ເບິ່ງດວງລາຍວັນປະຈໍາວັນເສົາ ທີ 11 ມັງກອນ 2020 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ວາງແຜນທີ່ຈະເຮັດທຸລະກິດຈະການວຽກງານໃໝ່ ເງິນທຶນກໍພ້ອມແລ້ວ ບຸກຄະລາກອນກໍພ້ອມ ເລີ່ມທຸລະກິດໃໝ່ໄດ້ເລີຍ
ການເງິນ ຖ້າຂໍເຄຣດິດທາງສະຖາບັນການເງິນເອົາໄວ້ກໍຈະໄດ້ຮັບການອະນຸມັດ
ຄວາມຮັກ ຈະພົບສະຖານນະການທີ່ຢຸດນິ່ງບໍ່ມີການປ່ຽນແປງ ຄົນຮັກຈະເຮັດເຊີຍຊາກັບທ່ານກໍເປັນໄປໄດ້
ເຄື່ອງມຸງຄຸນ ເງິູນ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 7
ວັນຈັນ
ການງານ ຊ່ວງນີ້ເບິ່ງຄືກຳລັງລັງເລວ່າຈະລົງທຶນໃນເລື່ອງທຸລະກິດຕໍ່ຫລືຢຸດໃນເລື່ອງຂອງການລົງທຶນດີ ກຳລັງພິຈາລະນາໃນຄວາມຮູ້ສຶກເຫຼົ່ານີ້ຢູ່
ການເງິນ ຫາລາຍໄດ້ໃຊ້ຈ່າຍໄດ້ດີຂຶ້ນ ມີຄວາມຄ່ອງຕົວຫລາຍຂຶ້ນ ແລະ ຮູ້ວ່າຈະຕ້ອງມີວິທີການຫາເຂົ້າມາເພີ່ມເຕີມໃຫ້ໄດ້ຢ່າງໃດຈຶ່ງຈະສ້າງຖານະໄດ້ດີຂຶ້ນ
ຄວາມຮັກ ຊ່ວງນີ້ຖ້າເຮັດບຸນເລື້ອຍໆ ແລ້ວຜູ້ທີ່ບໍ່ມີຄົນຮັກມີໂອກາດພົບຮັກໃນສະຖານທີ່ເດີນທາງໄປເຮັດບຸນກໍເປັນໄປໄດ້
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 9
ວັນຄານ
ການງານ ໄດ້ເງິນທຶນມາໃນການລົງທຶນຫລາຍຂຶ້ນ ຊ່ວງນີ້ເປັນການໃຊ້ເງິນທຶນອອກໄປ ແລະ ຸຖ້າເບິ່ງຜົນຕອບຮັບທາງດ້ານຍອດຂາຍຫລືຜົນກຳໄລທີ່ຈະຄ່ອຍໆໄດ້ກັບເຂົ້າມາ
ການເງິນ ສຸກສົມຫວັງເປັນຢ່າງຫລາຍໃນເລື່ອງຂອງການໄດ້ຊັບ ໄດ້ມໍລະດົກ ໄດ້ທີ່ດິນ ຊັບສິນ ຊ່ວງນີ້ມີຖານະລ້ຳລວຍຫລາຍຂຶ້ນເປັນຢ່າງຫລາຍ
ຄວາມຮັກ ເໝືອນຮູ້ແລ້ວວ່າໃນອະນາຄົດຄວນຈະໃຊ້ຊີວິດຢູ່ກັບໃຜໃນຊ່ວງນີ້ ເປັນຄົນດຽວທີ່ທ່ານຄິດຮອດເລື້ອຍໆ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີບົວ
ເລກນຳໂຊກ 3
ວັນພຸດ
ການງານ ຖ້າຢາກປະສົບຄວາມສຳເລັດຕ້ອງເຂົ້າເຖິງແຫຼ່ງເງິນທຶນໃນການກູ້ຢືມ ການເດີນທາງໄກເຮັດວຽກຕ່າງທີ່ຕ່າງຖິ່ນຫລືຕ່າງປະເທດຈະເຮັດໃຫ້ຕົນເອງນັ້ນສ້າງຖານະໄດ້ແນ່ນອນ
ການເງິນ ຖ້າຢາກພົບອິດສະຫລະທາງດ້ານການເງິນຄວນເລີ່ມລົງທຶນດ້ານຊັບສິນ
