9 ວິທີປຸກໃຈຕົວເອງ ໃຫ້ຢາກອອກກຳລັງກາຍ

ສຳລັບໜຸ່ມໆທີ່ກຳລັງມີບັນຫາກ່ຽວກັບນ້ຳໜັກເກີນ ຢາກມີຫຸ່ນທີ່ດີ ຫຼື ຢາກມີສຸຂະພາບທີ່ດີ ແຂງແຮງ ຫ່າງໄກຈາກໂລກໄພ ແຕ່ບໍ່ມີແຮງໃຈໃນການໃສ່ເກີບຜ້າໃບຄູ່ທີ່ມັກ ທີ່ເລືອກຊື້ເປັນຢ່າງດີເພື່ອໃສ່ໄປອອກກຳລັງກາຍແມ່ນບໍ່?
ເຮົາຂໍແນະນຳ 9 ເຄັດລັບກະຕຸ້ນແຮງໃຈໃຫ້ຢາກອອກກຳລັງກາຍໃນທຸກໆມື້ໂດຍບໍ່ຮູ້ສຶກວ່າ "ນີ້ ຂ້ອຍຕ້ອງອອກກຳລັງກາຍອີກແລ້ວບໍ?" ຫຼື "ຢາກຫຸ່ນດີເດ ແຕ່ຂີ້ຄ້ານອອກກຳລັງກາຍແທ້". ຖ້າເຈົ້າໄດ້ອ່ານເຄັດລັບເຫຼົ່ານີ້ແລ້ວເຈົ້າຈະຢາກອອກກຳລັງກາຍທຸກມື້ໂດຍບໍ່ມີເບື່ອຢ່າງແນ່ນອນ.
1. ໃຫ້ການອອກກຳລັງກາຍເປັນສິ່ງທຳອິດຂອງມື້ທີ່ຕ້ອງເຮັດ
Dr.Jennifer Farrell ທີ່ປຶກສາປະຈຳໂຮງຮຽນ ແລະ ນັກຈິດວິທະຍາການກີລາທີ່ Shattuck-St ໄດ້ກ່າວໄວ້ວ່າ "ໃນຕອນເຊົ້າຂອງມື້ ຂ້ອຍມັກຈະອອກກຳລັງກາຍເປັນສິ່ງທຳອິດເພື່ອທີ່ວ່າໃນລະຫວ່າງມື້ຂ້ອຍຈະໄດ້ບໍ່ຕ້ອງຫຍຸ້ງກ່ຽວກັບການອອກກຳລັງກາຍອີກ" ທີ່ ໂຮງຮຽນແມຣີ່ໃນ Faribault, Minnesota ແລະ ຖ້າເຈົ້າຈະບອກວ່າເຈົ້າບໍ່ແມ່ນຄົນຕື່ນເຊົ້າແລ້ວ ບໍ່ຕ້ອງກັງວົນເດີ ພຽງແຕ່ເຈົ້າກຽມທຸກຢ່າງທີ່ເຈົ້າຕ້ອງໃຊ້ໃຫ້ພ້ອມໃນຕອນກາງຄືນເພື່ອຕອນເຊົ້າຈະໄດ້ພ້ອມສຳລັບການອອກກຳລັງກາຍທັນທີ.
