ບໍລິການ LOCA ຮ່ວມມືທະນາຄານພັດທະນາລາວ ເຊື່ອມໂຍງລະບົບ ALIPAY ເພື່ອຮອງຮັບລູກຄ້າຊາວຈີນ

ໃນໄລຍະທີ່ຜ່ານມາ ບໍລິການໂລກ້າ (LOCA) ໄດ້ຮັບຄວາມນິຍົມຫຼາຍໃນກຸ່ມນັກທ່ອງທ່ຽວ ແລະ ແຂກທີ່ເຂົ້າມາຢ້ຽມຢາມນະຄອນຫຼວງ. ດ້ວຍກະແສຄວາມຕ້ອງການເພີ່ມສູງຂຶ້ນ ບໍລິການໂລກ້າ ກໍ່ໄດ້ຂະຫຍາຍເຂດການໃຫ້ບໍລິການອອກໄປທີ່ນະຄອນຫຼວງພະບາງເມື່ອບໍ່ດົນມານີ້.
ເພື່ອອຳນວຍຄວາມສະດວກໃນການຊຳລະຄ່າບໍລິການແບບໄຮ້ເງິນສົດໃຫ້ກັບນັກທ່ອງທ່ຽວ ແລະ ນັກທຸລະກິດຊາວຈີນໃນລາວ, ໂລກ້າ ຈຶ່ງເຫັນດີທີ່ຈະນຳເອົາລະບົບຊຳລະຂອງ ALIPAY ເຂົ້າມາເປັນອີກຊ່ອງທາງໜຶ່ງຂອງການຊຳລະ ດ້ວຍການຈັບມືກັບທະນາຄານພັດທະນາລາວ ແລະ ບໍລິສັດ KIWIPAY ທີ່ເປັນຕົວແທນຂອງ ALIPAY ໃນປະເທດລາວ ເພື່ອນຳເອົາລະບົບຂອງໂລກ້າ ເຊື່ອມຕໍ່ກັບລະບົບຂອງ KIWIPAY ໂດຍມີທະນາຄານພັດທະນາລາວເປັນສູນກາງ.
ການຮ່ວມມື້ຄັ້ງນີ້ນອກຈາກຈະເຮັດໃຫ້ໂລກ້າອຳນວຍຄວາມສະດວກການຊຳລະເງິນໃຫ້ນັກທ່ອງທ່ຽວ ແລະ ນັກທຸລະກິດຊາວຈີນແລ້ວ, ທ່ານ ສຸລິໂຍ ວົງດາລາ CEO ຂອງໂລກ້າ ຍັງກ່າວອີກວ່າ “ນີ້ເປັນບາດກ້າວທຳອິດ ຂອງການຮ່ວມລະຫວ່າງສະຕາດອັບ ແລະ ທະນາຄານອັນດັບຕົ້ນໆຂອງປະເທດ ເພື່ອຫັນວຽກງານ Fintech ໃຫ້ເຂົ້າເຖິງຜູ້ຊົມໃຊ້ໃຫ້ໄດ້ຜົນປະໂຫຍດສູງສຸດ.”
ການຮ່ວມມືໃນຄັ້ງນີ້ຂອງທັງ 3 ຝ່າຍເປັນປະທານໂດຍ ທ່ານ ພຸດສະລາ ອົມດາລາ ຮອງອຳນວຍການທະນາຄານພັດທະນາລາວ, ທ່ານ ສຸລິໂຍ ວົງດາລາ CEO ຂອງ ໂລກ້າ, ພ້ອມດ້ວຍຄະນະບໍລິຫານຂອງ BIZGITAL, ທ່ານ Greg Schmidt ອຳນວຍການຂອງ KIWIPAY GROUP ແລະ ທ່ານ Sonam Bhutia ຕົວແທນຈາກ ALIPAY - Regional Head of Business Development Southeast Asia.
ໃນການເຊັນສັນຍາຄັ້ງນີ້ ທ່ານ Sonam ຈາກ ALIPAY ຍັງໄດ້ໃຫ້ຄວາມເຫັນເພີ່ມຕື່ມວ່າ ເນື່ອງຈາກປັດຈຸບັນ ການເຂົ້າມາຂອງນັກທ່ອງທ່ຽວຊາວຈີນ ຫຼື ນັກທຸລະກິດຊາວຈີນເອງໃນລາວ ແມ່ນມີຈຳນວນນັບມື້ນັບຫຼາຍຂຶ້ນ ແລະ Alipay ກໍ່ເປັນນະວັດຕະກຳທາງການເງິນທີ່ຄົນຈີນນິຍົມໃຊ້ໃນການຊຳລະ ບໍ່ວ່າຈະເປັນພາຍໃນຈີນ ຫຼື ປະເທດຕ່າງໆ. ການໄດ້ຮ່ວມມືກັບໂລກ້າ ຄັ້ງນີ້ ກໍ່ຈະເປັນອີກໜຶ່ງບາດກ້າວທີ່ສຳຄັນຂອງວົງການ Fintech ໃນປະເທດລາວ ແລະ ຈະເປັນອີກ ໜຶ່ງຕົວຢ່າງຂອງການນຳໃຊ້ເຕັກໂນໂລຊີທາງການເງິນ ເຂົ້າໃນການເຮັດທຸລະກິດໃນຍຸກ 4.0 ອີກດ້ວຍ.