ປີນີ້ເຂົ້າງານຟຣີ! ທາງການຈຳປາສັກເຫັນດີ ບຸນນະມັດສະການວັດພູຈຳປາສັກບໍ່ໃຫ້ເກັບຄ່າເຂົ້າຊົມ

ບຸນນະມັດສະການວັດພູຈຳປາສັກ ໜຶ່ງໃນແຫຼ່ງມໍລະດົກໂລກທີ່ສຳຄັນຂອງລາວ ໃນແຕ່ລະປີທີ່ຜ່ານມາມີຫາງສຽງຈົ່ມວ່າຈາກສັງຄົມມາຕະຫຼອດ ເລື່ອງຂອງການເກັບຄ່າເຂົ້າຊົມທີ່ຂ້ອນຂ້າງສູງ. ແຕ່ໃນປີນີ້ສະຖານະການກຳລັງຈະປ່ຽນໄປ ເມື່ອທາງການແຂວງຈຳປາສັກໄດ້ອອກແຈ້ງການຫຼ້າສຸດເມື່ອວັນທີ 17 ມັງກອນທີ່ຜ່ານມາ ວ່າ "ບໍ່ເຫັນດີໃຫ້ເກັບຄ່າເຂົ້າຊົມ".
ການເຄື່ອນໄຫວໃນຄັ້ງນີ້ຂອງຫ້ອງວ່າການປົກຄອງແຂວງຈຳປາສັກ ກໍເພື່ອເຮັດໃຫ້ບັນຍາກາດການທ່ຽວຊົມງານບຸນມີຄວາມເບີກບານມ່ວນຊື່ນ ແລະ ໃຫ້ສົມກັບວ່າເປັນປາງບຸນໃຫຍ່ຂອງຊາດລາວ ພ້ອມທັງເປັນການຫຼີກເວັ້ນຫາງສຽງຈົ່ມວ່າຂອງສັງຄົມ, ແຈ້ງການດັ່ງກ່າວລະບຸ.
ການຈັດຕັ້ງປະຕິບັດຕາມແຈ້ງການດັ່ງກ່າວນີ້, ທາງການແຂວງຈຳປາສັກໄດ້ມອບໝາຍໃຫ້ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ຫ້ອງການຂອງຂະແໜງການດັ່ງກ່າວຢູ່ເມືອງຈຳປາສັກ ສົມທົບກັບພາກສ່ວນກ່ຽວຂ້ອງ ກໍຄືອຳນາດການປົກຄອງເມືອງຈຳປາສັກ, ຫ້ອງການມໍລະດົກໂລກວັດພູຈຳປາສັກ ແລະ ກຸ່ມບໍລິສັດ ຍິ່ງໂຊກໄຊ ຈຳກັດ ຄົ້ນຄວ້າ ແລະ ປຶກສາຫາລືໃນການຈັດງານ ເພື່ອຮັບປະກັນດ້ານເນື້ອໃນ ແລະ ເປັນໄປຕາມການຕົກລົງເຫັນດີຂ້າງຕົ້ນ.
ທັງນີ້ ບຸນນະມັດສະການວັດພູຈຳປາສັກ ຈະມີຂຶ້ນໃນວັນທີ 8 ກຸມພາ 2020 ນີ້ ເຊິ່ງລາຍລະອຽດວາລະຂອງງານ ຍັງບໍ່ທັນມີການເຜີຍແຜ່ອອກມາເທື່ອ.
ຂໍຂອບໃຈ
ພາບ : Piqsels