ບໍ່ລອງບໍ່ຮູ້! ພຽງແຕ່ປ່ຽນສີຜ້າປູບ່ອນນອນ ກໍຊ່ວຍໃຫ້ເລື່ອງເທິງຕຽງດີຂຶ້ນໄດ້

ສະບາຍດີໝູ່ເພື່ອນທຸກຄົນ ກັບມາພົບກັນອີກຄັ້ງກັບເລື່ອງລາວທີ່ໜ້າສົນໃຈກ່ຽວກັບເລື່ອງເທິງຕຽງ. ສຳລັບໃນມື້ນີ້ເຮົາຈະມາເວົ້າກັນເຖິງເລື່ອງ "ຜ້າປູບ່ອນນອນ" ກັນ. ເມື່ອເວົ້າເຖິງເລື່ອງບ່ອນນອນ, ຕຽງ ຮວມທັງຊຸດເຄື່ອງນອນແລ້ວ ຕ້ອງບອກເລີຍວ່າສີສັນຂອງມັນສົ່ງຜົນຕໍ່ອາລົມຜູ້ຢູ່ອາໄສບໍ່ໜ້ອຍ. ຫາກໂທນສີຂອງຊຸດເຄື່ອງນອນເຮົາເຂົ້າກັນໄດ້ດີກັບສີຂອງໂທນຫ້ອງນອນແລ້ວ ຄວນເຮັດໃຫ້ຫ້ອງນອນເບິ່ງສວຍງາມໜ້າຢູ່ຂຶ້ນ ຜູ້ຢູ່ອາໄສກໍມີຄວາມສຸກ ແລະ ອາລົມດີ. ແຕ່ຢ່າງໃດກໍຕາມ ປະໂຫຍດຂອງໂທນສີບ່ອນນອນຈະມີຫຼາຍຂຶ້ນໄປອີກໃນກໍລະນີທີ່ຜູ້ຢູ່ອາໄສເປັນຄູ່ຮັກ ເນື່ອງຈາກໂທນສີຂອງຊຸດເຄື່ອງນອນແຕ່ລະໂທນສີຈະສົ່ງຜົນໃຫ້ເກີດອາລົມຢາກຮ່ວມເຮັດກິດຈະກຳເທິງຕຽງແຕກຕ່າງກັນ. ດັ່ງນັ້ນເລື່ອງນີ້ຈຶ່ງເປັນອີກໜຶ່ງປະເດັນສຳຄັນທີ່ຄູ່ຮັກຄວນຮູ້. ມື້ນີ້ເຮົາຈຶ່ງໄດ້ລວບລວມອິດທິພົນຂອງໂທນສີບ່ອນນອນ 7 ໂທນສີທີ່ສົ່ງຜົນຕໍ່ອາລົມທາງເພດມາໄວ້ໃຫ້ໝູ່ເພື່ອນໄດ້ລອງສຶກສາກັນ. ລາຍລະອຽດຈະເປັນແນວໃດ ລອງຕິດຕາມອ່ານກັນໄດ້ເລີຍ.
