ກະແສນິຍົມໃນການລ້ຽງລູກປີ 2020 ລ້ຽງລູກແນວໃດໃຫ້ທັນສະໄໝ ເຂົ້າກັບໂລກຍຸກປັດຈຸບັນ

ຄວາມນິຍົມໃນການລ້ຽງລູກປີ 2020 ໃນປີໃໝ່ປີນີ້ ເຮົາໄດ້ເຂົ້າສູ່ປີ 2020 ເປັນທີ່ຮຽບຮ້ອຍແລ້ວ ປີນີ້ເປັນການເລີ່ມຕົ້ນຂອງທົດສະວັດໃໝ່ ຖ້າເຮົາຍ້ອນກັບໄປເບິ່ງເມື່ອ 10 ປີທີ່ຜ່ານມາ ມີການປ່ຽນຫຼວງຫຼາຍ ບໍ່ວ່າຈະເປັນທາງນະວັດຕະກຳ ຫຼື ເຕັກໂນໂລຊີ ຫຼື ຄວາມນິຍົມໃນການການລ້ຽງລູກຕ່າງໆທີ່ປ່ຽນໄປຫຼາຍຈົນເກືອບຈະບໍ່ຄືເກົ່າ. ເຮົາມາເບິ່ງກັນດີກວ່າວ່າໃນທົດສະວັດໃໝ່ ຈະມີຄວາມນິຍົມຫຍັງແດ່ ທີ່ພໍ່ແມ່ ຍຸກໃໝ່ຄວນຈະຮູ້ໄວ້ ເພື່ອໃຫ້ຕົວເຮົາ ແລະ ລູກທັນສະໄໝ ເຂົ້າກັບປີ 2020 ແຫ່ງອະນາຄົດ.
ຕັດສິນກັນໜ້ອຍລົງ ເຂົ້າໃຈກັນຫຼາຍຂຶ້ນ
ເຮົາເຊື່ອວ່າມີພໍ່ແມ່ ມືໃໝ່ເກີດຂຶ້ນອີກຫຼາຍຄົນ ແລະ ບາງຄົນກໍບໍ່ໄດ້ມີປະສົບການຫຼາຍພໍ. ເພາະສະນັ້ນການຄົ້ນຄວ້າຂໍ້ມູນທາງອິນເຕີເນັດ ຈຶ່ງເປັນອີກທາງເລືອກໜຶ່ງທີ່ຄົນມາໃຊ້ກັນຫຼາຍຂຶ້ນ ແຕ່ໃນໂລກອອນລາຍເອງ ກໍຄືກັບດາບສອງຄົນ ເຮົາຈະພົບທັງຄົນດີ ແລະ ຄົນບໍ່ດີ.
ໃນປີໃໝ່ນີ້ເຮົາຢາກຈະຊວນຜູ້ປົກຄອງທຸກຄົນ ໃຫ້ຕັດສິນຜູ້ປົກຄອງຄູ່ອື່ນໜ້ອຍລົງ ເພາະເຮົາບໍ່ຮູ້ເລີຍວ່າ ພວກເຂົາອາດຈະບໍ່ມີປະສົບການເລີຍແທ້ໆກໍໄດ້. ເມື່ອພວກເຂົາມີບັນຫາ ເຮົາອາດຈະເປັນພຽງແຕ່ທີ່ເພິ່ງດຽວຂອງພວກເຂົາ. ການທີ່ເຮົາໃຫ້ຄຳແນະນຳ ແລະ ການສະໜັບສະໜຸນ ຢ່າງຖືກຕ້ອງ, ຖືກວິທີ ແລະ ມີຄວາມເອົາໃຈໃສ່ນັ້ນ ອາດຈະຊ່ວຍໄດ້ຫຼາຍກວ່າທີ່ຄິດ.
