"ເຟສບຸກ" ຖະແຫຼງການຂໍໂທດ ຫຼັງລະບົບແປພາສາແປຊື່ "ສີ ຈິ້ນຜິງ" ເປັນຄຳບໍ່ເໝາະສົມ

ສຳນັກຂ່າວຣອຍເຕີລາຍງານວ່າ ບໍລິສັດ ເຟສບຸກ (Facebook) ຕ້ອງໄດ້ອອກຖະແຫຼງການຂໍໂທດ ຫຼັງຈາກເກີດຄວາມຜິດພາດທາງເຕັກນິກເທື່ອຄັ້ງໃຫຍ່ ເມື່ອລະບົບແປພາສາອັດຕະໂນມັດ ທີ່ແປຊື່ ປະທານ ສີ ຈິ້ນຜິງ (Xi Jinping) ຂອງຈີນ ຈາກພາສາມຽນມາເປັນພາສາອັງກິດ ແຕ່ຊໍ້າພັດແປເປັນຄຳທີ່ຂ້ອນຂ້າງບໍ່ສຸພາບວ່າ “Mr Shithole” ຫຼື “ທ່ານຮູທະວານ”.
ເຫດການນີ້ ເກີດຂຶ້ນລະຫວ່າງທີ່ ປະທານ ສີ ຈິ້ນຜິງ ຢູ່ລະຫວ່າງການຢ້ຽມຢາມມຽນມາ ເປັນມື້ທີ 2 ແລະ ໄດ້ມີການລົງນາມໃນຂໍ້ຕົກລົງຫຼາກຫຼາຍເລື່ອງ ຮ່ວມກັບທ່ານນາງ ອອງ ຊານ ຊູຈີ ລັດຖະມົນຕີຕ່າງປະເທດ ແລະ ທີ່ປຶກສາແຫ່ງລັດມຽນມາ.
ຄວາມຜິດພາດເກີດຂຶ້ນເມື່ອ ເຟສບຸກຢ່າງເປັນທາງການຂອງທ່ານນາງ ຊູຈີ ໂພສຖະແຫຼງການກ່ຽວກັບການມາຢ້ຽມຢາມຂອງທ່ານ ສີ ຈິ້ນຜິງ ເປັນພາສາມຽນມາ ປາກົດວ່າລະບົບແປພາສາຂອງເຟສບຸກ ຊໍ້າພັດແປຜິດພາດ ຂຽນເປັນ Mr Shithole ຊຶ່ງມີຄວາມໝາຍກົງຕົວ ວ່າ “ຮູທະວານ” ຫຼື ເປັນສັບ slang ທີ່ແປວ່າ “ສົກກະປົກໂສໂຄກ”. ໃນຂະນະທີ່ລາຍງານລະບຸວ່າ ລະບົບການແປອັດຕະໂນມດຂອງ Google ບໍ່ໄດ້ແປຜິດພາດຄືກັບເຟສບຸກແຕ່ຢ່າງໃດ.
ຫຼັງເກີດເລື່ອງ ເຟສບຸກໄດ້ອອກຖະແຫຼງການລະບຸວ່າ “ເຮົາໄດ້ແກ້ໄຂລະບົບການແປພາສາທີ່ຜິດພາດຈາກພາສາມຽນມາເປັນພາສາອັງກິດເທິງເຟສບຸກແລ້ວ ເລື່ອງນີ້ບໍ່ຄວນເກີດຂຶ້ນ. ເຮົາກຳລັງດຳເນີນການເພື່ອສ້າງຄວາມໝັ້ນໃຈວ່າຈະບໍ່ເກີດຄວາມຜິດພາດຂຶ້ນອີກ ແລະ ເຮົາຂໍໂທດດ້ວຍຄວາມຈິງໃຈຈາກຄວາມຜິດພາດເທື່ອນີ້.”
ເຟສບຸກຍັງຊີ້ແຈງອີກວ່າ ລະບົບຖານຂໍ້ມູນພາສາມຽນມາຂອງເຟສບຸກ ບໍ່ມີຊື່ ປະທານ ສີ ຈິ້ນຜິງ ຄາດວ່າ ລະບົບແປພາສາໄດ້ແປຄຳວ່າ ‘Xi’ ຄື ‘shi’ ໃນພາສາມຽນມາ ຈົນເຮັດໃຫ້ຊື່ ປະທານ Xi Jinping ກາຍເປັນຄຳວ່າ ‘Shithole’. ໃນຂະນະທີ່ຣອຍເຕີລະບຸວ່າ ກະຊວງການຕ່າງປະເທດຂອງຈີນປະຕິເສດທີ່ຈະສະແດງຄວາມເຫັນໃນເລື່ອງນີ້.