1. ຜ້າປູບ່ອນນອນສີດຳ
ເຮົາມາເລີ່ມກັນທີ່ສີ "ດຳ" ສຳລັບຜູ້ຊາຍແລ້ວເປັນສີທີ່ເຮັດໃຫ້ເບິ່ງຫຼໍ່ເທ້, ມີສະເໜ່ໜ້າຄົ້ນຫາ. ບໍ່ພຽງເທົ່ານັ້ນສີດຳຍັງສາມາດໃຊ້ຕົກແຕ່ງຫ້ອງນອນໃຫ້ເບິ່ງສວຍງາມລຽບຫຼູໄດ້ ໂດຍສະເພາະການແຕ່ງຫ້ອງໃນຮູບແບບມິນິມອລ (minimal) ໃຜທີ່ມີຫ້ອງນອນທີ່ໃຫຍ່ ແລະ ເບິ່ງໂລ່ງເກີນໄປ ສີດຳສາມາດຊ່ວຍເຮັດໃຫ້ຫ້ອງນອນຂອງເຈົ້າເບິ່ງນ້ອຍລົງ ແລະ ໃຫ້ຄວາມຮູ້ສຶກອົບອຸ່ນຂຶ້ນໄດ້. ຈາກການສຶກສາທາງດ້ານຈິດຕະວິທະຍາຂອງສີດຳຕໍ່ການມີເພດສຳພັນພົບວ່າ ສີດຳຊ່ວຍເພີ່ມຄວາມຮູ້ສຶກອົບອຸ່ນ, ເລິກລັບໜ້າຄົ້ນຫາ ເພາະອາລົມທາງເພດກັບຄວາມຢາກຮູ້ຢາກເຫັນເປັນຂອງຄູ່ກັນ. ດັ່ງນັ້ນຫາກໃຊ້ສີດຳຕົກແຕ່ງຕຽງນອນຂອງເຈົ້າໃຫ້ເບິ່ງງາມໃນໂທນສີນີ້ກໍຈະສາມາດຊ່ວຍກະຕຸ້ນອາລົມທາງເພດໄດ້. ຈາກການສຶກສາວິໄຈພົບວ່າ ຜ້າປູບ່ອນນອນໂທນສີດຳຊ່ວຍກະຕຸ້ນໃຫ້ຄູ່ຮັກມີເພດສຳພັນກັນສະເລ່ຍ 2.99 ເທື່ອຕໍ່ອາທິດ.
2. ຜ້າປູບ່ອນນອນສີຂຽວອົມທະເລ
ມາຕໍ່ກັນທີ່ຊຸດເຄື່ອງນອນໂທນສີ "ຂຽວອົມທະເລ" ກັນ. ສີນີ້ເປັນສີທີ່ສວຍງາມ ຫາກນຳມາໃຊ້ໃນການຕົກແຕ່ງຫ້ອງນອນ, ຕຽງນອນ ແລະ ຊຸດເຄື່ອງນອນແລ້ວຈະຊ່ວຍເຮັດໃຫ້ຫ້ອງນອນຂອງເຈົ້າເບິ່ງສວຍງາມມີລະດັບຂຶ້ນມາໄດ້ບໍ່ຍາກ ສາມາດຊ່ວຍເພີ່ມຄວາມໂຣແມນຕິກໃຫ້ກັບອາລົມຮັກ, ເພີ່ມຄວາມຕ້ອງການເພດສຳພັນທີ່ມີລະດັບ ບໍ່ຮ້ອນແຮງແຕ່ຜ່ອນຄາຍໃກ້ຊິດ. ຢາກຈະມອບຄວາມຮັກໃຫ້ກັບຢ່າງຄ່ອຍເປັນຄ່ອຍໄປ ແລະ ອ່ອນໂຍນທີ່ສຸດ. ດັ່ງນັ້ນຄູ່ຮັກຄູ່ໃດທີ່ຕ້ອງການອາລົມຮັກໂຣແມນຕິກສຸດໆ ແບບນີ້ຜ້າປູບ່ອນນອນສີຂຽວອົມທະເລຊ່ວຍເຈົ້າໄດ້ ແລະ ຈາກການເກັບສະຖິຕິຂໍ້ມູນງານວິໄຈພົບວ່າຜ້າປູບ່ອນນອນສີນີ້ຊ່ວຍກະຕຸ້ນການມີເພດສຳພັນສະເລ່ຍອາທິດລະ 1.89 ເທື່ອ.