ເຊົາລ້ຽງລູກຕາມເພດທີ່ຖືກກຳນົດມາ
ໃນທົດສະວັດໃໝ່ນີ້ ສິ່ງທີ່ກຳລັງຈະປ່ຽນໄປ ຄື ເພດ ທີ່ມີເສັ້ນແບ່ງທີ່ບາງລົງ. ການທີ່ເຮົາລ້ຽງລູກ ໂດຍການສະເພາະເຈາະຈົງ ວ່າເຂົາເຈົ້າຕ້ອງເປັນໄປຕາມເພດຊາຍ ຫຼື ເພດຍິງ ທີ່ສັງຄົມໃນອະດີດກຳນົດນັ້ນ ເບິ່ງຄືວ່າຈະບໍ່ເໝາະກັບຍຸກອະນາຄົດເທົ່າໃດ. ໃນປັດຈຸບັນ, ເຮົາເຫັນຄົນຫຼາກຫຼາຍຂຶ້ນ ສິ່ງທີ່ທ່ານສອນລູກຄື ໃຫ້ເຂົາເຈົ້າກ້າສະແດງອອກ, ກ້າເປັນຕົວຂອງຕົວເອງ ດີກວ່າປິດກັ້ນເຂົາເຈົ້າ. ຜູ້ປົກຄອງຄວນທຳຄວາມເຂົ້າໃຈຫຼາຍກວ່າຕໍ່ຕ້ານ.
ອີກຢ່າງທີ່ ຜູ້ປົກຄອງຄວນຈະສອນກໍຄື ການເຂົ້າໃຈຄວາມແຕກຕ່າງຂອງຜູ້ຄົນໃນໂລກ ທີ່ເກີດມາມີໜ້າຕາ, ສາສະໜາ, ຄວາມເຊື່ອ ແລະ ເພດສະພາບທີ່ຕ່າງກັນ. ການຢູ່ຮ່ວມກັນຢ່າງມີຄວາມເຂົ້າໃຈ ຈະເຮັດໃຫ້ລູກນີ້ສະຫງົບສຸກຫຼາຍຂຶ້ນ.
ມີເວລາໃຫ້ຄອບຄົວ
ຄອບຄົວຄວນທີ່ຈະມີເວລາໃຫ້ກັນຫຼາຍຂຶ້ນ, ທ່ານຄວນທີ່ຈະຫາກິດຈະກຳ ຫຼື ຫາຫຍັງເຮັດນຳກັນ ເພື່ອໃຫ້ໄດ້ສະໜິດກັນ, ເຂົ້າໃຈກັນ, ມີເວລາໄດ້ເວົ້າຈາ ແລະ ມີຄວາມຊົງຈຳດີໆຮ່ວມກັນ. ເມື່ອມີກິດຈະກຳແບບນີ້ຈະເຮັດໃຫ້ຄອບຄົວສະໜິດສະໜົມກົມກຽວກັນຫຼາຍຂຶ້ນອີກດ້ວຍ.
ການເວົ້າເລື່ອງໃນໃຈເປັນເລື່ອງປົກກະຕິ
ການທີ່ເຮົາອອກມາເວົ້າເລື່ອງສະພາບຈິດໃຈ ບໍ່ຄວນຈະເປັນເລື່ອງທີ່ແປກ ຫຼື ຜິດປົກກະຕິ, ທຸກຄົນຄວນຈະມີໂອກາດທີ່ຈະໄດ້ສະແດງອອກ ແລະ ກ້າບອກວ່າຕົວເອງ ມີບັນຫາດ້ານສະພາບຈິດໃຈນັ້ນ ບໍ່ແມ່ນເລື່ອງໜ້າອາຍ ຫຼື ເລື່ອງທີ່ໃຜຈະມາຕໍ່ວ່າ ການທີ່ເຮົາຮູ້ ແລະ ເຂົ້າຮັບການຮັກສາໄດ້ ໄດ້ຮັບການສະໜັບສະໜຸນຈາກຄົນອ້ອມຂ້າງຈະເຮັດໃຫ້ຊີວິດດີຂຶ້ນ.
ລ້ຽງລູກສະໄໝໃໝ່ດ້ວຍວິທີ ໃຫ້ 5 ຫ້າມ 1
1. ໃຫ້ລູກຮູ້ຈັກການເປັນຕົວຂອງຕົວເອງ ດ້ວຍການ “ປ່ອຍ”
ພໍ່ແມ່ມັກຄິດວ່າສັກກະຍະພາບຂອງເດັກມີຂີດຈຳກັດ. ແຕ່ເຮົາບໍ່ຮູ້ດອກວ່າ ເດັກນ້ອຍມັກມີເລື່ອງແປກໃໝ່ໃຫ້ເຮົາໄດ້ສຳຜັດສະເໝີ. ດັ່ງນັ້ນຈຶ່ງຄວນປ່ອຍໃຫ້ລູກໄດ້ຮຽນຮູ້ສິ່ງຕ່າງໆ, ລອງຜິດລອງຖືກ ແລະ ປ່ອຍໃຫ້ໃຊ້ຄວາມຄິດເລືອກກິດຈະກຳທີ່ເໝາະສົມດ້ວຍຕົວເອງ. ສິ່ງນີ້ຈະເຮັດໃຫ້ລູກເກີດຄວາມເຊື່ອໝັ້ນ ແລະ ຄວາມໝັ້ນໃຈ ເປັນຕົວຂອງຕົວເອງຫຼາຍຍິ່ງຂຶ້ນ.