2. ຢ່າອອກກຳລັງກາຍຄົນດຽວ
ຈົ່ງຈື່ໄວ້ວ່າຢ່າອອກກຳລັງກາຍພຽງຄົນດຽວ Dr.Amanda J. Visek ຮອງສາດສະດາຈານປະຈຳສາຂາວິຊາວິທະຍາສາດການອອກກຳລັງກາຍ ແລະ ໂພຊະນາການທີ່ສະຖາບັນສາທາລະນະສຸກມິລເກນຂອງມະຫາວິທະຍາໄລຈອດວໍຊິງຕັນ ໄດ້ກ່າວວ່າ ໝາເປັນສິ່ງຈຳເປັນສຳລັບການອອກກຳລັງກາຍນຳກັນ ຊຶ່ງຊ່ວຍໃຫ້ເຈົ້າໃຈຈົດໃຈຈໍ່ຢູ່ກັບການແລ່ນຂອງເຈົ້າໄດ້. ແຕ່ຖ້າເຈົ້າບໍ່ມີໝາກໍບໍ່ເປັນຫຍັງ ຊວນໝູ່ຂອງເຈົ້າມາເປັນຄູ່ໃນຢິມ ຫຼື ໝູ່ແລ່ນໄປນຳກັນກໍຍັງໄດ້ ເພາະເຈົ້າຈະມີໂອກາດບ້ຽວອອກກຳລັງກາຍໜ້ອຍລົງຖ້າເຈົ້າຮູ້ວ່າກຳລັງມີຄົນລໍຖ້າເຈົ້າຢູ່.
3. ກຳນົດວັນເວລາ
Visek ກ່າວວ່າ ເຮົາຄວນໃສ່ຕາຕະລາງການອອກກຳລັງກາຍລົງໄປໃນກຳນົດການເຊັ່ນດຽວກັບກິດຈະກຳອື່ນໆ ເນື່ອງຈາກວ່າການມີກຳນົດການອອກກຳລັງກາຍໃນປະຕິທິນຈະເຮັດໃຫ້ໂອກາດທີ່ຈະບ້ຽວການອອກກຳກລັງກາຍໜ້ອຍລົງ.
4. ບໍ່ມັກຫຍັງ ກໍຢ່າເຮັດ
"ມັນຈະດີຫຼາຍເລີຍຖ້າເຈົ້າອອກກຳລັງກາຍດ້ວຍຄວາມຢາກທີ່ຈະເຮັດແທນທີ່ຈະເຮັດພຽງເພາະສິ່ງທີ່ຄົນອື່ນບອກວ່າສິ່ງນີ້ດີສິ່ງນັ້ນດີ ຕ້ອງເຮັດແບບນີ້ເດີຈຶ່ງຈະດີ". ຄຳກ່າວຈາກ (ແປໂດຍຈື່ໃຈຄວາມສຳຄັນ) Dr.Brandonn S. Harris ຮອງສາດສະດາຈານ ແລະ ຜູ້ອຳນວຍການຂອງວິທະຍາໄລວິທະຍາສາດສຸຂະພາບ ແລະ ມະນຸດສາດ ໂຮງຮຽນສຸຂະພາບແລະ ກາຍະພາບ ມະຫາວິທະຍາໄລ Georgia Southern. ນອກຈາກນີ້ທ່ານຍັງກ່າວອີກວ່າ "ພຽງເພາະຄົນອື່ນປັ່ນລົດຖີບກັນເປັນກຸ່ມ ຫຼື ຫຼິ້ນ CrossFit (ເປັນການລວມເອົາການເຮັດ ຄາດິໂອ ກັບ ການເສີມສ້າງກ້າມຊີ້ນເຂົ້ານຳກັນ) ຊຶ່ງມັນອາດບໍ່ແມ່ນສຳລັບເຈົ້າ ກໍຄວນຫາການອອກກຳລັງກາຍທີ່ແມ່ນ ແລະ ເຈົ້າມ່ວນກັບມັນແທ້ໆຈະດີກວ່າ".
