ຊ່ວຍແດ່!!! ລູກບໍ່ດິ້ນ ແມ່ທີ່ຖືພາຢູ່ຄວນເຮັດແນວໃດດີ?

ການເຄື່ອນໄຫວຄັ້ງທຳອິດຂອງເດັກນ້ອຍນຳມາຊຶ່ງຄວາມດີໃຈ ແລະ ຕື່ນເຕັ້ນຫຼາຍທີ່ສຸດໃນຕອນທີ່ກຳລັງຖືພາ. ສິ່ງໜຶ່ງທີ່ວ່າທີ່ແມ່ມັກ ແລະ ເຝົ້າລໍຕະຫຼອດກໍຄື ຄວາມຮູ້ສຶກທີ່ມີລູກດິ້ນໄປມາຢູ່ໃນທ້ອງ. ແຕ່ຖ້າຢູ່ມາມື້ໜຶ່ງ ລູກນ້ອຍຂອງເຈົ້າຊໍ້າພັດປ່ຽນໄປ ລູກບໍ່ດິ້ນ ແບບທີ່ເຄີຍເປັນ ແມ່ຄວນເຮັດແນວໃດດີ?
ຢູ່ດີໆ ລູກບໍ່ດິ້ນ ເຮັດແນວໃດດີ?
ເມື່ອລູກນ້ອຍທີ່ເຄີຍດິ້ນ ຫຼື ຄື່ອນໄຫວຢູ່ໃນມົດລູກຕະຫຼອດຢຸດນິ້ງ, ລູກບໍ່ດິ້ນຄືເກົ່າ ອາດເຮັດໃຫ້ແມ່ຮູ້ສຶກກະວົນກະວາຍໃຈ ຫຼື ຢ້ານວ່າຈະເກີດອັນຕະລາຍຫຍັງຂຶ້ນກັບລູກນ້ອຍຂອງເຈົ້າ ຫຼື ບໍ່? ແຕ່ໃນເບື້ອງຕົ້ນ ຫາກລູກບໍ່ດິ້ນ ແມ່ອາດລອງປ່ຽນທ່ານອນ ໂດຍນອນສະແຄງດ້ານຊ້າຍ ພ້ອມກັບໃຊ້ໝອນ ຫຼື ຜ້ານຸ້ມໆໜຸນທ້ອງເອົາໄວ້. ຫາກເຈົ້າຢູ່ໃນທ່ານີ້ເປັນເວລາຫຼາຍຊົ່ວໂມງ ຈະມີການເຄື່ອນໄຫວທີ່ແຕກຕ່າງກັນຢ່າງໜ້ອຍ 10 ແບບທີ່ເຈົ້າສາມາດຮູ້ສຶກໄດ້.
ເມື່ອປຽບທຽບກັບທ່ານັ່ງແລ້ວ ທ່ານອນເຮັດໃຫ້ເຈົ້າມີໂອກາດສຳຜັດເຖິງການເຄື່ອນໄຫວຂອງລູກນ້ອຍໃນມົດລູກໄດ້ຫຼາຍກວ່າ. ໃນຂະນະດຽວກັນ ທ່າຢືນເຮັດໃຫ້ເຈົ້າມີໂອກາດສຳຜັດເຖິງການເຄື່ອນໄຫວຂອງລູກນ້ອຍໃນມົດລູກໄດ້ໜ້ອຍທີ່ສຸດ.
ຫາກແມ່ຍັງຄົງຕ້ອງການຄວາມໝັ້ນໃຈ ກໍສາມາດກະຕຸ້ນລູກນ້ອຍໃນມົດລູກຂອງເຈົ້າໄດ້ດ້ວຍວິທີເຫຼົ່ານີ້:
- ຫາກແມ່ນັ່ງ ຫຼື ນອນຢູ່ ລອງລຸກຂຶ້ນຢືນ ຫຼື ຍ່າງຫຼິ້ນ. ຈາກນັ້ນຄ່ອຍພັກກິນອາຫານວ່າງ. ໃນຂະນະທີ່ແມ່ເຄື່ອນທີ່ໄປມາ ລູກໃນທ້ອງເອງກໍຈະເຄື່ອນໄຫວເພື່ອໃຫ້ນອນຫຼັບ. ແລ້ວເມື່ອເຈົ້າຢຸດຍ່າງ ແລະ ເລີ່ມກິນ, ອາດເຮັດໃຫ້ລູກເຈົ້າຕື່ນນອນໄດ້.
- ລອງດື່ມເຄື່ອງດື່ມທີ່ເຢັນຫຼາຍໆ ອຸນຫະພູມທີ່ປ່ຽນແປງອາດສົ່ງຜົນຕໍ່ເດັກນ້ອຍໃນມົດລູກ ແລະ ອາດເຮັດໃຫ້ລູກນ້ອຍຂອງເຈົ້າພະຍາຍາມເຄື່ອນໄຫວເພື່ອຕໍ່ສູ້ກັບຄວາມເຢັນ. ແມ່ອາດຕ້ອງເຕີມນ້ຳຕານລົງໃນເຄື່ອງດື່ມເລັກນ້ອຍ ເພື່ອໃຫ້ລູກນ້ອຍຂອງເຈົ້າໄດ້ຮັບພະລັງງານຫຼາຍຂຶ້ນ ລູກຈະໄດ້ເຄື່ອນໄຫວ.