2. ໃຫ້ລູກຮູ້ຈັກເຮັດວຽກບ້ານເພື່ອຮູ້ຈັກຄວາມມີນ້ຳໃຈ
ເມື່ອແມ່ປັດກວາດເຮືອນຢູ່ ຫາກລູກຍ່າງເຂົ້າມາຂໍຊ່ວຍ ໃຫ້ຮີບຕອບຮັບ ແທນການປະຕິເສດເລີຍ ຫຼື ແມ່ສາມາດໃຫ້ລູກມາລອງຊ່ວຍວຽກເຮືອນອື່ນໆເບິ່ງ. ຮູ້ບໍ່ວ່າ ການໃຫ້ລູກຊ່ວຍເຮັດວຽກເຮືອນກໍເປັນການສົ່ງເສີມເຖິງສັກກະຍະພາບຮອບດ້ານໃຫ້ກັບລູກໄດ້ດີອີກວິທີໜຶ່ງ ແລະ ຍັງຊ່ວຍໃຫ້ລູກຮູ້ຈັກກັບການຊ່ວຍເຫຼືອ, ສະແດງຄວາມມີນ້ຳໃຈ ຕໍ່ຄົນໃນຄອບຄົວ ແລະ ຜູ້ອື່ນອີກດ້ວຍ.
3. ໃຫ້ຄວາມສຳຄັນ ແລະ ແບ່ງເວລາທີ່ມີກັບລູກ
ພໍ່ແມ່ສາມາດແບ່ງເວລາໃຫ້ກັບລູກດ້ວຍການຊວນລູກຫຼິ້ນ ຫຼື ເຮັດກິດຈະກຳງ່າຍໆຮ່ວມກັນ ບໍ່ວ່າຈະເປັນການອ່ານປຶ້ມນິທານໃຫ້ລູກ ຫຼື ການຊວນລູກມາຫົດນ້ຳ ປູກຕົ້ນໄມ້ໜ້າບ້ານ ຮວມທັງກິດຈະກຳນອກເຮືອນທີ່ພໍ່ແມ່ສາມາດໃຊ້ເວລາໃນມື້ພັກພາລູກໄປຮຽນຮູ້ຮ່ວມກັນໄດ້. ການທີ່ລູກເຕີບໂຕຮ່ວມກັບພໍ່ແມ່ທີ່ໃຫ້ເວລາ ແລະ ຄວາມສຳຄັນໃນການລ້ຽງລູກແທນການໃຊ້ສື່ດິຈິຕອນທີ່ເຂົ້າມາມີບົດບາດໃນຍຸກນີ້ ຈະເຮັດໃຫ້ລູກຮູ້ຈັກໂລກຂອງຄວາມເປັນຈິງ ແລະ ຮູ້ຈັກປັບຕົວເຂົ້າສັງຄົມພາຍນອກໄດ້ດີກວ່າ.