ຄວາມຮັກ ໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກໃຜບາງຄົນ ແຕ່ຈະຖືກໃຈຫລືບໍ່ ເບິ່ງຄືຈະຍັງບໍ່ເລືອກ ຈະເລືອກຄວາມກ້າວໜ້າໃຫ້ກັບຊີວິດຫລາຍກວ່າທີ່ຈະເລືອກໃຜເຂົ້າມາເປັນຄູ່ຮັກໃນຊ່ວງນີ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີດໍາ
ເລກນຳໂຊກ 0
ວັນພະຫັດ
ການງານ ກຳລັງສຶກສາວິທີການໃໝ່ໆ ໃນການເລີ່ມທຸລະກິດໃນຮູບແບບໃໝ່ ແຕ່ຈະໂດດເດັ່ນໃນອາຊີບໃນຊ່ວງນີ້ຈະຮຸ່ງເຮືອງເພາະອາຊີບນາຍໜ້າການຄ້າທີ່ດິນ
ການເງິນ ມີລາຍຈ່າຍຫລາຍ ມີໂອກາດທີ່ຈະນຳເງິນໄປໃຊ້ໜີ້ເກົ່າໆ ຫລືນຳເງິນໄປຕໍ່ເງິນໃນການລົງທຶນໃນທຸລະກິດຮູບແບບໃໝ່
ຄວາມຮັກ ຈະພົບຄົົນທີ່ຮູ້ໃຈ ສະຫລຽວສະຫລາດ ສົນທະນາກັນດ້ວຍຄວາມເຂົ້າໃຈ ແລະມີຄວາມສຸກລົງຕົວກັບຄວາມສຳພັນໃນເທື່ອນີ້
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີຂາວ
ເລກນຳໂຊກ 1
ວັນສຸກ
ການງານ ຊ່ວງນີ້ຈະໄດ້ເຮັດວຽກກັບທີມງານແລະຫຸ້ນສ່ວນທີ່ຈະເກີດຄວາມສໍາເລັດ ແລະມີຄວາມກ້າວໜ້າ
ການເງິນ ແມ່ນຈະໄດ້ເງິນເຂົ້າມາຢ່າງວ່ອງໄວ ແຕ່ຈະເສຍເງິນໂດຍບໍ່ທັນຕັ້ງໂຕ ແຕ່ກໍຍັງພໍຈະມີເຫຼືອເກັບຢູ່ດ້ວຍ
ຄວາມຮັກ ຖ້າຢາກມີສະເໜ່ແລະມີຄວາມສົມຫວັງດ້ານຄວາມຮັກ ຈະຕ້ອງປັບປ່ຽນໃນເລື່ອງຂອງການແຕ່ງຕົວໃນຊ່ວງນີ້ ກໍຈະເຮັດໃຫ້ຕົນເອງນັ້ນມີໂຊກແລະມີສະເໜ່ຫລາຍຂຶ້ນ ມີໂອກາດພົບຄູ່ຄອງ ກໍເປັນໄປໄດ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 1
ວັນເສົາ
ການງານ ເຖິງເວລາທີ່ຈະໄດ້ຮັບຜົນລາງວັນໃນເລື່ອງຂອງການທຸ້ມເທດ້ານການງານມາດົນແລ້ວກັບຄວາມສຳເລັດ ຄຳຊື່ນຊົມ ແລະ ຜົນກຳໄລທີ່ໜ້າພໍໃຈ
ການເງິນ ລາຍຈ່າຍມີຫລາຍເປັນພິເສດຫລືລ້ຽງບໍ່ໄດ້ ແຕ່ກໍຫາໄດ້ຢ່າງວ່ອງໄວ ຫລືມີດວງໃນການສ່ຽງໂຊກ
ຄວາມຮັກ ພົບຮັກກັບຄົົນທີ່ມີສະເໜ່ຫລາຍໆ ເປັນຄົົນທີ່ມີອາຍຸຄ່ອນຂ້າງຕ່າງກັນ ທ່ານຈະນຳຄວາມຮັກແລະຄວາມປາດຖະຫນາດີແລະຄວາມສຸກສົມຫວັງມາສູ່ທ່ານ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີດໍາ
ເລກນຳໂຊກ 8