5. ຄວບຄຸມພະລັງຄິດບວກ
Stephanie Pearl ນັກຈິດບຳບັດໃນເມືອງນິວຢອກ ແລະ ອາຈານໃນ SoulCycle ເຄີຍກ່າວໄວ້ວ່າ"ຖ້າເຈົ້າກຳລັງພະຍາຍາມທີ່ຈະພັກຈາກກິດຈະກຳທີ່ເຮັດ ເຈົ້າອາດບອກຕົວເອງວ່າເຈົ້າຄວນອອກໄປແລ່ນ ຫຼື ອອກກຳລັງກາຍໄດ້ໃດ ອາດເປັນຄວາມຄິດທີ່ເບິ່ງແປກແດ່ຈັກໜ້ອຍ. ແຕ່ພຽງແຕ່ເຈົ້າບອກຕົວເອງວ່າເຈົ້າຕ້ອງການອອກກຳລັງກາຍ ມັນສາມາດສ້າງຄວາມປ່ຽນແປງຄັ້ງຍິ່ງໃຫຍ່ໄດ້ເລີຍ". ນອກຈາກນີ້ທ່ານຍັງໃຫ້ຄຳແນະນຳອີກວ່າ ຖ້າວິທີຄິດດ້ານເທິງບໍ່ໄດ້ຜົນລອງຫາເພງມ່ວນໆ ຫຼື ເພງທີ່ມັກຈັກເພງມາຟັງລະຫວ່າງເຈົ້າອອກກຳລັງກາຍກໍໄດ້.
6. ຍອມຮັບວ່າບໍ່ມີຫຍັງສົມບູນແບບສະເໝີໄປ
ຍອມຮັບເທາະ! ບາງມື້ມັນກໍຍາກຫຼາຍທີ່ເຈົ້າຈະສາມາດລວມພະລັງທັງໝົດຂອງເຈົ້າເພື່ອອອກກຳລັງກາຍ. ສະນັ້ນເຈົ້າຕ້ອງເຮັດຫຍັງຈັກຢ່າງ ຫຼື ຍອມຮັບມັນວ່າເຈົ້າບໍ່ໄດ້ຮູ້ສຶກດີສຸດໆ ແລະ ຍັງຄົງເມື່ອຍກັບການເຮັດສິ່ງຕ່າງໆ ແລະ ອອກກຳລັງກາຍຕໍ່ໄປດ້ວຍການເຮັດກິດຈະກຳເບົາໆ ເຊັ່ນ: ແລ່ນຊ້າໆແທນທີ່ຈະນອນແຊ່ຢູ່ໜ້າໂທລະພາບ.
7. ກຳນົດເວລາ
ຈາກງານວິໄຈລະບຸວ່າ ເຈົ້າຈະເຫັນເຖິງປະໂຫຍດຂອງການອອກກຳລັງກາຍໂດຍແບ່ງເປັນສາມສ່ວນ ສ່ວນລະ 10 ນາທີ. ໃນ 30 ນາທີຕໍ່ມື້ ເຈົ້າອາດຈະຍ່າງໄວອ້ອມສວນສາທາລະນະຈັກອ້ອມລະ 10 ນາທີ ສາມອ້ອມກໍໄດ້ ຫຼື ລອງອອກກຳລັງກາຍເບົາໆ 20 ນາທີໃນຕອນເຊົ້າ ແລະ ອອກກຳລັງກາຍແບບໜັກອີກ 10 ນາທີໃນຕອນແລງ. Farrell ໄດ້ກ່າວວ່າ "ເຮັດເທື່ອລະໜ້ອຍເທື່ອລະໜ້ອຍ ແທນທີ່ຈະບອກວ່າຂ້ອຍບໍ່ມີເວລາຫຼາຍເຖິງເຄິ່ງຊົ່ວໂມງເພາະສະນັ້ນຂ້ອຍຈະບໍ່ເຮັດມັນ" ແຕ່ພະຍາຍາມທີ່ຈະຄິດວ່າ "ໄດ້ອອກກຳລັງກາຍຈັກ 10 ຫຼື 15 ນາທີກໍຍັງດີກວ່ານັ່ງຢູ່ເສີຍໆ".
