ຄົນເຈັບປອດອັກເສບປິດສະໜາໃນຈີນ ເສຍຊີວິດແລ້ວລາຍທຳອິດ! ເປັນລູກຄ້າປະຈຳຕະຫຼາດຕົ້ນຕໍທີ່ລະບາດ

ຄະນະກຳມະການສາທາລະນະສຸກ ເທດສະບານເມືອງຫວູຮານ ພາກກາງຂອງຈີນ ລາຍງານວັນທີ 11 ມັງກອນ ວ່າ ຄົນເຈັບເພດຊາຍ ອາຍຸ 61 ປີ ຄົນໜຶ່ງເສຍຊີວິດແລ້ວ ຫຼັງຈາກເຂົ້າຮັບການປິ່ນປົວພະຍາດປອດອັກເສບປິດສະໜາ, ທັງຍັງມີເນື້ອງອກໃນຊ່ອງທ້ອງ ແລະ ພະຍາດຕັບຊໍາເຮື້ອ.
ເຈົ້າໜ້າທີ່ເຜີຍຕື່ມວ່າ ເຖິງແມ່ນວ່າແພດຈະພະຍາຍາມປິ່ນປົວ ແຕ່ຮ່າງກາຍຂອງຄົນເຈັບລາຍນີ້ບໍ່ຕອບສະໜອງ ແລະ ໃນທີ່ສຸດຫົວໃຈກໍຢຸດເຕັ້ນລົງເມື່ອວັນທີ 9 ມັງກອນ ທີ່ຜ່ານມາ.
ຄົນເຈັບຄົນດັ່ງກ່າວ ຍັງເປັນລູກຄ້າປະຈຳຂອງຕະຫຼາດຄ້າສົ່ງອາຫານທະເລຫົວໜານຫວູຮານ ເຊິ່ງເປັນສະຖານທີ່ທີ່ມີການລະບາດຂອງພະຍາດປິດສະໜາດັ່ງກ່າວໄປສູ່ລູກຄ້າປະຈຳ, ພໍ່ຄ້າແມ່ຄ້າ ແລະ ພະນັກງານຂອງຕະຫຼາດ.
ນອກຈາກນີ້, ໃນຈຳນວນຄົນເຈັບພະຍາດປອດອັກເສບປິດສະໜານີ້ 40 ຄົນ ມີຜູ້ທີ່ແພດອະນຸຍາດໃຫ້ເມືອເຮືອນໄດ້ແລ້ວ 2 ຄົນ, ສ່ວນ 7 ຄົນ ຍັງຕ້ອງຕິດຕາມອາກາດຢ່າງໃກ້ຊິດ.
ເຖິງຢ່າງໃດກໍຕາມ, ຄະນະກຳມະການສາທາລະນະສຸກເທດສະບານເມືອງຫວູຮານ ລະບຸວ່າ ຕັ້ງແຕ່ວັນທີ 3 ມັງກອນ ທີ່ຜ່ານມາ ກໍບໍ່ພົບວ່າມີຜູ້ຕິດເຊື້ອລາຍໃໝ່ເພີ່ມເຕີມ ແລະ ບໍ່ມີຫຼັກຖານທີ່ຊັດເຈນວ່າພະຍາດນີ້ຕິດຕໍ່ຈາກຄົນສູ່ຄົນຫຼືບໍ່.
ດ້ານອົງການອະນາໄມໂລກ (WHO) ຖະແຫຼງເມື່ອວັນທີ 9 ມັງກອນທີ່ຜ່ານມາວ່າ ໄວຣັສໂຄໂຣນາ ສາຍພັນໃໝ່ສາຍພັນໜຶ່ງ ເຊິ່ງເປັນສາຍພັນດຽວກັບທີ່ກໍ່ໃຫ້ເກີດພະຍາດທາງເດີນຫາຍໃຈກະທັນຫັນຮຸນແຮງ (ຊາຣສ໌) ແລະ ພະຍາດທາງເດີນຫາຍໃຈຕາເວັນອອກກາງ (ເມີຣສ໌) ອາດຈະເປັນສາເຫດຂອງພະຍາດປອດອັກເສບປິດສະໜານີ້.
ຂໍຂອບໃຈ
ຂໍ້ມູນ : Sanook , The Straits Times