ອອສເຕຣເລຍເປີດເຜີຍ ຈັບມືວາງເພີງຕົ້ນເຫດໄຟໄໝ້ປ່າຄັ້ງຮຸນແຮງໄດ້ກວ່າ 100 ຄົນ

ແຄນເບີຣາ, 7 ມັງກອນ (ຊິນຫົວ) — ໃນໄລຍະເວລາພຽງບໍ່ເທົ່າໃດເດືອນ ອອສເຕຣເລຍຈັບກຸມຜູ້ຖືກຕັ້ງຂໍ້ຫາວ່າເຈດຕະນາວາງເພີງ ຊຶ່ງກໍ່ໃຫ້ເກີດໄຟໄໝ້ປ່າໃນເປັນວົງກວ້າງໃນປະເທດໄດ້ນັບຮ້ອຍຄົນ.
ຂະນະນີ້ອອສເຕຣເລຍກຳລັງປະເຊີນກັບວິກິດໄຟໄໝ້ປ່າທີ່ຮຸນແຮງທີ່ສຸດຄັ້ງໜຶ່ງໃນປະຫວັດສາດ ໂດຍນັບຕັ້ງແຕ່ເດືອນກັນຍາ 2019 ມີຜູ້ເສຍຊີວິດໃນວິກິດເທື່ອນີ້ຢ່າງໜ້ອຍ 25 ລາຍແລ້ວ.
ເມື່ອວັນອັງຄານ (7 ມັງກອນ) ໜັງສືພິມເດິ ອອສເຕຣເລຍ (The Australian) ລາຍງານວ່າມີປະຊາຊົນຖືກຈັບກຸມຂໍ້ຫາວາງເພີງໄດ້ຫຼາຍຮ້ອຍຄົນໃນພື້ນທີ່ລັດນິວເຊົາເວລສ໌ (NSW) ຄວີນສະແລນ, ວິກຕໍເຣຍ, ເຊົາອອສເຕຣເລຍ ແລະ ແທສມາເນຍ.
ໃນລັດນິວເຊົາເວລສ໌ພຽງລັດດຽວ ມີຜູ້ຖືກແຈ້ງຂໍ້ຫາ ຫຼື ຕັກເຕືອນເນື່ອງຈາກມີສ່ວນພົວພັນກັບເຫດໄຟໄໝ້ປ່າຈຳນວນ 183 ຄົນ ນັບຕັ້ງແຕ່ເດືອນພະຈິກ 2019 ໂດຍໃນຈຳນວນນີ້ມີ 24 ຄົນ ມີຄວາມຜິດຖານເຈດຕະນາວາງເພີງ. ສ່ວນໃນລັດວິກຕໍເຣຍມີຜູ້ຖືກຈັບກຸມ 43 ຄົນ.
ສ່ວນໃນລັດຄວີນສະແລນ ຊຶ່ງເປັນລັດທີ່ເຫດໄຟໄໝ້ປ່າວິກິດທີ່ສຸດໃນໄລຍະເດືອນພະຈິກ 2019 ມີຜູ້ຖືກຈັບກຸມຖານເຈດຕະນາວາງເພີງຈຳນວນ 101 ຄົນ ໂດຍ 70% ເປັນໄວໜຸ່ມ.
ເຈມສ໌ ອອກລອຟ (James Ogloff) ຜູ້ອຳນວຍການສູນນິຕິວິທະຍາສາດພຶດຕິກຳ (Forensic Behavioural Science) ມະຫາວິທະຍາໄລສະວິນເບີນ (Swinburne University) ລະບຸວ່າໄຟໄໝ້ປ່າທີ່ເກີດຂຶ້ນໃນອອສເຕຣເລຍນີ້ເກີດຈາກຄົນລອບວາງເພີງເຖິງປະມານ 50%.
“ຄົນກຸ່ມນີ້ມັກເວລາເຫັນໄຟ, ມັກເວລາຈູດໄຟ ແລະ ຫຼາຍເທື່ອພວກທ່ານຕື່ນເຕັ້ນໄປກັບຂໍ້ມູນທີ່ເຜີຍວ່າໄຟລຸກໄໝ້ ຫຼື ລຸກລາມໄປສໍ່າໃດ,” ອອກລອຟໃຫ້ສຳພາດກັບສຳນັກຂ່າວນິວສ໌ ຄອບ (New Corp) ຂອງອອສເຕຣເລຍ.
ຮອງສາດສະດາຈານເຈເນັດ ສະແຕນລີ (Janet Stanley) ຈາກມະຫາວິທະຍາໄລເມລເບີນ (University of Melbourne) ລະບຸວ່າກຸ່ມຄົົນທີ່ລອບວາງເພີງ ຫຼື “ໄຟບັກ” (firebugs) ສ່ວນໃຫຍ່ເປັນຊາຍໄວໜຸ່ມອາຍຸ 12-24 ປີ ຫຼື ໄວຊະລາອາຍຸ 60 ປີຂຶ້ນໄປ.
“ຄົນກຸ່ມນີ້ບໍ່ມີຈຸດຮ່ວມອື່ນໃດ ນອກຈາກພວກເຂົາມີປະຫວັດທີ່ບໍ່ຄ່ອຍດີ ເຕີບໂຕຂຶ້ນມາພ້ອມກັບຄວາມບອບຊ້ຳທາງຈິດໃຈ ທັງຍັງປະເຊີນກັບການຖືກເມີນເສີຍ ແລະ ການທາລຸນນະກຳຫຼາຍເທື່ອນັບຕັ້ງແຕ່ຕອນຍັງນ້ອຍ,” ສະແຕນລີກ່າວ.
ອີກຢ່າງໜຶ່ງ ເບຣນດອນ ໂຊຄາລຸກ (Brendon Sokaluk) ອະດີດອາສາສະໝັກດັບເພີງ ຖືກຕັດສິນຈຳຄຸກ 17 ປີ 9 ເດືອນ ຈາກການວາງເພີງຈົນກໍ່ໃຫ້ເກີດໄຟໄໝ້ປ່າໃນລັດວິກຕໍເຣຍເມື່ອປີ 2009 ຊຶ່ງຂ້າຊີວິດຄົນໄປ 10 ລາຍໃນເຫດໄຟໄໝ້ປ່າແບລັກ ແຊດເທີເດ (Black Saturday) ໜຶ່ງໃນເຫດໄຟໄໝ້ປ່າທີ່ຮຸນແຮງທີ່ສຸດຂອງອອສເຕຣເລຍ.