ພົບກັນແນ່ນອນໄວໆນີ້ "The Survival Laos" ທີ່ຈະມາຄົ້ນຫາຜູ້ມີຄວາມສາມາດ ແລະ ຢູ່ລອດເປັນຄົນສຸດທ້າຍ

ປີ 2020 ເປັນປີທີ່ໜ້າຈັບຕາ ເພາະວົງການບັນເທີງລາວຈະກັບມາຄຶກຄື້ນອີກຄັ້ງໜຶ່ງກັບລາຍການຮູບແບບ Reality show ເຊິ່ງຫ່າງຫາຍໄປດົນ ໂດຍເມື່ອບໍ່ດົນມານີ້ໄດ້ມີການເປີດເຜີຍລາຍການໃໝ່ໃນຊື່ "The Survival Laos" ຫຼື ຊື່ໃນພາສາລາວວ່າ "ໃຜ...ຈະຢູ່ລອດ".
ລາຍການດັ່ງກ່າວນີ້ ຈະມີຮູບແບບການແບ່ງຜູ້ເຂົ້າແຂ່ງຂັນເປັນທີມ ໂດຍຈາກວິດີໂອເປີດໂຕມີຢູ່ 3 ທີມນັ້ນກໍຄື: "ໝີໃຫຍ່ ສີສົມຫວັງ" ເຊິ່ງເປັນເນັດໄອດໍ້ ແລະ ນັກຮ້ອງ, "ຕຸກກີ້ ເດິ ວ້າວລາວ" ນາງແບບ ແລະ ນັກສະແດງ ແລະ "ຄຳກູ້ ແກ້ວມະນີ" ພິທີກອນ, ນັກສະແດງ ແລະ ນາຍແບບ. ພ້ອມນີ້ກໍໄດ້ "ອ້າຍ ສົງສະໄໝວົງ" ເຊິ່ງເປັນພິທີກອນ ແລະ ນາຍແບບສັງກັດ ຕົ້ນຄຳ ໂມເດວລິງ ມາຮັບໜ້າທີ່ເປັນພິທີກອນດຳເນີນການລາຍການ.
ລາຍການດັ່ງກ່າວນີ້ຈະມີລາງວັນໃຫ້ກັບຜູ້ທີ່ຢູ່ລອດເປັນຄົນສຸດທ້າຍທີ່ສາມາດເກັບກ່ຽວເອົາຄວາມຮູ້ ແລະ ປະສົບການຈາກລາຍການ ມູນຄ່າຫຼາຍກວ່າ 10 ລ້ານກີບ.
ສຳລັບການເປີດຮັບສະໝັກຜູ້ເຂົ້າແຂ່ງຂັນ ປັດຈຸບັນແມ່ນຍັງບໍ່ທັນເປີດເຜີຍວັນທີອອກມາເທື່ອ ສາມາດຮັບຂ່າວສານ ແລະ ຕິດຕາມການເຄື່ອນໄຫວໄດ້ທີ່ເຟສບຸກທາງການ The Survival Laos.
ຂໍຂອບໃຈ
ຂໍ້ມູນ : The Suvival Laos