ຢ້ານເຟສບຸກຖືກແຮັກ? ເພີ່ມຄວາມປອດໄພໂດຍເປີດໃຊ້ Two-Factor Authentication ດ່ວນ

ທີ່ຜ່ານມາມີຂ່າວເລື່ອງບັນຊີເຟສບຸກຖືກແຮັກ ແລ້ວເອີ້ນເອົາເງິນຄ່າໄຖ່ເພື່ອທີ່ຈະຄືນບັນຊີໃຫ້ ຫຼື ເອົາບັນຊີໄປໃຊ້ເຮັດສິ່ງທີ່ບໍ່ດີ ເຊັ່ນ: ໄປຂໍຢືມເງິນຄົນອື່ນ ຫຼື ສົ່ງຂໍ້ຄວາມທີ່ສໍ່ໄປທາງເພດ ຈົນເກີດຄວາມເສຍຫາຍຕາມມາຫຼວງຫຼາຍ.
ມື້ນີ້ເຮົາເລີຍຈະມາແນະນຳການເປີດໃຊ້ Two-Factor Authentication ເພື່ອຊ່ວຍປົກປ້ອງບັນຊີໃຫ້ປອດໄພຍິ່ງຂຶ້ນ ເວົ້າງ່າຍໆກໍຄື ເປັນລະບົບຄວາມປອດໄພຊັ້ນທີ 2 ຖັດຈາກລະຫັດຜ່ານທຳມະດາ.
ເມື່ອເປີດໃຊ້ຄຸນສົມບັດນີ້ແລ້ວ ຈະເຮັດໃຫ້ເວລາທີ່ເຮົາເຂົ້າລະບົບ ນອກຈາກຈະໃຊ້ລະຫັດຜ່ານທີ່ເຮົາຕັ້ງໄວ້ແລ້ວ ເຮົາຍັງຕ້ອງໄດ້ໃສ່ລະຫັດຢືນຢັນທີ່ສົ່ງມາທາງຂໍ້ຄວາມ SMS ອີກເທື່ອໜຶ່ງຈຶ່ງຈະສາມາດເຂົ້າລະບົບໄດ້. ເວົ້າງ່າຍໆກໍຄື ຖ້າຫາກມີຄົນຮູ້ລະຫັດຜ່ານເຂົ້າບັນຊີເຮົາ ແຕ່ບໍ່ມີລະຫັດຢືນຢັນທີ່ສົ່ງມາທາງຂໍ້ຄວາມ ກໍຈະບໍ່ສາມາດເຂົ້າລະບົບໄດ້ ເທົ່າກັບເປັນການປິດທາງເຂົ້າ ສະກັດໂຈນໄວ້ຢູ່ປາກປະຕູ.
ຂັ້ນຕອນການເປີດໃຊ້ແມ່ນໃຫ້ປະຕິບັດຕາມດັ່ງລຸ່ມນີ້ (ໃນນີ້ໃຊ້ແອັບເຟສບຸກເທິງສະມາດໂຟນລະບົບ Android, ເຊິ່ງອາດມີຄວາມແຕກຕ່າງກັນເລັກນ້ອຍໃນລະບົບ iOS ຫຼື ລະບົບອື່ນໆ).
1. ເປີດແອັບ Facebook ຂຶ້ນມາ ແລ້ວເລືອກແທັບຊ້າຍສຸດຂອງແອັບ ເລື່ອນລົງໄປດ້ານລຸ່ມແລ້ວເລືອກ Settings & Privacy.
2. ແຕະ Settings
3. ເລືອກ Security and Login
4. ເລືອກ Two-Factor Authentication
5. ກົດ Get Started ຈາກນັ້ນເລືອກ Text Message (ບາງກໍລະນີຈະມີເບີຂຶ້ນມາຢູ່ແລ້ວ ຖ້າຫາກບໍ່ມີໃຫ້ເລືອກ Use Different Number ແລ້ວໃສ່ເບີໂທລະສັບທີ່ຕ້ອງການໃຊ້).
6. ຈາກນັ້ນ ໃຫ້ພິມລະຫັດທີ່ໄດ້ຮັບທາງຂໍ້ຄວາມ SMS ໃສ່ໃນຊ່ອງວ່າງ ແລ້ວກົດ Next.
7. ກົດ Finish ເພື່ອສຳເລັດການຕັ້ງຄ່າ. ພຽງເທົ່ານີ້ ບັນຊີຂອງທ່ານກໍຈະປອດໄພຍິ່ງຂຶ້ນແລ້ວ. ເວລາທີ່ມີການເຂົ້າລະບົບຈາກເຄື່ອງທີ່ບໍ່ເຄີຍໃຊ້ງານບັນຊີມາກ່ອນ ລະບົບເຟສບຸກຈະໃຫ້ໃສ່ລະຫັດຢືນຢັນທີ່ສົ່ງມາທາງຂໍ້ຄວາມ SMS ທຸກຄັ້ງ.
ຂໍ້ຄວນລະວັງ:
- ຄວນຮັກສາເບີໂທລະສັບທີ່ທ່ານໃຊ້ເພື່ອຮັບຂໍ້ຄວາມຢືນຢັນໄວ້ໃຫ້ດີ ເພາະຖ້າຫາກເບີເສຍ ຫຼື ບໍ່ສາມາດນຳໃຊ້ໄດ້ ອາດເຮັດໃຫ້ບໍ່ສາມາດຮັບລະຫັດຢືນຢັນ ແລະ ເຂົ້າລະບົບບໍ່ໄດ້.
- ເກັບຮັກສາເບີໂທລະສັບດັ່ງກ່າວນີ້ໄວ້ໃຫ້ດີ ບໍ່ຄວນໃຫ້ຄົນອື່ນໃຊ້ ເພາະອາດເປັນຊ່ອງທາງເອົາໄປໃຊ້ເຂົ້າສູ່ບັນຊີຂອງທ່ານໄດ້.
- ບໍ່ຄວນກົດເຂົ້າລິ້ງທີ່ແປກໆ ຫຼື ບໍ່ຮູ້ທີ່ມາທີ່ຊັດເຈນ ແລ້ວປ້ອນຂໍ້ມູນສ່ວນຕົວເຊັ່ນ: ລະຫັດຜ່ານ ແລະ ອີເມວ ເປັນຕົ້ນ.