3. ຜ້າປູບ່ອນນອນສີທະເລ
ມາເບິ່ງກັນທີ່ໂທນສີທະເລກັນຕໍ່. ເຖິງວ່າໂທນສີນີ້ຈະເປັນໂທນສີສຸພາບ ເບິ່ງເຄັ່ງຂຶມ ແຕ່ໃນທາງຈິດຕະວິທະຍາແລ້ວຖືເປັນໂທນສີທີ່ຊ່ວຍເພີ່ມຄວາມຮ້ອນແຮງໃຫ້ກັບເພດສຳພັນຂອງເຈົ້າໄດ້ບໍ່ໜ້ອຍເລີຍ. ໂທນສີທະເລ ຫຼື ສີກົມນີ້ຫາກນຳມາໃຊ້ໃນການຕົກແຕ່ງຫ້ອງນອນໄດ້ຢ່າງລົງຕົວແລ້ວ ຫ້ອງນອນເຈົ້າຈະໃຫ້ຄວາມຮູ້ສຶກຜ່ອນຄາຍ ອົບອຸ່ນ ໜ້າຢູ່ຫຼາຍເລີຍ. ດ້ວຍເຫດນີ້ຈຶ່ງມີການແນະນຳວ່າຫາກໃຜພາສາວມາຫ້ອງເປັນເທື່ອທຳອິດຄວນຕົກແຕ່ງຫ້ອງນອນ ແລະ ໃຊ້ຜ້າປູບ່ອນນອນໃນໂທນສີນີ້ ເພາະຈະຊ່ວຍເຮັດໃຫ້ນາງຄົນນັ້ນຮູ້ສຶກຜ່ອນຄາຍ ຫຼຸດຄວາມຕື່ນເຕັ້ນວິຕົກກັງວົນຂອງນາງໄດ້ຫຼາຍ. ແຕ່ຈະຊ່ວຍຄ່ອຍໆເພີ່ມຄວາມຮ້ອນແຮງລະຫວ່າງມີເພດສຳພັນຂຶ້ນເທື່ອລະໜ້ອຍ. ຈາກການເກັບສະຖິຕິຈາກການວິໄຈພົບວ່າ ຫ້ອງຕຽງນອນໂທນສີທະເລນີ້ສາມາດຊ່ວຍກະຕຸ້ນໃຫ້ຄູ່ຮັກມີເພດສຳພັນໄດ້ໂດຍສະເລ່ຍອາທິດລະ 2.76 ເທື່ອ.
4. ຜ້າປູບ່ອນນອນສີເທົາ
ຫາກເຈົ້າຕ້ອງການອາລົມເພດສຳພັນປຸກອາລົມທາງເພດທີ່ຮ້ອນແຮງ, ເລິກລັບໜ້າຄົ້ນຫາໃນແບບໂທນສີດຳ ແຕ່ຄິດວ່າສີດຳໃຫ້ຄວາມຮູ້ສຶກທີ່ບໍ່ດີ ບໍ່ເປັນມຸງຄຸນ ແລະ ເຮັດໃຫ້ຫ້ອງເບິ່ງມືດ. ທາງອອກທີ່ດີທີ່ສຸດຄືການເລືອກໃຊ້ສີເທົານັ້ນເອງ ເພາະສີເທົາເປັນສີທີ່ເບິ່ງສຸພາບ, ເຄັ່ງຂຶມ ເໝາະສຳລັບໃຊ້ແຕ່ງຫ້ອງໃນຮູບແບບມິນິມອລ ແຖມຍັງເປັນໂທນສີທີ່ເໝາະກັບຜູ້ຊາຍແມນໆ ທີ່ມີບຸກຄະລິກປະສົມປະສານລະຫວ່າງຄວາມເຂັ້ມແຂງ ແລະ ອ່ອນໂຍນອີກດ້ວຍ. ເມື່ອນຳມາໃຊ້ໃນການຕົກແຕ່ງຫ້ອງ ແລະ ຕຽງນອນຈະຊ່ວຍເພີ່ມຄວາມຮູ້ສຶກອົບອຸ່ນໄດ້ເປັນຢ່າງດີ. ຈາກການເກັບສະຖິຕິຂໍ້ມູນວິໄຈພົບວ່າ ຜ້າປູບ່ອນນອນສີເທົາສາມາດຊ່ວຍກະຕຸ້ນໃຫ້ຄູ່ຮັກມີເພດສຳພັນໄດ້ 1.8 ເທື່ອຕໍ່ອາທິດ.
