ລັດຕັ້ງເປົ້າຫຼຸດຈຳນວນຄອບຄົວທຸກຍາກໃຫ້ເຫຼືອຕໍ່າກວ່າ 5% ໃນປີ 2020

ລັດຖະບານຕັ້ງເປົ້າຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ 3,200 ຄອບຄົວໃຫ້ພົ້ນຈາກຄວາມທຸກຍາກໃນປີນີ້ ແລະ ຖ້າສາມາດບັນລຸໄດ້ ກໍຈະເຮັດໃຫ້ເຫຼືອຄອບຄົວທຸກຍາກພຽງ 4.9% ຫຼື 60,000 ຄອບຄົວ.
ຂໍ້ມູນທີ່ລາຍງານໂດຍ Vientiane Times ໂດຍອ້າງອີງບົດຄວາມຈາກ Kao Today ເຊິ່ງເຜີຍແຜ່ເມື່ອວັນທີ 7 ມັງກອນທີ່ຜ່ານມາ ທີ່ອີງໃສ່ບົດລາຍງານຂອງລັດຖະບານໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ.
ແຜນການດັ່ງກ່າວລະບຸວ່າ 220 ບ້ານຍັງຢູ່ຫຼຸດເສັ້ນຄວາມທຸກຍາກ ຂະນະທີ່ລັດຖະບານໄດ້ປະກາດໃຫ້ 100 ບ້ານເປັນບ້ານຕົວແບບຂອງການພັດທະນາ. ລັດຈະສ້າງຖິ່ນທີ່ຢູ່ຖາວອນ ແລະ ວຽກເຮັດງານທຳໃຫ້ແກ່ 163 ບ້ານ ແລະ ຢຸດຕິການຍ້ານຖິ່ນຖານທີ່ບໍ່ສາມາດຄວບຄຸມໄດ້.
ພາຍໃຕ້ແຜນການດັ່ງກ່າວນີ້, ເມືອງນອງ ຂອງແຂວງສະຫວັນນະເຂດ ແລະ ເມືອງຊອນ ຂອງແຂວງຫົວພັນ ຈະຫຼຸດພົ້ນຈາກຄວາມທຸກຍາກພາຍໃນປີນີ້. ຂະນະທີ່ອີກ 21 ເມືອງມີທ່າອ່ຽງທີ່ຈະຍັງຄົງເປັນເມືອງທຸກຍາກຢູ່.
ອີງຕາມບົດລາຍງານດັ່ງກ່າວ, ລັດຖະບານໄດ້ລົງທຶນ 112 ຕື້ກີບ ເພື່ອດຳເນີນແຜນຫຼຸດຜ່ອນຄວາມທຸກຍາກໃນປີກ່ອນ ໂດຍການຈັດຕັ້ງປະຕິບັດ 659 ໂຄງການ. ແຜນດັ່ງກ່າວປະກອບມີການສ້າງ ແລະ ສ້ອມແປງຫົນທາງ, ການພັດທະນາລະບົບຊົນລະປະທານຂະໜາດນ້ອຍ, ການສ້າງໂຮງຮຽນ, ສຸກສາລາ ແລະ ຫ້ອງນໍ້າ ພ້ອມທັງຝຶກອົບຮົມດ້ານກະສິກຳ ແລະ ການເບິ່ງແຍງສັດ. ພ້ອມນີ້, ໄດ້ມີການຈັດສັນທຶນ 137 ຕື້ກີບເພື່ອໃຫ້ຊຸມຊຸມກູ້ຢືມ.
ສຳລັບຜົນສຳເລັດທີ່ບັນລຸໃນ 9 ເດືອນຂອງປີກ່ອນ, ລັດຖະບານເປີດເຜີຍວ່າ 112 ບ້ານ ຫຼື 56% ຂອງເປົ້າໝາຍ ແລະ 2,209 ຄອບຄົວ ຫຼື 47.5% ຂອງເປົ້າໝາຍ ປະສົບຄວາມສຳເລັດໃນວຽກງານພັດທະນາຂອງຕົນເອງ.
ລັດຖະບານໄດ້ວາງແຜນສຳລັບ 100 ບ້ານໃຫ້ມີສະຖານະເປັນບ້ານພັດທະນາ ແຕ່ເປົ້າໝາຍນີ້ບັນລຸພຽງ 67 ບ້ານ ເຊິ່ງໃນຕອນນີ້ທົ່ວປະເທດມີບ້ານພັດທະນາທັງໝົດລວມ 4,305 ບ້ານ.