ເບິ່ງດວງລາຍວັນປະຈໍາວັນພຸດ ທີ 29 ມັງກອນ 2020 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ເລີ່ມຕົ້ນທຸລະກິດໃໝ່ຢ່າງສວຍງາມໃນຊ່ວງນີ້ ຈະປະສົບຄວາມສຳເລັດ ເຫັນຜົນກຳໄລທີ່ໜ້າພໍໃຈ
ການເງິນ ລາຍຈ່າຍມີຫລາຍເປັນພິເສດໃນເລື່ອງຂອງບໍລິວານ ແລະຄ່າໃຊ້ຈ່າຍຕ່າງໆ ແຕ່ກໍບໍ່ເປັນບັນຫາຫຍັງເພາະວ່າຈະໄດ້ເງິນກ້ອນໃຫຍ່ ຫລືພົບຜູ້ອຸປະຖຳທາງດ້ານການເງິນ
ຄວາມຮັກ ເຖິງຢູ່ຫ່າງກັນກັບຄົນຮັກບໍ່ຄ່ອຍມີເວລາໃຫ້ກັນ ແຕ່ກໍມີການເວົ້າ ແລະ ປຶກສາກັນຕະຫລອດເວລາໃນຊ່ວງນີ້ເຮັດໃຫ້ເກີດຄວາມສຸກໃຈ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 7
ວັນຈັນ
ການງານ ຄວາມຜິດພາດໃນເລື່ອງຂອງການເຮັດທຸລະກິດຈະຕ້ອງນຳມາເປັນບົດຮຽນຈຶ່ງຈະເກີດຄວາມສຳເລັດ ແລະ ເກີດຄວາມກ້າວໜ້າໄດ້ໃນພາຍຫຼັງ
ການເງິນ ຊ່ວງນີ້ຫາເງິນມາໄດ້ປານໃດກໍຕ້ອງໄປໃຊ້ຈ່າຍກ່ຽວຂ້ອງກັບພາລະບາງຢ່າງທີ່ຕ້ອງໃຊ້ຈ່າຍໃນເລື່ອງຂອງການຊຳລະເລື່ອງຂອງໜີ້ສິນເກົ່າໆອອກໄປ
ຄວາມຮັກ ບໍ່ຄ່ອຍມີເວລາໃຫ້ກັບຄົນຮັກປານໃດເພາະພາລະກິດຫລາຍ ແລະ ກໍຕ້ອງລະວັງຄຳເວົ້າທີ່ການສື່ສານເຮັດໃຫ້ເກີດຄວາມເຂົ້າໃຈຜິດ ແລະ ຂັດໃຈກັນ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 6
ວັນຄານ
ການງານ ຜົນຕອບແທນກໍຢູ່ໃນເກນທີ່ດີໃນເລື່ອງຂອງການທຸ້ມເທການເຮັດວຽກງານ ແຕ່ໃນເລື່ອງຂອງເວລາພັກຜ່ອນບໍ່ມີໃຫ້ກັບຕົນເອງປານໃດ
ການເງິນ ພົບຄວາມຈະເລີນຮຸ່ງເຮືອງໄດ້ບໍ່ຍາກ ຖ້າໄດ້ເງິນມາຄວນຈະແບ່ງເງິນເກັບໄວ້ຊື້ທີ່ດິນຈະເຮັດໃຫ້ດວງດີຂຶ້ນໄດ້ຖ້າມີທີ່ດິນເປັນຂອງຕົນເອງ
ຄວາມຮັກ ພົບຄົນຮັກແລ້ວໃນຊ່ວງນີ້ ເປັນທີ່ປຶກສາທີ່ດີໄດ້ ລາວຈະເຂົ້າໃຈຈິດໃຈຂອງທ່ານໄດ້ດີ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີບົວ
ເລກນຳໂຊກ 3
ວັນພຸດ
ການງານ ຄວາມສາມາດ ຄວາມສ້າງສັນ ພະລັງອຳນາດ ຢູ່ໃນກຳມືຂອງທ່ານແລ້ວ ຈະເຮັດຫຍັງໃນຊ່ວງນີ້ຈະເລີນຮຸ່ງເຮືອງຫລາຍເພາະມີກນຄອຍຖ້າຊ່ວຍເຫລືອອຸປະຖຳສະເໝີ
ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ຈະເລີນຮຸ່ງເຮືອງຫລາຍໆ ໃນຊ່ວງນີ້ ເບິ່ງຄືຢາກຈະປ່ຽນລົດຄັນໃໝ່ກໍມີໂອກາດທີ່ຈະໃຊ້ເງິນຊື້
ຄວາມຮັກ ເລືອກຄົົນທີ່ສາມາດເປັນທີ່ປຶກສາທີ່ດີແກ່ຕົນເອງໄດ້ໃນຊ່ວງນີ້ ກັບຄົນຜິວສອງສີທີ່ໂດດເດັ່ນທີ່ມີໂອກາດພົບກັນນັ້ນເອງ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີບົວ
ເລກນຳໂຊກ 5
ວັນພະຫັດ
ການງານ ມີໂອກາດປ່ຽນວຽກງານໃໝ່ ຍົກຍ້າຍວຽກງານ ຫລືເດີນທາງສໍາມະນາ ເດີນທາງຕ່າງປະເທດ
ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງຄວາມເກັບເງິນໃຫ້ຫຼາຍໆເພາະມີແຜນຈະໄດ້ໄປທ່ຽວ
ຄວາມຮັກ ມີສະເໜ່ຫລາຍໆ ຈຶ່ງມີຄົນຢາກເຂົ້າມາເຮັດຄວາມຮູ້ຈັກຢູ່ ໃນຊ່ວງນີ້ ມີຄວາມສຸກທາງດ້ານຄວາມຮັກ
ເຄື່ອງມຸງຄຸນ ຕ່າງຫູຄໍາ
ສີມຸງຄຸນ ສີດໍາ
ເລກນຳໂຊກ 1
ວັນສຸກ
ການງານ ຖ້າຢາກຈະພົບຄວາມກ້າວໜ້າທາງທຸລະກິດຈະການງານ ຈະຕ້ອງໂຟກັດການເຮັດວຽກງານທີ່ໃຊ້ເວລາການເຮັດວຽກງານນ້ອຍແຕ່ໄດ້ຜົນຕອບແທນຫລາຍໆ
ການເງິນ ການໝຸນເງິນຢູ່ໃນເກນທີ່ດີຫລາຍ ຈະໄດ້ໂຊກໄດ້ເງິນເຂົ້າມາເລື້ອຍໆໃນຊ່ວງນີ້
ຄວາມຮັກ ພົບຄົນຮັກຄົນຖືກໃຈແລ້ວໃນຊ່ວງນີ້ ລາວຈະເປັນທີ່ປຶກສາທີ່ດີກັບທ່ານ ຢູ່ໃນເກນທີ່ມີຄວາມສຸກ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຂາວ
ເລກນຳໂຊກ 9
ວັນເສົາ
ການງານ ຈະເລີນຮຸ່ງເຮືອງເປັນຢ່າງຫລາຍ ໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ໄດ້ຮັບຜົນປະໂຫຍດທີ່ດີທາງດ້ານທຸລະກິດຈະການງານ
ການເງິນ ບໍລິຫານການໃຊ້ຈ່າຍໄດ້ດີສະເໝີໃນຊ່ວງນີ້ ຊ່ວງນີ້ມີຄົນອຸປະຖຳທາງດ້ານການເງິນ
ຄວາມຮັກ ສົມຫວັງ ແລະ ລົງຕົວຢ່າງຫລາຍໃນເລື່ອງຂອງຄວາມຮັກ ພົບຄົນລັກສະນະທ້ວມໆ ເກັ່ງ ມີຄວາມສາມາດຫລາຍໆ ມີສະເໜ່ຫລາຍເປັນພິເສດ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 3