5. ຜ້າປູບ່ອນນອນສີບົວ
ສີບົວເປັນສີທີ່ຜູ້ຍິງມັກເກືອບທຸກຄົນຢູ່ແລ້ວ. ເພາະສີບົວເປັນຕົວແທນຂອງຜູ້ຍິງ ເມື່ອນຳມາໃຊ້ໃນການຕົກແຕ່ງຫ້ອງ ແລະ ຕຽງນອນຈະຊ່ວຍເພີ່ມຄວາມຮູ້ສຶກອ່ອນໂຍນ ແລະ ເຕີມຄວາມຫວານໃຫ້ແກ່ຫ້ອງນອນໄດ້ຫຼາຍ. ຜູ້ຍິງເຂົ້າມາແລ້ວນາງຈະຮູ້ສຶກຜ່ອນຄາຍ ຈຶ່ງເປັນສີທີ່ຊ່ວຍເສີມໃນເລື່ອງຂອງຄວາມຮັກຫຼາຍທີ່ສຸດ ຊຶ່ງສອດຄ່ອງກັບການເກັບສະຖິຕິງານວິໄຈທີ່ພົບວ່າສີບົວສາມາດຊ່ວຍກະຕຸ້ນໃຫ້ຄູ່ຮັກມີເພດສຳພັນກັນຫຼາຍເຖິງ 3 ເທື່ອຕໍ່ອາທິດເລີຍ.
6. ຜ້າປູບ່ອນນອນສີມ່ວງ
ສີມ່ວງເປັນສີທີ່ມີພະລັງດຶງດູດທາງເພດຫຼາຍທີ່ສຸດ ເພາະເປັນສີທີ່ສວຍງາມມີສະເໜ່. ຜ້າປູບ່ອນນອນ ແລະ ຊຸດເຄື່ອງນອນໂທນສີນີ້ຈຶ່ງຊ່ວຍເລັ່ງອາລົມທາງເພດໃຫ້ກັບເຈົ້າ ແລະ ຄົນຮັກໄດ້ດີກວ່າສີອື່ນໆ. ດັ່ງນັ້ນຫາກເມື່ອໃດເລີ່ມຮູ້ສຶກວ່າເລື່ອງເທິງຕຽງເລີ່ມບໍ່ຕື່ນເຕັ້ນ ການປ່ຽນຜ້າປູບ່ອນນອນ ແລະ ໂທນຫ້ອງນອນໃຫ້ເປັນສີມ່ວງຈະເປັນອີກໜຶ່ງເຄັດລັບໃນການຈຸດໄຟແຫ່ງຄວາມຮ້ອນແຮງໄດ້. ແຕ່ເຮົາຂໍແນະນຳວ່າໃຫ້ໃຊ້ສີນີ້ໃນໂອກາດພິເສດດີກວ່າ ເພາະຂອງດີເອົາອອກມາໃຊ້ເລື້ອຍໆ ກໍເຮັດໃຫ້ເບື່ອໄດ້ຄືກັນ. ຈາກການສຶກສາວິໄຈພົບວ່າຜ້າປູບ່ອນນອນສີມ່ວງຊ່ວຍກະຕຸ້ນໃຫ້ຄູ່ຮັກມີເພດສຳພັນກັນຫຼາຍເຖິງ 3.49 ເທື່ອຕໍ່ອາທິດ ຊຶ່ງເປັນສີທີ່ມີປະສິດທິພາບໃນດ້ານນີ້ຫຼາຍທີ່ສຸດ.
