ງົດງາມດັ່ງຮູບແຕ້ມ! "ອາຢອງ" ຄູສອນໂຢຄະລະດັບນາງຟ້າ ຈາກແດນກິມຈິ (ຮູບພາບ)

ພາໄປຮູ້ຈັກ ຮວັງ ອາຢອງ ຄູສອນໂຢຄະສາວໄຮໂຊ ທີ່ຖືກແຟນຄຼັບຊາວເກົາຫຼີໃຕ້ຍົກໃຫ້ງາມແບບໍ່ມີບ່ອນຕິ ຕັ້ງແຕ່ຫົວຈົນຮອດປາຍຕີນເລີຍ.
ສຳລັບ ອາຢອງ ປັດຈຸບັນ ມີຜູ້ຕິດຕາມໃນອິນສະຕາແກຣມ ahyoung_hwang ເຖິງ 1.8 ແສນຄົນ ແລະ ມີຜູ້ຕິດຕາມໃນຢູທູບ 아영황 ກວ່າ 56,000 ຄົນ ໂດຍນາງມີຊື່ສຽງຫຼາຍໃນດ້ານການຫຼິ້ນໂຢຄະ ແລະ ຄວາມອ່ອນຂອງຮ່າງກາຍທີ່ບໍ່ທຳມະດາ.
ອາຢອງ ມີສະຖາບັນຝຶກໂຢຄະເປັນຂອງຕົວເອງ ຮວມທັງມີງານຕ່າງໆທີ່ນາງຮັບໜ້າທີ່ເປັນວິທະຍາກອນ. ດ້ວຍຄວາມສາມາດ ແລະ ຮູບຮ່າງໜ້າຕາທີ່ສວຍງາມບໍ່ມີບ່ອນຕິ ບໍ່ແພ້ນາງເອກຊີຣີເກົາຫຼີ ເຮັດໃຫ້ນາງມີແຟນຄລັບຕິດຕາມເປັນຈຳນວນຫຼາຍ.
ເວລາວ່າງຂອງອາຢອງ ນາງມັກທ່ອງທ່ຽວ ແລະ ລົງຮູບອາຫານທົ່ວໄປຕາມພາສາແມ່ຍິງ. ສ່ວນກິດຈະກຳທີ່ນາງມັກທີ່ສຸດອີກຢ່າງໜຶ່ງຂອງນາງກໍຄື ກີລາກ໋ອບ ເຊິ່ງຈາກອິນສະຕາອກຣມຂອງນາງຈະເຫັນວ່າ ນາງມັກຫາເວລາອອກຮອບຢູ່ເປັນປະຈຳ.
ຂໍຂອບໃຈ
ຂໍ້ມູນ : sanook