ຊີ້ເປົ້າ "ອານິຕ້າ ຢາກາເນກິ" ນັກສະແດງສາວໄວໃສ ດີກຣີນາງເອກຊີຣີດັງ

ໃນບັນດານັກສະແດງຂອງລາວ "ອານິຕ້າ ຢາກາເນກິ" ເປັນໜຶ່ງໃນນັກສະແດງສາວໄວໃສທີ່ມີຜົນງານອອກມາຕະຫຼອດ ຫຼ້າສຸດກໍໃນບົດບາດຂອງນາງເອກຊີຣີດັງ "ຮັກນີ້ສີບົວ 3" ແລະ ໃນໄວໆນີ້ກໍຍັງຈະມີຜົນງານການສະແດງໃໝ່ອອກມາໃຫ້ຕິດຕາມນຳອີກ.
ອານິຕ້າ - ນິພາ ຢາກາເນກິ ສາວນ້ອຍສົດໃສໜ້າຮັກ ຈາກ First Modeling ສາວຄົນນີ້ກ້າວຂາເຂົ້າວົງການນາງແບບຕັ້ງແຕ່ອາຍຸ 16 ປີ ຕັ້ງແຕ່ຮຽນຢູ່ຊັ້ນມັດທະຍົມ.
ອານິຕ້າ ເລີ່ມເຂົ້າວົງການຈາກການເຂົ້າຮ່ວມປະກວດ First Modeling Charity Contest 2016 ໂດຍໄດ້ຮັບລາງວັນ Popular Vote. ຈາກນັ້ນກໍ່ເລີ່ມມີຜົນງານ ເດີນແບບທັງພາຍໃນ ແລະ ຕ່າງປະເທດ, ຖ່າຍປົກວາລະສານຕ່າງໆ ເຊັນ: ວາລະສານຊາໂດວ ແລະ ຈາກນັ້ນໄລຍະໜຶ່ງນ້ອງກໍ່ກັບໄປສຸມໃສ່ການຮຽນ.
ຫຼັງຈາກຮຽນຈົບມັດທະຍົມປາຍ ນ້ອງກໍ່ຫັນກັບມາມີຜົນງານອີກຄັ້ງ. ກ່ອນໜ້ານີ້ກໍມີຜົນງານການສະແດງເອັມວີເພງ "ດອກໄມ້ວາເລັນທາຍ" ຕາມດ້ວຍບົດນາງເອກໃນຊີຣີຮັກໄວລຸ້ນແບບໃສໆຢ່າງ ຮັກນີ້ສີບົວ 3.
ຫຼ້າສຸດກໍມີຂ່າວອອກມາວ່າ ກຳລັງຊຸ້ມຖ່າຍຜົນງານໃໝ່ຢູ່ ເຊິ່ງຈະເປັນຜົນງານການສະແດງໃໝ່ຂອງສາວຄົນນີ້ ກໍຕ້ອງລໍຖ້າຕິດຕາມເບິ່ງນຳກັນວ່າຈະອອກມາເປັນແບບໃດ.
ໃຜທີ່ຢາກຕິດຕາມ ອານິຕ້າ ເຮົາຈະຊີ້ເປົ້າໃຫ້ຮູ້ ເຂົ້າໄປຕິດຕາມສາວຄົນນີ້ ໄດ້ທັງທາງ Facebook: A'Anitar Yaganegi ແລະ Instagram: anita.yaganegi
ຂໍຂອບໃຈ
ພາບ : IG: anita.yaganegi