ເບິ່ງດວງລາຍວັນປະຈໍາວັນພະຫັດ ທີ 30 ມັງກອນ 2020 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ຖ້າເຮັດທຸລະກິດຈະການງານແບບຫຸ້ນສ່ວນໃນຊ່ວງນີ້ຈະເປັນໂຊກດີຫລາຍໆ ເພາະຈະໄດ້ຜົນກຳໄລທີ່ເພີ່ມຂຶ້ນ
ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໂຊກດີຫລາຍໆ ໃນຊ່ວງນີ້ ຈະພົບສະພາວະກົດດັນທາງດ້ານການເງິນ
ຄວາມຮັກ ບໍ່ມີເວລາທີ່ຈະທຸ້ມເທດ້ານຄວາມຮັກເພາະວ່າພາລະກິດຄ່ອນຂ້າງມີຫລາຍເປັນພິເສດໃນຊ່ວງນີ້
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 9
ວັນຈັນ
ການງານ ເຮັດທຸລະກິດຈະການງານເກີດຄວາມກ້າວໜ້າ ຊ່ວງນີ້ຕ້ອງເດີນທາງຕິດຕໍ່ງານຫຼາຍແຕ່ຈະເປັນໂຊກດີເພາະຊື່ສຽງຂອງຕົນເອງນັ້ນຈະຖືກເວົ້າໃນທາງທີ່ດີ
ການເງິນ ລາຍຈ່າຍມີຫລາຍແຕ່ເປັນເລື່ອງຂອງການລົງທຶນເພື່ອທີ່ຈະນຳເງິນທຶນນັ້ນໄປຕໍ່ຍອດໃຫ້ເກີດຜົນກຳໄລຂຶ້ນມາໃນຊ່ວງນີ້
ຄວາມຮັກ ສຸກສົມຫວັງດີຫລາຍມີໂອກາດທີ່ເພື່ອນຈະແນະນຳໃຫ້ຮູ້ຈັກໃຜບາງຄົນກໍເປັນໄປໄດ້ໃນຊ່ວງນີ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີດໍາ
ເລກນຳໂຊກ 3
ວັນຄານ
ການງານ ຄວາມສຳເລັດທີ່ເກີດຂື້ນໄດ້ຕ້ອງມີທີມງານທີ່ດີໃນເລື່ອງຂອງການຮ່ວມກັນເຮັດທຸລະກິດຈະການງານໃຫ້ເກີດຄວາມສຳເລັດ ແລະ ໃຫ້ເກີດຄວາມໂຊກດີ
ການເງິນ ຈະໄດ້ເງິນກ້ອນເຂົ້າມາຢ່າງຕໍ່ເນື່ອງຢ່າງໂຊກດີສະເໝີໃນຊ່ວງນີ້
ຄວາມຮັກ ພົບຄົນເກັ່ງໂດດເດັ່ນບໍ່ຄືໃຜ ທ່ານເປັນຄົນເວົ້າກົງໄປກົງມາ ມີໂອກາດສົມຫວັງດ້ານຄວາມຮັກໃນຊ່ວງນີ້ ສຸກສົມຫວັງ ແລະ ລົງຕົວດ້ານຄວາມສຳພັນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 6
ວັນພຸດ
ການງານ ປະສົບຄວາມສຳເລັດໄດ້ດີຂຶ້ນໃນຊ່ວງນີ້ ຈະພົບຜູ້ຮ່ວມງານທີ່ເກັ່ງ ແລະ ມີຄວາມສາມາດບໍລິວານຫລືລູກນ້ອງສາມາດພຶ່ງພາອາໄສໄດ້ດີ
ການເງິນ ຖ້າຊ່ວງນີ້ຂໍເຄຣດິດກັບທາງທະນາຄານໄວ້ເອກະສານກຳລັງຖືກພິຈາລະນາຢູ່ສົ່ງຜົນຕໍ່ຄວາມຊ້າ ຄົງຕ້ອງຖ້າຟັງຂ່າວດີທາງດ້ານການເງິນໄປກ່ອນ
ຄວາມຮັກ ສຸກສົມຫວັງ ແລະ ລົງຕົວໃນເລື່ອງຂອງຄວາມສຳພັນດ້ານຄວາມຮັກເພາະມີໂອກາດພົບຄົົນທີ່ມີສະເໜ່ ແລະ ເກັ່ງຫລາຍໆ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຂາວ
ເລກນຳໂຊກ 9
ວັນພະຫັດ
ການງານ ໄດ້ຕໍ່ຍອດທາງທຸລະກິດ ມີໂອກາດເດີນທາງຕິດຕໍ່ງານ ປະສົບຄວາມສຳເລັດ ຜູ້ໃຫຍ່ອຸປະຖຳຄອຍຖ້າຊ່ວຍເຫລືອທ່ານຢ່າງເປັນໂຊກດີສະເໝີໃນຊ່ວງນີ້
ການເງິນ ໂຊກດີມີໂຊກເປັນຢ່າງຫລາຍທາງດ້ານການເງິນ ມີສະພາບຄ່ອງທາງດ້ານການເງິນດີຫລາຍ
ຄວາມຮັກ ຢູ່ໃນເກນທີ່ມີຄວາມສຸກດີໃນເລື່ອງຂອງຄວາມສຳພັນດ້ານຄວາມຮັກໃນຊ່ວງນີ້
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 6
ວັນສຸກ
ການງານ ຊ່ວງນີ້ເມື່ອຍເປັນພິເສດແຕ່ກໍຄຸ້ມຄ່າໃນເລື່ອງຜົນຕອບແທນທີ່ຈະໄດ້ເຂົ້າມາຢ່າງເປັນໂຊກດີສະເໝີ
ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງຢ່າງເປັນໂຊກດີໃນຊ່ວງນີ້ ດວງທາງດ້ານການເງິນດີຂຶ້ນຫລາຍໆ ກວ່າແຕ່ກ່ອນ
ຄວາມຮັກ ມີໂອກາດພົບຄູ່ຄອງທີ່ຖືກໃຈໃນຊ່ວງນີ້ທີ່ຈະມີເຂົ້າມາ ມີຄວາມສຸກລົງຕັວໃນເລື່ອງຂອງຄວາມສຳພັນດ້ານຄວາມຮັກໄດ້ດີຂຶ້ນ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ແຫວນຄໍາ
ເລກນຳໂຊກ 4
ວັນເສົາ
ການງານ ມີຄວາມກ້າວໜ້າເພາະຕົນເອງມີຄວາມພະຍາຍາມ ແລະສະຫລາດໃນເລື່ອງຂອງການໃຊ້ພອນສະຫວັນໃນເລື່ອງຂອງການເຮັດວຽກງານແກ້ບັນຫາສະເພາະໜ້າຕ່າງໆ ໃຫ້ຜ່ານພົ້ນໄປໄດ້
ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງຢ່າງເປັນໂຊກດີສະເໝີໃນຊ່ວງນີ້ ຈະພົບຜູ້ອຸປະຖຳທາງດ້ານການເງິນ
ຄວາມຮັກ ສົມຫວັງລົງຕົວດີຫລາຍ ມີໂອກາດພົບຮັກກັບຄົົນທີ່ມີອາຍຸຕ່າງກັນໃນຊ່ວງນີ້ທີ່ຈະມາພົບແບບບໍ່ທັນຕັ້ງໂຕ
ເຄື່ອງມຸງຄຸນ ຫີນນໍາໂຊກສີບົວ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 5