ລາວ ແລະ ຈີນ ເຊັນສັນຍາຮ່ວມມື ສົ່ງເສີມການນຳໃຊ້ສະກຸນເງິນກີບ ແລະ ເງິນຢວນໃນການຄ້າ-ການລົງທຶນ

ປັກກິ່ງ, 9 ມັງກອນ 2020 (ຊິນຫົວ), ລາວ ແລະ ຈີນ ໄດ້ຮ່ວມລົງນາມໃນສັນຍາຮ່ວມມືດ້ານເງິນຕາສອງຝ່າຍ ເພື່ອເສີມສ້າງການນຳໃຊ້ສະກຸນເງິນທ້ອງຖິ່ນໃນການຄ້າ ແລະ ການລົງທຶນ ອີງຕາມການລາຍງານຂອງທະນາຄານ People's Bank of China (PBOC) ຂອງຈີນ ເມື່ອວັນພະຫັດທີ່ຜ່ານມາ.
ສັນຍາເຊິ່ງຮ່ວມລົງນາມກັນລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານ PBOC ຈະເຮັດໃຫ້ການຊຳລະໂດຍກົງຂອງສອງສະກຸນເງິນຂອງລາວ ແລະ ຈີນ ໃນການເຄື່ອນໄຫວບັນຊີເງິນຝາກກະແສລາຍວັນ ແລະ ບັນຊີທຶນ ອີງຕາມຂໍ້ມູນໃນຖະແຫຼງການຂອງ PBOC.
ຂໍ້ຕົກລົງດັ່ງກ່າວຈະສ້າງຄວາມເຂັ້ມແຂງຂອງການຮ່ວມມືດ້ານເງິນຕາ ແລະ ການເງິນລະຫວ່າງສອງປະເທດ, ເພີ່ມທະວີການນຳໃຊ້ສະຫຸນເງິນທ້ອງຖິ່ນ ແລະ ອຳນວຍຄວາມສະດວກໃນການດຳເນີນການຄ້າ ແລະ ການລົງທຶນ.
ຂໍຂອບໃຈ
ຂໍ້ມູນ : China Xinhua News