8. ກຳນົດເປົ້າໝາຍຂອງເຈົ້າ
ຖ້າມີຄົນມາຖາມເຈົ້າວ່າເປັນຫຍັງຕ້ອງການທີ່ຈະອອກກຳລັງກາຍ? ຄຳຕອບຂອງເຈົ້າບໍ່ຄວນທີ່ຈະເປັນ "ເພາະຂ້ອຍເຊື່ອວ່າ" ຫຼື "ເພາະມັນເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດມັນ" ເຈົ້າຄວນມີຄວາມຕ້ອງການແທ້ໆ ແລະຮູ້ແທ້ໆວ່າ ເປັນຫຍັງເຈົ້າຈຶ່ງຕ້ອງການອອກກຳລັງກາຍ, ເຈົ້າຄວນກຳນົດເປົ້າໝາຍທີ່ຊັດເຈນ ແລະ ດີກວ່າທີ່ເປັນຢູ່". ທັງໝົດນີ້ຄືຄຳແນະນຳຈາກ Pearl.
ນອກຈາກນີ້ Farrell ຍັງໄດ້ແນະນຳວ່າຄວນຂຽນລົງໄປໃນປຶ້ມບັນທຶກ ຫຼື ເຈ້ຍຈົດບັນທຶກວ່າ ເປັນຫຍັງເຈົ້າຈຶ່ງຕ້ອງການອອກກຳລັງກາຍ ແລະ ເຈົ້າຫວັງຄວາມສຳເລັດຫຍັງຈາກການອອກກຳລັງກາຍນີ້? ເຊັ່ນ ຕ້ອງການຍົກນໍ້າໜັກໃຫ້ໄດ້ນ້ຳໜັກຫຼາຍຂຶ້ນ ຫຼື ຕ້ອງການຫຼຸດຄວາມສ່ຽງຕໍ່ການເປັນພະຍາດຫົວໃຈ ເປັນຕົ້ນ.
9. ໃຫ້ຄວາມສຳຄັນກັບເປົ້າໝາຍ ແລະ ເຮັດໃຫ້ສຳເລັດ
ແນ່ນອນວ່າເຈົ້າຈະຮູ້ສຶກເມື່ອຍເກືອບຕາຍ ເມື່ອໂມງປຸກດັງໃນຕອນເຊົ້າບົ່ງບອກວ່າເຈົ້າຕ້ອງຕື່ນໄປອອກກຳລັງກາຍ. ແຕ່ຈົ່ງເຕືອນຕົວເອງໄວ້ສະເໝີວ່າ ມັນດີແນວໃດ ແລະເຈົ້າຈະຮູ້ສຶກເຖິງພະລັງທີ່ກັບມາໃນພາຍຫຼັງທີ່ເຈົ້າໄດ້ອອກກຳລັງກາຍ - Harris ໄດ້ກ່າວໄວ້ ແລະ ຈົ່ງຈື່ໄວ້ວ່າ ເມື່ອເຈົ້າໃກ້ເຖິງເປົ້າໝາຍຮ່າງກາຍເຈົ້າຈະຮູ້ສຶກບໍ່ສະບາຍເລັກນ້ອຍ ແລະ ນັ້ນຄືສັນຍານເຕືອນວ່າ ຮ່າງກາຍເຈົ້າກຳລັງເຂັ້ມແຂງຂຶ້ນ, ກ້າມຊີ້ນຂອງເຈົ້າກຳລັງຖືກສ້າງຂຶ້ນຈາກການອອກກຳລັງກາຍຂອງເຈົ້າ.
ເມື່ອອ່ານ 9 ວິທີປຸກຄວາມຢາກອອກກຳລັງກາຍໃນຕົວຈົບແລ້ວ ເຮົາກໍອອກໄປແລ່ນກັນເທາະ! ແຕ່ຢ່າລືມກຳນົດເປົ້າໝາຍຂອງຕົວເຈົ້າເອງນຳເດີວ່າ ເຈົ້າຕ້ອງການຫຍັງໃນການອອກກຳລັງກາຍເທື່ອນີ້. ແລ້ວພົບກັນໃໝ່.
ຂໍຂອບໃຈ
ຂໍ້ມູນ : Playboy via sanook