3. ໃຫ້ລູກຮູ້ວ່າພໍ່ແມ່ຮັກລູກ ແລະ ເປັນສ່ວນໜຶ່ງຂອງຄອບຄົວສະເໝີ
ພໍເລີ່ມອາຍຸ 2 ປີ ລູກຈະເລີ່ມເວົ້າ ແລະ ຮັບຟັງຄຳເວົ້າຈາກພໍ່ແມ່ໄດ້ຫຼາຍຂຶ້ນ ແລະ ເລີ່ມມີຄວາມຄິດເປັນຕົວຂອງຕົວເອງຫຼາຍຂຶ້ນ. ອາດຈະມີຄຳເວົ້າທີ່ເຮັດໃຫ້ພໍ່ແມ່ເກີດອາການນ້ອຍໃຈ ເຊັ່ນ “ລູກບໍ່ຮັກແມ່ແລ້ວ” ຫຼື ການຮ້ອງໄຫ້ ເພື່ອຮຽກຮ້ອງຄວາມສົນໃຈ. ຢ່າງໃດກໍຕາມພໍ່ແມ່ຕ້ອງອົດທົນ ແລະ ບໍ່ຄວນໃຊ້ຄວາມຄຽດກັບລູກ ແຕ່ຫາເຫດຜົນມາສອນ ແລະ ອະທິບາຍໃຫ້ລູກເຂົ້າໃຈພ້ອມກັບສະແດງອອກໃຫ້ເຫັນວ່າ “ພໍ່ແມ່ຮັກລູກສະເໝີ”. ບາງຢ່າງແມ່ສາມາດຂໍຄວາມຄິດເຫັນຈາກລູກໄດ້ ຫຼື ອາດຈະຖາມວ່າລູກຮູ້ສຶກແນວໃດກັບເລື່ອງນັ້ນເລື່ອງນີ້. ເພາະການໃຫ້ລູກໄດ້ຕອບຄຳຖາມ ຫຼື ສະແດງຄວາມຄິດເຫັນຈະເຮັດໃຫ້ລູກຮູ້ສຶກເຖິງຄວາມເປັນສ່ວນຮ່ວມ ແລະ ມີຄວາມໝັ້ນໃຈເພີ່ມຫຼາຍຂຶ້ນອີກດ້ວຍ.
4. ໃຫ້ໂພຊະນາການທີ່ດີແກ່ລູກຮັກ
ການລ້ຽງລູກສະໄໝໃໝ່ເພື່ອຄວາມສະຫຼາດສົມໄວ, ເລື່ອງໂພຊະນາການທີ່ດີສຳລັບລູກນ້ອຍ ເປັນສິ່ງທີ່ຂາດບໍ່ໄດ້ເລີຍ. ບໍ່ວ່າຈະເປັນການໃຫ້ລູກໄດ້ດື່ມນົມແມ່ຕັ້ງແຕ່ເກີດໃໝ່ ຫຼື ດື່ມນົມທີ່ອຸດົມໄປດ້ວຍສານອາຫານຄົບຖ້ວນທີ່ຈຳເປັນຕໍ່ການຈະເລີນເຕີບໂຕຂອງລູກ ເຊັ່ນ: ດີເອັດເອ, ເອອາເອ, ສະຟິງໂກລິປິດ, ຟອສໂຟລິປິດ, ແກງກລິໂອໄຊ ທີ່ມີສ່ວນຊ່ວຍເສີມສ້າງພັດທະນາການໃນດ້ານລະບົບປະສາດ ແລະ ສະໝອງຂອງລູກນ້ອຍ ຮວມທັງສຸຂະພາບຮ່າງກາຍ ຄຽງຄູ່ໄປກັບການກິນອາຫານ ເພື່ອການຈະເລີນເຕີບໂຕຂຶ້ນມາຢ່າງມີຄຸນນະພາບ.
5. ຫ້າມປຽບທຽບລູກກັບຄົນອື່ນ
ເວລາລ້ຽງລູກເຮົາຕ້ອງຍອມຮັບສັກກະຍະພາບຂອງລູກ ໂດຍການບໍ່ຄາດຫວັງວ່າລູກຈະຕ້ອງເຮັດໃນສິ່ງທີ່ພໍ່ແມ່ຢາກໃຫ້ເຮັດໄດ້. ດັ່ງນັ້ນຈຶ່ງບໍ່ຄວນທີ່ຈະໃຊ້ຄຳເວົ້າປຽບທຽບລູກ ໃຫ້ລູກເຫັນວ່າ ຄົນອື່ນເກັ່ງກວ່າ ດີກວ່າ ແຕ່ຄວນພະຍາຍາມເຂົ້າໃຈລູກ ແລະ ຕົ້ນແບບທີ່ດີທີ່ສຸດກໍຄື ພໍ່ແມ່. ດັ່ງນັ້ນຫາກພໍ່ແມ່ຢາກໃຫ້ລູກເຮັດຫຍັງ ກໍຄວນເປັນຕົວຢ່າງທີ່ດີ ແລະ ເຮັດໃຫ້ລູກເຫັນ ແລະ ສະໜັບສະໜຸນໃນດ້ານທີ່ລູກສົນໃຈຫຼາຍກວ່າການບັງຄັບໃຫ້ລູກເຮັດໃນສິ່ງທີ່ເຂົາເຈົ້າບໍ່ມັກ.ກະແສນິຍົມໃນການລ້
ຂໍຂອບໃຈ
ຂໍ້ມູນ : The Asian Parents , Global News