ລາວ ກຽມຄັດເລືອກຫົວກະທິກວ່າ 600 ຄົນ ເຂົ້າຮ່ວມເຝິກອົບຮົມຢູ່ຈີນ ກຽມພ້ອມຮັບໃຊ້ໂຄງການລົດໄຟ

ບໍລິສັດ ທາງລົດໄຟລາວ-ຈີນ (LCRC) ກິດຈະການຄ້າຮ່ວມຂອງຜູ້ໃຫ້ບໍລິການລົດໄຟລາວ-ຈີນ ຖະແຫຼງວ່າ ຈະມີພະນັກງານຄົນລາວເຂົ້າຮ່ວມເຝິກອົບຮົມຢູ່ຈີນ ຫຼາຍເຖິງ 600 ຄົນ ເພື່ອກຽມຄວາມພ້ອມສຳລັບການໃຫ້ບໍລິການລົດໄຟສາຍດັ່ງກ່າວ ເຊິ່ງມີກຳນົດເປີດໃຊ້ໃນເດືອນທັນວາ 2021.
ເຈົ້າໜ້າທີ່ອາວຸໂສຂອງບໍລິສັດ ລະບຸວ່າ ຂັ້ນຕອນການຄັດເລືອກ ແລະ ເຝິກອົບຮົມບຸກຄະລາກອນຈະແບ່ງເປັນ 3 ໄລຍະ ໂດຍຄາດວ່າຈະເລີ່ມຮັບສະໝັກພາຍໃນເດືອນມັງກອນນີ້.
ເມື່ອວັນພະຫັດ ວັນທີ 9 ມັງກອນ 2020 ໜັງສືພິມວຽງຈັນທາຍ ໄດ້ລາຍງານຄຳຖະແຫຼງຂອງ ຫຼີ ປິ່ງ ຊຽນ ຜູ້ຈັດການທົ່ວໄປຂອງບໍລິສັດ ທີ່ກ່າວໃນກອງປະຊຸມປະຈຳປີ ເມື່ອວັນທີ 6 ມັງກອນ ໂດຍລາຍງານວ່າ ການຄັດເລືອກດັ່ງກ່າວຈະປະກອບດ້ວຍການທົດສອບ ແລະ ການປະເມີນປະຫວັດຂອງຜູ້ສະໝັກ.
ເຈົ້າໜ້າທີ່ບໍລິສັດຄົນໜຶ່ງເປີດເຜີຍວ່າ ພະນັກງານເຝິກຫັດກຸ່ມທຳອິດຈະເດີນທາງໄປນະຄອນຄຸນໝິງ ແຂວງຢຸນນານ ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນໃນປີນີ້. ພວກເຂົາຈະເຂົ້າຮ່ວມການເຝິກອົບຮົມຕ່າງໆເປັນເວລາ 15-18 ເດືອນ ແລະ ຮັບການເຝິກຝົນຕາມໜ້າທີ່ຕ່າງໆ ເຊັ່ນ ຊ່າງເຕັກນິກ, ພະນັກງານຂັບລົດໄຟ ແລະ ອື່ນໆທີ່ກ່ຽວຂ້ອງ ລວມທັງຮຽນຮູ້ວິທີການກວດສອບການສ້ອມແປງ ແລະ ບຳລຸງຮັກສາລະບົບລາງ.
ບໍລິສັດຍັງກ່າວຕື່ມວ່າ ຂັ້ນຕອນການວາງລາງລົດໄຟຈະເລີ່ມຕົ້ນໃນປີນີ້ ແລະ ຄາດວ່າຈະສຳເລັດການວາງລາງໄລຍະເຂດແດນຈີນ ຫາ ແຂວງຫຼວງພະບາງ ພາຍໃນທ້າຍປີນີ້.
ຂໍຂອບໃຈ
ຂໍ້ມູນ : Xinhua News Agency