ຟິນສຸດໆ! ຊູມ six packs "ອ້າຍເສືອ" ໃນຮູບເງົາ "ຮັກມະຍ່ອມມະແຍ່ມ"

ອີກໜຶ່ງໜຸ່ມທີ່ໜ້າຈັບຕາໃນຖານະນັກສະແດງນຳຂອງຮູບເງົາ "ຮັກມະຍ່ອມມະແຍ່ມ" ສຳລັບໜຸ່ມ "ຕ່າຍ ອາກາດ" ຫຼື ກະຕ່າຍ ຂຸນຄຳ ເຊິ່ງໃນຮູບເງົາເລື່ອງນີ້ສາວໆໄປເບິ່ງແລ້ວຕ່າງກໍກ່າວເປັນສຽງດຽວກັນວ່າ ຟິນໜັກແຮງ! ຈະບໍ່ໃຫ້ຟິນໄດ້ແນວໃດ ເພາະໃນແຕ່ລະສາກທີ່ໜຸ່ມຄົນນີ້ປາກົດກາຍ ແມ່ນແກ້ເສື້ອເປັນວ່າຫຼິ້ນ.
ບົດທີ່ໜຸ່ມຄົນນີ້ສະແດງກໍຄື ໜຸ່ມ "ເສືອ" ເຊິ່ງເປັນອ້າຍຂອງ "ແມວ" (ນຸ້ຍ ສຸພາພອນ) ນາງເອກຂອງເລື່ອງ ເຊິ່ງເປັນຄອບຄົວທີ່ເຮັດແຈ່ວບອງໜັງເຄັມຂາຍ.
ສາວໆທີມຂ່າວບັນເທີງ muan.la ອອກປາກເປັນສຽງດຽວກັນວ່າ ໜຸ່ມຄົນນີ້ຖືວ່າເປັນໜຶ່ງໃນຈຸດເດັ່ນຂອງເລື່ອງ ເຊິ່ງໃນດ້ານຂອງການສະແດງ ແມ່ນກາຣັນຕີໄດ້ວ່າສົມບົດບາດ ເນື່ອງຈາກຜ່ານການສະແດງຮູບເງົາມາຫຼາຍເລື່ອງແລ້ວ ແລະ ໃນເລື່ອງນີ້ນອກຈາກທັກສະໃນການສະແດງແລ້ວ ເລື່ອງຂອງການໂຊຫຸ່ນຮອຍ ກໍເຮັດໃຫ້ສາວໆກຣີ໊ດກັນເຕັມໂຮງໄດ້ ແບບເວົ້າໄດ້ວ່າ ເອະອະແກ້ເສື້ອ.
ໃຜທີ່ຢາກເບິ່ງບົດບາດການສະແດງ ແລະ ຫຸ່ນສຸດຟິນຂອງໜຸ່ມ ຕ່າຍ ກໍສາມາດໄປເບິ່ງກັນໄດ້ກັບ "ຮັກມະຍ່ອມມະແຍ່ມ" ໃນໂຮງຮູບເງົາທົ່ວປະເທດ.
ຂໍຂອບໃຈ
ພາບ : IG: taiy_akard