສຸກ
ການງານ ຊ່ວງນີ້ຈະໄດ້ເຮັດໂປຣເຈັກວຽກງານທີ່ໃຫຍ່ຂຶ້ນ ປະສົບຄວາມສຳເລັດໄດ້ດີຂຶ້ນ ແຕ່ຕ້ອງແລກມາຊຶ່ງຄວາມເມື່ອຍ
ການເງິນ ຄົນຮັກມີສ່ວນຊ່ວຍໃນເລື່ອງຂອງການທີ່ຈະໄດ້ຊັບໄດ້ເງິນເຂົ້າມາ ຈະໄດ້ຮັບການອຸປະຖຳຊ່ວຍເຫລືອຈາກຄົນຮັກດ້ານການເງິນກໍເປັນໄປໄດ້
ຄວາມຮັກ ເບິ່ງຄືຄວາມສຳພັນເທື່ອນີ້ຈະມີເລື່ອງກ່ຽວກັບຜົນປະໂຫຍດມາກ່ຽວຂ້ອງ ອາດເຮັດໃຫ້ເກີດການຂັດແຍ້ງກັບຄົນຮັກກໍເປັນໄປໄດ້ເພາະຜົນປະໂຫຍດບໍ່ລົງຕົວ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 9
ວັນເສົາ
ການງານ ຈະເຮັດທຸລະກິດຫຍັງເປັນເງິນເປັນທອງໄປທຸກຢ່າງຊ່ວງນີ້ ດວງຢູ່ໃນເກນທີ່ດີຫລາຍໆ ເພາະຄວາມຂະຫຍັນ ເກັ່ງ ແລະ ມີຄວາມສາມາດຂອງຕົນເອງລ້ວນໆ
ການເງິນ ຖ້າຢາກໄດ້ເງິນເພີ່ມເປັນທະວີຄູນຕ້ອງຫາຫົນທາງໃໝ່ ສຶກສາຂໍ້ມູນ ແລະ ແນວທາງຕ່າງໆ ໃນເລື່ອງຂອງການເຮັດທຸລະກິດເສີມເພີ່ມເຕີມອີກຈຶ່ງຈະດີ
ຄວາມຮັກ ຈະພົບຄົນເກັ່ງ ແລະ ມີຄວາມສາມາດຫລາຍໆ ໃນຊ່ວງນີ້ ຄວາມສຳພັນດ້ານຄວາມຮັກນັ້ນເປັນແບບຫ່າງໆ ແລະ ເປັນການເພື່ອສຶກສາເບິ່ງໃຈກັນນັ້ນເອງ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 6