ຜົນຕອບຮັບດີ! ງານແລ່ນເປັນຄູ່ຄັ້ງທຳອິດຂອງລາວມີຜູ້ສະໝັກເຂົ້າຮ່ວມເກືອບເຕັມແລ້ວ

ງານແລ່ນເປັນຄູ່ຄັ້ງທຳອິດຂອງລາວ Vientiane Couple Run 2020 by Miraclelao ທີ່ຈະຈັດຂຶ້ນໃນວັນທີ 23 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ໄດ້ຮັບການຕອບຮັບເປັນຢ່າງດີ ຫຼັງຈາກເປີດໃຫ້ສະໝັກເຂົ້າຮ່ວມຕັ້ງແຕ່ວັນທີ 6 ມັງກອນ ທີ່ຜ່ານມາ ຕອນນີ້ມີຜູ້ສະໝັກເກືອບເຕັມຕາມຈຳນວນທີ່ຕັ້ງໄວ້ແລ້ວ.
ງານແລ່ນຄັ້ງນີ້ແບ່ງອອກເປັນ 2 ໄລຍະຄື 5 ກິໂລແມັດ ແລະ 10 ກິໂລແມັດ ໂດຍຈຸດປ່ອຍໂຕນັກແລ່ນແມ່ນເລີ່ມຈາກຕະຫຼາດບຶງທາດຫຼວງ ນະຄອນຫຼວງວຽງຈັນ ແລ້ວແລ່ນໄປຕາມເສັ້ນທາງຕັດໃໝ່ບຶງທາດຫຼວງ.
ສຳລັບຄ່າສະໝັກ, ໄລຍະ 5 ກິໂລແມັດແມ່ນ 250,000 ກີບຕໍ່ 1 ຄູ່ ແລະ 10 ກິໂລແມັດແມ່ນ 300,000 ກີບຕໍ່ 1 ຄູ່. ສາມາດສະໝັກໄດ້ຈົນຮອດວັນທີ 10 ມັງກອນນີ້ (ເວລາ 8:00-20:00 ໂມງ) ຜ່ານທາງແອັບພລິເຄຊັນ GOTEDDY ແລະ ຈະມີການຈັດສົ່ງເຄື່ອງໃຫ້ຮອດເຮືອນໃນວັນທີ 17-21 ກຸມພານີ້ ສຳລັບ 500 ຄູ່ທຳອິດ.
ຜູ້ທີ່ສະໝັກແຕ່ລະໄລຍະ ຈະໄດ້ຮັບເສື້ອ ແລະ ຫຼຽນ ພ້ອມທັງມີອາຫານ, ເຂົ້າໜົມ ແລະ ເຄື່ອງດື່ມໃຫ້ບໍລິການໃນມື້ແລ່ນ. ພິເສດ ສຳລັບໄລຍະ 10 ກິໂລແມັດ ຈະໄດ້ຮັບຂັນລາງວັນ ແຍກຕາມປະເພດການແຂ່ງຂັນນຳອີກ.
ສຳລັບລາຍລະອຽດກ່ຽວກັບງານ Vientiane Couple Run 2020 by Miraclelao ສາມາດເບິ່ງເພີ່ມເຕີມໄດ້ທີ່ https://www.facebook.com/Vientianecouplerunbymiraclelao/ ຫຼື ສອບຖາມຂໍ້ມູນຜ່ານທາງໂທລະສັບ, ວອສແອັບ ໝາຍເລກ 0205666 1888, 020 58355577.
ຂໍຂອບໃຈ
ຂໍ້ມູນ : Vientiane Couple Run by Miraclelao