ເປີດໂສມໜ້າລົດໄຟຟ້າພະລັງງານແສງຕາເວັນ ແລ່ນໄດ້ໄກກວ່າ 1,600 ກິໂລແມັດເມື່ອສາກເຕັມໜຶ່ງເທື່ອ

ທຸກມື້ນີ້ ພະລັງງານສະອາດ ໄດ້ເຂົ້າມາມີບົດບາດສຳຄັນທີ່ເຮົາຕ່າງໃຫ້ຄວາມສົນໃຈເປັນອັນດັບຕົ້ນໆກັນເປັນທີ່ຮຽບຮ້ອຍ ເນື່ອງຈກາເຮົາຕ່າງຮັບຮູ້ເຖິງຜົນກະທົບຂອງສິ່ງແວດລ້ອມທີ່ກຳລັງເສື່ອມສະຫຼາຍລົງທຸກວິນາທີ ຈຶ່ງນັບເປັນໂອກາດໃຫ້ຫຼາຍຄົນຫຼາຍທີມສ້າງສັນສິ່ງຕ່າງໆ ທີ່ລົບກວນທຳມະຊາດໜ້ອຍທີ່ສຸດໃຫ້ເຮົາໄດ້ເຫັນກັນຢູ່ຕະຫຼອດໃນໄລຍະນີ້.
ລົດໄຟຟ້າພະລັງງານແສງຕາເວັນ ໂດຍ Aptera Motors Corp. ເປັນລົດຍົນລະບົບໄຟຟ້າທີ່ສາກພະລັງງານດ້ວຍແສງຕາເວັນ ທີ່ມີພະລັງງານເຕັມປ່ຽມ ພຽງພໍທີ່ຈະພາທ່ານໂດຍສານໄດ້ໄກສຸດເຖິງ 1,000 ໄມ ຫຼື 1,600 ກິໂລແມັດ ຕໍ່ການສາກໜຶ່ງເທື່ອ. ດ້ວຍລະບົບພະລັງງານແສງຕາເວັນທີ່ຕົວລົດຍັງສາມາດກັກເກັບພະລັງງານງານເພີ່ມໄດ້ອີກ 40 ໄມຕໍ່ມື້ ແລະ ບໍ່ຈຳເປັນຕ້ອງສາກດ້ວຍໄຟຟ້າແຕ່ໃຊ້ພຽງພະລັງງານຈາກແສງຕາເວັນລ້ວນໆ.
ດ້ວຍລົດຍົນພະລັງງານແສງຕາເວັນຄັນນີ້ ທ່ານສາມາດເດີນທາງໄປໃສກໍໄດ້ ບໍ່ວ່າຈະໃກ້ ຫຼື ໄກ ກັບຄວາມສາມາດທີ່ເຮັດອັດຕາເລັ່ງຈາກ 0 – 60 ໄມ/ຊົ່ວໂມງ ດ້ວຍເວລາພຽງ 4 ວິນາທີ ດ້ວຍຫຼັກແອໂຣໄດນາມິກຈຶ່ງເຮັດໃຫ້ປະຢັດພະລັງງານຫຼາຍຂຶ້ນ, ນ້ຳໜັກເບົາແຕ່ແຂງແຮງ ແລະ ຫ້ອງໂດຍສານທີ່ຮັບປະກັນຄວາມປອດໄພທັງຜູ້ຂັບຂີ່ ແລະ ຜູ້ໂດຍສານ ພ້ອມຂະໜາດພື້ນທີ່ກວ້າງຂວາງພຽງພໍສຳລັບເກັບສິ່ງຂອງ ຫຼື ເຄື່ອງໃຊ້ຕ່າງໆ.
ລົດໄຟຟ້າພະລັງງານແສງຕາເວັນ ໂດຍ Aptera Motors Corp. ລາຄາສັ່ງຈອງລ່ວງໜ້າຢູ່ທີ່ $34,000 ເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່ເວັບໄຊ https://www.aptera.us/
ຂໍຂອບໃຈ
ຂໍ້ມູນ : tonkit via sanook