1 ປີຜ່ານມາ ຂະແໜງສ່ວຍສາອາກອນເກັບລາຍຮັບໄດ້ກວ່າ 11.4 ພັນຕື້ກີບ

ໃນ 1 ປີ ຜ່ານມາ ຂະແໜງສ່ວຍສາອາກອນ ສາມາດປະຕິບັດລາຍຮັບ ສ່ວຍສາອາກອນໄດ້ 11,422 ຕື້ກີບ, ເທົ່າກັບ 92.72% ຂອງແຜນການປີ (ຕົວເລກເບື້ອງຕົ້ນບໍ່ທັນສະຫຼຸບຂາດຕົວ) ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 580 ຕື້ກີບ ເທົ່າກັບ 5.8% ໃນນີ້, ກົມສ່ວຍສາອາກອນເກັບໄດ້ 6,658.29ຕື້ກີບ ເທົ່າກັບ 88.61% ຂອງແຜນການປີ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 9.10% ບັນດາແຂວງນະຄອນຫຼວງເກັບໄດ້ 4,764.35 ຕື້ກີບ, ເທົ່າກັບ 99.09% ຂອງແຜນການປີ ທຽບໃສ່ປີ ຜ່ານມາເພີ່ມຂຶ້ນ 0.5% ເຊິ່ງເຫັນວ່າຫຼາຍທ້ອງຖິ່ນສາມາດປະຕິບັດໄດ້ຕາມແຜນການ, ລື່ນແຜນການ ແລະ ຫຼາຍທ້ອງຖິ່ນບໍ່ສາມາດບັນລຸຕາມແຜນການ ສາເຫດຈາກຫຼາຍປັດໄຈ.
ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ໄດ້ກ່າວ ໃນກອງປະຊຸມສະຫຼຸບຕີລາຄາວຽກງານສ່ວຍສາອາກອນ ປະຈຳປີ 2019 ແລະ ທິດທາງແຜນການ ປີ 2020 ຈັດຂຶ້ນໃນວັນທີ 13-14 ມັງກອນ 2020 ນີ້ວ່າ: ປີ 2019 ຂະແໜງສ່ວຍສາອາກອນ ໄດ້ປະຕິບັດເກັບລາຍຮັບສ່ວຍສາອາກອນໃນເງື່ອນໄຂມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ສິ່ງທ້າທາຍທົດສອບທີ່ເປັນອຸປະສັກ ຕໍ່ການປະຕິບັດໜ້າທີ່ວິຊາສະເພາະ ໂດຍໄດ້ສຸມໃສ່ຍົກສູງປະສິດທິພາບໃນການຈັດຕັ້ງປະຕິບັດ ການຈັດເກັບໃຫ້ຄົບຖ້ວນ, ຖືກຕ້ອງຕາມກົດໝາຍ ແລະ ທັນເວລາ ຫັນການຄຸ້ມຄອງຖານຫົວໜ່ວຍທຸລະກິດ, ຖານລາຍຮັບ ແລະ ການຊຳລະເຂົ້າສູ່ລະບົບທັນສະໄໝ, ຜ່ານລະບົບທະນາຄານ, ປັບປຸງກົນໄກການຄຸ້ມຄອງບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ, ພາຫະນະ ແລະ ສິນຄ້າຕົ້ນຕໍ ໃຫ້ສາມາດຄຸ້ມຄອງແຕ່ການສະໜອງຕົ້ນທາງຮອດຂອດຈຳໜ່າຍ, ປັບປຸງການເກັບອາກອນຊົມໃຊ້ ຈາກເຄື່ອງດື່ມທີ່ມີທາດເຫຼົ້າ, ຢາສູບໃຫ້ຍຸຕິທຳ ສຳລັບຜູ້ຜະລິດພາຍໃນ ແລະ ຜູ້ນຳເຂົ້າ, ຜັນຂະຫຍາຍການປະຕິຮູບ ຂະແໜງສ່ວຍສາອາກອນໄປຕາມ 4 ແຜນງານໃຫຍ່ ແລະ 11ໂຄງການ ສາມາດສ້າງ ແລະ ປັບປຸງກົດໝາຍໄດ້ 3 ສະບັບ ແລະ ນິຕິກຳລຸ່ມກົດໝາຍຈຳນວນຫຼາຍສະບັບ, ເພີ່ມປະສິດທິພາບໃນການປັບປຸງລະບົບ ແລະ ກົນໄກເກັບລາຍຮັບໃຫ້ໄດ້ສູງຂຶ້ນ, ເພີ່ມປະສິດທິພາບ ໃນການບໍລິຫານຄວາມສ່ຽງ, ປັບປຸງວຽກງານການແຈ້ງລາຍຮັບ ໃນການຕິດຕາມກວດກາ ການປະຕິບັດພັນທະຜູ້ເສຍອາກອນ ໃຫ້ສອດຄ່ອງກັບລະບຽບກົດໝາຍ, ສືບຕໍ່ຜັນຂະຫຍາຍການນຳໃຊ້ລະບົບການຈັດເກັບລາຍຮັບສ່ວຍສາອາກອນຜ່ານລະບົບ TaxRIS ໄດ້ທັງໝົດ 18 ແຂວງ 10 ເມືອງ, ຫັນການຊຳລະຄ່າທຳນຽມທາງ, ພາສີທີ່ດິນຜ່ານລະບົບທະນາຄານ ເພີ່ມປະສິດທິພາບ ໃຫ້ເສຍພັນທະຊຳລະເງິນ ຜ່ານທະນາຄານຫຼາຍຂຶ້ນ, ຜ່ານປ່ອງບໍລິການ ເຊິ່ງຂະບວນການສົ່ງເສີມ ການແຈ້ງລາຍຮັບ ແລະ ມອບລາຍຮັບດ້ວຍຕົນເອງ ຜ່ານລະບົບທະນາຄານກວມ 80% ຂອງລາຍຮັບສ່ວຍສາອາກອນ ປີ 2019.
ສຳລັບແຜນການ ແລະ ຄາດໝາຍສູ້ຊົນປີ 2020 ຈໍານວນ 13,590 ຕື້ກີບ ເທົ່າກັບ 7.8% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ທຽບໃສ່ແຜນການປີຜ່ານມາເພີ່ມຂຶ້ນ 13.2%. ໃນນີ້ ກົມສ່ວຍສາອາກອນຄາດຄະເນ 8,650 ຕື້ກີບ ເທົ່າກັບ 4,84% ຂອງ GDP ທຽບໃສ່ ປີຜ່ານມາເພີ່ມຂຶ້ນ 15.15%.
ສ່ວນທ້ອງຖິ່ນປະມານ 5,300 ຕື້ກີບ ເທົ່າກັບ 2.96% ຂອງ GDP ທຽບໃສ່ປີຜ່ານມາເພີ່ມຂຶ້ນ 10.23%. ພ້ອມດຽວກັນນີ້ ຂະແໜງການອື່ນໆ ຈະເອົາໃຈໃສ່ສືບຕໍ່ປັບປຸງໃຫ້ດີຂຶ້ນ.
ຂໍຂອບໃຈ
ຂໍ້ມູນ : KPL