ສະຫະລັດອາເມລິກາຊຸກຍູ້ 5 ລ້ານໂດລາ ແກ້ໄຂບັນຫາລະເບີດບໍ່ທັນແຕກໃນ 6 ແຂວງຂອງລາວ

ລາວ-ສະຫະລັດເຊັນບົດບັນທຶກຮັບທຶນສະໜັບສະໜຸນ ຈາກລັດຖະບານສະຫະລັດອາເມລິກາ ໃນມູນຄ່າ 4,960,790 ໂດລາສະຫະລັດ (ເກືອບ 5 ລ້ານໂດລາ) ເພື່ອສະໜັບສະໜຸນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ໂດຍສຸມໃສ່ວຽກງານໃນການທຳລາຍລະເບີດແບບເຄື່ອນທີ່ ຢູ່ 6 ແຂວງ ເຊັ່ນ: ແຂວງຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ແຂວງອັດຕະປື ເຊິ່ງມີໄລຍະເວລາໃນການຈັດຕັ້ງປະຕິບັດ 3 ປີ.
ພິທີດັ່ງກ່າວມີຂຶ້ນໃນວັນທີ 21 ມັງກອນ 2020, ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ແລະ ທ່ານ ໄມເຄີນ ເຣນ ຜູ້ຈັດການບໍລິສັດ ເທທຣາເທັກ ມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ເຣນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໃນໂອກາດດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ ໄດ້ມີຄຳເຫັນວ່າ: ສປປ ລາວ ເປັນປະເທດໄດ້ຮັບຜົນກະທົບ ຈາກລູກລະເບີດບໍ່ທັນແຕກ ແລະ ເປັນໄພຂົ່ມຂູ່ຕໍ່ ກັບການທຳມາຫາກິນ ແລະ ການດຳລົງຊີວິດປະຈຳວັນຂອງເດັກນ້ອຍ ແລະ ປະຊາຊົນບັນດາເຜົ່າ ທີ່ຢູ່ໃນຂອບເຂດທົ່ວປະເທດທີ່ມີຜົນກະທົບ. ນອກນັ້ນ, ຍັງສະກັດກັ້ນ ແລະ ກີດຂວາງແກ່ການພັດທະນາ ພື້ນຖານໂຄງລ່າງ ແລະ ແຜນ ພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ແລະ ແຜນລຶບລ້າງຄວາມທຸກຍາກ.
ສໍາລັບປີ 2020 ນີ້, ຕາມມະຕິຂອງສະພາແຫ່ງຊາດ ໃຫ້ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ສູ້ຊົນຈັດຕັ້ງປະຕິບັດ ການກວດກູ້ລະເບີດໃຫ້ໄດ້ 10,000 ເຮັກຕາ. ປັດຈຸບັນ, ຂະ ແໜງການເກັບກູ້ລະເບີດ ກໍ່ມີຄວາມຈຳເປັນໄດ້ທົບທວນ ແລະ ແຜນຍຸດທະສາດແຫ່ງຊາດ ກ່ຽວກັບເສັ້ນທາງຄວາມປອດໄພ II, ແຜນບູລິມະສິດ ການຂອງການສໍາຫຼວດ ແລະ ກວດກູ້ໂດຍຕິດພັນກັບລົບລ້າງຄວາມທຸກຍາກ ແລະ ການພັດທະນາເຂດຈຸດສຸມ. ນອກຈາກນີ້, ຈະໄດ້ມີການປັບ ປຸງກົນໄກ ການປະສານງານ, ການຄຸ້ມຄອງຂໍ້ມູນ ແລະ ພາລະບົດບາດໃຫ້ສອດຄ່ອງ ກັບສະພາບຕົວຈິງ. ພ້ອມນີ້ກໍ່ຈະໄດ້ມີການປຶກສາຫຼື ເພື່ອກ້າວສູ່ການຈັດຕັ້ງຜັນ ຂະຫຍາຍສົນທິສັນຍາ ວ່າດ້ວຍລະເບີດລູກຫວ່ານໂດຍຈະສ້າງເປັນດໍາລັດ ກ່ຽວກັບລະເບີດລູກຫວ່ານ.
ພ້ອມນີ້, ທ່ານ ນາງ ເຣນາ ບິດເຕີ ກໍໄດ້ມີຄຳເຫັນວ່າ: ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອ ລັດຖະບານລາວຕະຫຼອດມາ ໃນການແກ້ໄຂ ບັນຫາ ລະເບີດບໍ່ທັນແຕກໃນ ສປ ປລາວ ແລະ ເພື່ອຢາກໃຫ້ລັດຖະບານລາວ ບັນລຸໄດ້ແຜນຍຸດທະສາດ SDG ທີ່18 ເຊິ່ງໃນປີ 2020 ນີ້ ກໍເປັນປີທີ່ສຳຄັນ ຄົບຮອບແຜນຍຸດທະສາດ ໃນໂຄງການເກັບກູ້ລະເບີດ ແຫ່ງຊາດຂອງລັດຖະບານລາວ, ເຊິ່ງລັດຖະບານສະຫະລັດອາເມລິກາ ກໍໄດ້ໃຫ້ການສະໜັບສະໜຸນ ໃນການສ້າງ ແຜນຍຸດທະສາດນີ້ ແລະ ສະໜັບສະໜຸນຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະ ເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃນການປະຕິບັດ ພາລະບົດບາດນີ້.