ເບິ່ງດວງລາຍວັນປະຈໍາວັນສຸກ ທີ 3 ມັງກອນ 2020 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ດ້ວຍຄວາມສະຫລຽວສະຫລາດ ແລະ ຄວາມຂະຫຍັນຈະເຮັດໃຫ້ຕົນເອງນັ້ນປະສົບຄວາມສຳເລັດ
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫລອດໃນຊ່ວງນີ້ ບໍ່ສາມາດຫຼີກລ້ຽງລາຍຈ່າຍໃດໆໄດ້ເລີຍ
ຄວາມຮັກ ລະວັງເລື່ອງອາລົມ ແລະ ຄວາມໃຈຮ້ອນທີ່ສົ່ງຜົນຕໍ່ຄວາມຂັດແຍ້ງກັບຄົນຮັກໃນເລື່ອງຫຶງຫວງ
ເຄື່ອງມຸງຄຸນ ຫີນນໍາໂຊກສີຂາວ
ສີມຸງຄຸນ ສິແດງ
ເລກນຳໂຊກ 9
ວັນຈັນ
ການງານ ຮູ້ວິທີການແນວທາງໃນການທໍຳມາຫາກິນໃນຮູບແບບໃໝ່ຈະສາມາດຫາເງິນໄດ້ຢ່າງຕໍ່ເນື່ອງ ຈະເລີນຮຸ່ງເຮືອງ
ການເງິນ ມີໂຊກຈະໄດ້ເງິນ ຈະພົບຜູ້ອຸບປະຖຳ ຫລືຄົນຮັກຈະອຸບປະຖຳທາງດ້ານການເງິນ
ຄວາມຮັກ ຈະພົບຄົົນທີ່ເກັ່ງ ມີຄວາມສາມາດ ທ່ານເປັນຄົົນທີ່ມີຕຳແໜ່ງສູງກວ່າ ຫລືເປັນຄົົນທີ່ມີອາຍຸຫລາຍກວ່າ
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີດໍາ
ເລກນຳໂຊກ 1
ວັນຄານ
ການງານ ວຽກງານຫລາຍເປັນພິເສດ ຈະຕ້ອງຕິດຕໍ່ເຈລະຈາຫລາຍ ຈະໄດ້ຜົນປະໂຫຍດຈາກການງານຄ່ອນຂ້າງຫລາຍເປັນພິເສດ
ການເງິນ ຈະໄດ້ເງິນກ້ອນເຂົ້າມາຢ່າງຕໍ່ເນື່ອງໃນຊ່ວງນີ້
ຄວາມຮັກ ລະວັງຄຳເວົ້າທີ່ສົ່ງຜົນຕໍ່ຄວາມສຳພັນດ້ານຄວາມຮັກ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 6
ວັນພຸດ
ການງານ ຈະເຮັດຫຍັງຕ້ອງມີທີ່ປຶກສາທີ່ດີຊ່ວຍວາງແຜນການເຮັດວຽກງານ ຈະກໍ່ໃຫ້ເກີດຄວາມສຳເລັດໄດ້
ການເງິນ ພະຍາຍາມຫາວິທີການໃໝ່ໃນການຫາເງິນເຂົ້າມາໃຊ້ຈ່າຍໃນຊ່ວງນີ້
ຄວາມຮັກ ມີໂອກາດເດິນທາງໄກ ແລະ ໄດ້ພົບຄົນເກັ່ງທີ່ມີຄວາມສາມາດ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 4
ວັນພະຫັດ
ການງານ ເຮັດທຸລະກິດຫຍັງປະສົບຄວາມສຳເລັດໄປທຸກຢ່າງ ເພາະມີໝູ່ເພື່ອນ ມີຜູ້ຊ່ວຍເຫລືອ ຫລືບໍລິວານທີ່ດີ
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫລອດແບບບໍ່ທັນຕັ້ງໂຕແລະ ວ່ອງໄວໃນຊ່ວງນີ້ ບໍ່ສາມາດຫຼີກລ້ຽງລາຍຈ່າຍໃດໆ ໄດ້ເລີຍ
ຄວາມຮັກ ຈະພົບໃຜບາງຄົນແບບບໍ່ທັນຕັ້ງໂຕ ເນື່ອງຈາກເປັນໝູ່ເພື່ອນແນະນຳ ຫລື ຍາດພີ່ນ້ອງແນະນຳໃຫ້ຮູ້ຈັກກັນ ແຕ່ບໍ່ມີເວລາໃຫ້ກັນປານໃດ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 0
ວັນສຸກ
ການງານ ຈະເຮັດທຸລະກິດຫຍັງກໍເປັນເງິນເປັນທອງໄປທຸກຢ່າງ
ການເງີນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໄດ້ເຄື່ອງປະດັບ ຂອງຖືກໃຈຊິ້ນໃໝ່ ຖານະດີຂຶ້ນຫລາຍໆ ກວ່າແຕ່ກ່ອນ
ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຄວາມຮັກ ມີໂອກາດພົບຮັກ ພົບຄູ່ ພົບຄົົນທີ່ຖືກໃຈ ຜູ້ທີ່ຄົບຫາກັນມາດົນແລ້ວມີໂອກາດຈະປະກາດເລື່ອງແຕ່ງງານ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີດໍາ
ເລກນຳໂຊກ 6
ວັນເສົາ
ການງານ ຈະເຮັດທຸລະກິດຫຍັງປະສົບຄວາມສຳເລັດໄດ້ເປັນຢ່າງດີໃນຊ່ວງນີ້ ເພາະເປັນຄົົນທີ່ວາງແຜນກ່ອນເຮັດສິ່ງໃດໆ
ການເງີນ ລາຍຈ່າຍມີຫລາຍເປັນພິເສດແຕ່ກໍຫາເຂົ້າມາໄດ້ຫລາຍ ແນະນຳວ່າໃຫ້ໃຊ້ຈ່າຍເທົ່າທີ່ຈຳເປັນເທົ່ານັ້ນໃນຊ່ວງນີ້
ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ຈະເລືອກຄົົນທີ່ຈະມອບຄວາມສຸກໃຫ້ກັບຕົວເອງຫລາຍກວ່າທີ່ຈະມອບຄວາມທຸກໃຫ້
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີຂາວ
ເລກນຳໂຊກ 7