- ຫາກລູກບໍ່ດິ້ນ ແມ່ອາດໃຊ້ສຽງເປັນຕົວຊ່ວຍໃຫ້ລູກດິ້ນ ດ້ວຍການຮ້ອງເພງ ຫຼື ເປີດເພງດັງໆ ຫຼື ອາດເປີດປິດປະຕູແຮງໆກໍໄດ້. ສຽງທີ່ດັງຂຶ້ນອາດຊ່ວຍໃຫ້ລູກຂອງເຈົ້າຮູ້ສຶກຕົວ ແລະ ມີການຕອບສະໜອງ.
- ຫາກແມ່ລອງເຮັດວິທີຂ້າງຕົ້ນແລ້ວພົບວ່າລູກນ້ອຍຂອງເຈົ້າມີການເຄື່ອນໄຫວ ຫຼື ຕອບສະໜອງ ນັ້ນແປວ່າທີ່ລູກບໍ່ດິ້ນກ່ອນໜ້ານີ້ບໍ່ໄດ້ເກີດຈາກບັນຫາຮ້າຍແຮງແຕ່ຢ່າງໃດ. ຢ່າງໃດກໍດີ ແມ່ຕ້ອງໝັ່ນສັງເກດການເຄື່ອນໄຫວຂອງເດັກນ້ອຍໃນມົດລູກສະເໝີ ຫາກມີອາການຜິດປົກກະຕິ ຫຼື ມີຄວາມກັງວົນໃດໆ ຄວນຮີບໄປພົບແພດທັນທີ.
ຄວນໄປພົບແພດເມື່ອໃດ?
ຫາກແມ່ສັງເກດເຫັນອາການເຫຼົ່ານີ້ ຄວນຮີບໄປພົບແພດທັນທີ ຫ້າມລໍຊ້າຢ່າງເດັດຂາດ.
- ລອງນອນສະແຄງຊື່ໆດົນເກີນ 2 ຊົ່ວໂມງແລ້ວ ແຕ່ຮູ້ສຶກເຖິງການເຄື່ອນໄຫວຂອງເດັກນ້ອຍໃນມົດລູກນ້ອຍຫຼາຍ ຫຼື ຮູ້ສຶກເຖິງການເຄື່ອນໄຫວນ້ອຍກວ່າ 10 ຮູບແບບ.
- ບໍ່ວ່າຈະກະຕຸ້ນແນວໃດ, ລູກນ້ອຍກໍຍັງຄົງນິ້ງ ບໍ່ມີການຕອບສະໜອງໃດໆ ເກີດຂຶ້ນທັງນັ້ນ.
- ການເຄື່ອນໄຫວຂອງລູກຂອງເຈົ້າ ຫຼຸດລົງຈົນສັງເກດໄດ້ ຫຼື ຄ່ອຍໆຫຼຸດລົງເປັນເວລາຫຼາຍມື້ຕິດຕໍ່ກັນ.
ສຳລັບການເຄື່ອນໄຫວທີ່ລຸດນ້ອຍລົງນັ້ນ ອາດເປັນສັນຍານບົ່ງຊີ້ວ່າລູກນ້ອຍຂອງເຈົ້າໄດ້ຮັບອອກຊິເຈນ ຫຼື ສານອາຫານບໍ່ພຽງພໍ ຫຼື ອາດກຳລັງປະເຊີນຄວາມສ່ຽງບາງປະການ ເຊັ່ນ: ການມີນ້ຳໜັກໂຕນ້ອຍເກີນໄປ, ອາການແຊກຊ້ອນໃນໄລຍະທຳອິດຂອງການຖືພາ.
ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ເຈົ້າຄວນຟ້າວໄປໂຮງໝໍ ເພື່ອໃຫ້ແພດຜູ້ຊ່ຽວຊານກວດພິຈາລະນາອາການຢ່າງດ່ວນ ໂດຍແພດອາດກວດວັດອັດຕາການເຕັ້ນຂອງຫົວໃຈ, ກວດອັນຕຣາຊາວ, ວັດຂະໜາດໂຕ ແລະ ກວດວັດປະລິມານນ້ຳຄາວປາ.
ຫາກຜົນການກວດທັງໝົດອອກມາເປັນປົກກະຕິ ແມ່ກໍສາມາດກັບບ້ານໄດ້ ໂດຍອາດຕ້ອງເພີ່ມການເບິ່ງແຍງລູກນ້ອຍໃຫ້ດີເປັນພິເສດ. ແຕ່ຫາກພົບບັນຫາລູກບໍ່ດິ້ນ ຫຼື ເຄື່ອນໄຫວໜ້ອຍລົງອີກເທື່ອ ຄວນຟ້າວກັບໄປພົບແພດທັນທີ. ແພດອາດຕ້ອງກວດພິຈາລະນາຫຼາຍຂຶ້ນ ເພື່ອປ້ອງກັນອາການແຊກຊ້ອນທີ່ອາດເກີດຂຶ້ນໄດ້.
Hello Health Group ບໍ່ໄດ້ໃຫ້ຄຳປຶກສາດ້ານການແພດ ການພິຈາລະນາພະຍາດ ຫຼື ການປິ່ນປົວພະຍາດແຕ່ຢ່າງໃດ.