7. ຜ້າປູບ່ອນນອນສີແດງ
ເຮົາມາປິດທ້າຍກັນທີ່ໂທນສີແດງ ຊຶ່ງໂທນສີນີ້ໃຜກໍຮູ້ດີວ່າເປັນໂທນສີທີ່ຊ່ວຍເພີ່ມຄວາມຮູ້ສຶກຮ້ອນແຮງ, ກະຕືລືລົ້ນ ແລະ ເປັນໂທນສີທີ່ໃຊ້ໄດ້ທັງຜູ້ຍິງ ແລະ ຜູ້ຊາຍ. ບໍ່ວ່າຈະເປັນເພດໃດເມື່ອເລືອກໃຊ້ໂທນສີນີ້ກໍຈະເບິ່ງຮ້ອນແຮງ, ມີສະເໜ່ໄວໄຟ ແລະເຮົາກໍສາມາດປຸກອາລົມທາງເພດທີ່ຮ້ອນແຮງດ້ວຍຊຸດເຄື່ອງນອນໂທນສີແດງນີ້ເຊັ່ນກັນ ຊຶ່ງໂທນສີແດງຍິ່ງສົດເທົ່າໄຫຣ່ ຍິ່ງປຸກອາລົມເພດສຳພັນທີ່ຮ້ອນແຮງຫຼາຍຂຶ້ນເທົ່ານັ້ນ. ແຕ່ຫາກຕ້ອງການຫຼຸດຄວາມຮ້ອນແຮງລົງ, ໝູ່ເພື່ອນສາມາດເຮັດໄດ້ ດ້ວຍການເລືອກຊຸດຜ້າປູບ່ອນນອນ ປອກໝອນທີ່ມີຄວາມສົດຂອງສີແດງໜ້ອຍລົງ ຫຼື ອາດຈັບຄູ່ກັບສີດຳເພື່ອເຕີມຄວາມຮູ້ສຶກໜ້າຄົ້ນຫາ ຫຼຸດຄວາມຮ້ອນແຮງລົງກໍໄດ້. ຈາກການສຶກສາວິໄຈພົບວ່າຜ້າປູບ່ອນນອນສີແດງສາມາດຊ່ວຍກະຕຸ້ນໃຫ້ຄູ່ຮັກມີເພດສຳພັນກັນຫຼາຍເຖິງ 3.18 ເທື່ອຕໍ່ອາທິດ. ເມື່ອເວົ້າເຖິງປະສິດທິພາບໃນດ້ານນີ້ແລ້ວສີແດງເປັນຮອງພຽງແຕ່ສີມ່ວງເທົ່ານັ້ນ.
ນີ້ກໍຄືອິດທິພົນຂອງ 7 ໂທນສີຊຸດເຄື່ອງນອນທີ່ຈະສົ່ງຜົນຕໍ່ອາລົມເພດສຳພັນ ຊຶ່ງເຮົາຢາກຈະມາແນະນຳໃຫ້ໝູ່ເພື່ອນໄດ້ຮູ້ໃນເທື່ອນີ້ ກໍຫວັງວ່າຫຼັງຈາກທີ່ໄດ້ອ່ານຈົບໄປເຄັດລັບຄວາມຮູ້ທີ່ໄດ້ໄປຄົງມີປະໂຫຍດຕໍ່ຄູ່ຮັກບໍ່ຫຼາຍກໍໜ້ອຍ ຊຶ່ງໝູ່ເພື່ອນສາມາດນຳເຄັດລັບນີ້ໄປລອງປັບໃຊ້ກັນໄດ້ທັນທີ ເພື່ອທີ່ປັບແຕ່ງລົດຊາດທາງເພດໃຫ້ໄດ້ຈັງຫວະ ແລະ ອາລົມທີ່ເຈົ້າຕ້ອງການ.
ຂໍຂອບໃຈ
ຂໍ້ມູນ : Pepper via sanook!