ປະຊາກອນໂຄອາລາໃນເຂດນິວເຊົາເວລສ໌ກວ່າ 30% ຕາຍຈາກເຫດໄຟໄໝ້ປ່າອອສເຕຣເລຍ

ລັດຖະມົນຕີກະຊວງສິ່ງແວດລ້ອມອອສເຕຣເລຍກ່າວວ່າ ປະຊາກອນໂຄອາລາຫຼາຍກວ່າ 30 ເປີເຊັນທີ່ອາໄສຢູ່ທາງພາກກາງຊາຍຝັ່ງຕອນເໜືອຂອງລັດນິວເຊົາເວລສ໌ຂອງອອສເຕຣເລຍຖືກຂ້າຕາຍດ້ວຍໄຟໄໝ້ປ່າທີ່ຍັງຄົງລາມເຜົາໄໝ້ພື້ນທີ່ດັ່ງກ່າວຢ່າງຕໍ່ເນື່ອງ.
ທັງນີ້ມີການປະເມີນວ່າ ໂຄອາລາທີ່ຕາຍຈາກໄຟໄໝ້ປ່າກວ່າ 30 ເປີເຊັນອາດຈະສູງເຖິງ 8,400 ໂຕ ຊຶ່ງພື້ນທີ່ທາງຊາຍຝັ່ງຕອນເໜືອຂອງລັດນິວເຊົາເວລສ໌ນັ້ນເປັນທີ່ຢູ່ອາໄສຂອງໂຄອາລາຈຳນວນ 15,000 - 28,000 ໂຕ.
ກ່ອນໜ້າວິກິດໄຟໄໝ້ປ່າໃນລັດນິວເຊົາເວລສ໌ ປະຊາກອນໂຄອາລາໃນພື້ນທີ່ດັ່ງກ່າວກໍຫຼຸດລົງກວ່າ 42 ເປີເຊັນໃນໄລຍະຕັ້ງແຕ່ປີ 1990 -2010.
ອົງກອນອະນຸຮັກທຳມະຊາດນິວເຊົາເວລສ໌ກ່າວວ່າ "ປະຊາກອນໂຄອາລາກຳລັງຫຼຸດລົງຢ່າງຊ້າໆ ໃນໄລຍະ 20 ປີທີ່ຜ່ານ ຊຶ່ງພວກມັນໄດ້ຮັບຜົນກະທົບໂດຍກົງຈາກການຕັດໄມ້ທຳລາຍປ່າຈຳນວນຫຼາຍພັນເຮັກຕາເພື່ອເຮັດກະສິກຳ ແລະ ການເຮັດອຸດສາຫະກຳປ່າໄມ້. ຂະນະທີ່ຜົນກະທົບຈາກການປ່ຽນແປງສະພາບພູມອາກາດກໍສົ່ງຜົນກະທົບທາງອ້ອມກັບການຫຼຸດລົງຂອງພວກມັນເຊັ່ນກັນ."
ສະຖານະການໄຟໄໝ້ປ່າໃນພື້ນທີ່ທາງຕອນກາງຊາຍຝັ່ງຕອນເໜືອຂອງລັດນິວເຊົາເວລສ໌ເລີ່ມໄໝ້ມາຕັ້ງແຕ່ເດືອນພະຈິກ ກ່ອນທີ່ຈະຖືກປະກາດຍົກລະດັບເປັນເລື່ອງສຸກເສີນ ແລະ ລາມໄປຍັງພື້ນທີ່ໃນລັດວິກຕໍເຣຍ ແລະ ລັດເຊົາອອສເຕຣເລຍ.
ສຳລັບການຄວບຄຸມໄຟໄໝ້ປ່ານັ້ນໃນໄລຍະທີ່ຜ່ານມາເຈົ້າໜ້າທີ່ດັບເພີງໃນອອສເຕຣເລຍຕ້ອງຕໍ່ສູ້ກັບສະພາບອາກາດທີ່ຮ້ອນຈັດ ແລະ ຄື້ນຄວາມຮ້ອນທີ່ອຸນຫະພູມສູງກວ່າ 40 ອົງສາເຊລຊຽສທີ່ກາຍເປັນອຸປະສັກຕໍ່ການຄວບຄຸມໄຟໄໝ້ປ່າ.
ຄວາມເສຍຫາຍທີ່ເກີດຂຶ້ນຈາກໄຟໄໝ້ປ່າຕັ້ງແຕ່ເດືອນພະຈິກທີ່ຜ່ານມານັ້ນບໍ່ພຽງແຕ່ໂຄອາລ່າ ຫຼື ສັດອື່ນໆທີ່ຕາຍຈາກການລາມຂອງໄຟໄໝ້ປ່າໃນເທື່ອນີ້ ແຕ່ປະຊາຊົນ 9 ຄົນໄດ້ເສຍຊີວິດຈາກເຫດການໄຟໄໝ້ປ່າໃນເທື່ອນີ້ເຊັ່ນກັນ ບໍ່ນັບລວມບ້ານເຮືອນຂອງປະຊາຊົນອີກຫຼາຍສິບຫຼັງທີ່ຖືກໄຟໄໝ້ເຊັ່ນກັນ.