ຫຼັກການໃຊ້ຊີວິດຄູ່ ໃຫ້ໝັ້ນຄົງ ແລະ ຍືນຍາວ ເນື່ອງໃນໂອກາດວັນຄອບຄົວແຫ່ງຊາດ

ເມື່ອຄົນສອງຄົນຕັດສິນໃຈມາໃຊ້ຊີວິດຄູ່ຮ່ວມກັນ ຫຼື ຕັດສິນໃຈແຕ່ງດອງກັນ, ຈຸດນີ້ຖືເປັນຈຸດເລີ່ມຕົ້ນຂອງການມີຊີວິດຄອບຄົວ ເຊິ່ງຈຸດໝາຍປາຍທາງຂອງແຕ່ລະຄອບຄົວຈະເປັນແບບໃດນັ້ນ ຄົງບໍ່ສາມາດຄາດຄະເນ ຫຼື ບອກໄດ້ວ່າ ເຈົ້າສອງຄົນຈະເດີນທາງໄປນຳກັນຈົນເຖິງຈຸດໝາຍປາຍທາງດັ່ງທີ່ຜູ້ເຖົ້າຜູ້ແກ່ໄດ້ອວຍພອນໄວ້ໃນມື້ສົມລົດວ່າ “ຂໍໃຫ້ຖືໄມ້ເທົ້າຍອດທອງກະບອງຍອດເພັດ” ໄດ້ ຫຼື ບໍ່. ເພາະການທີ່ຄົນສອງຄົນຕ້ອງມາໃຊ້ຊີວິດຄູ່ຮ່ວມກັນ ໃນໄລຍະເຂົ້າໃໝ່ປາມັນ ສິ່ງໃດເຮົາກໍພໍຈະຍອມໄດ້. ແຕ່ເມື່ອຊີວິດຄູ່ເດີນທາງໄປໄດ້ໄລຍະໜຶ່ງ, ຄວາມເປັນຕົວຕົນ ນິໄສທີ່ແທ້ຈິງຂອງແຕ່ລະຄົນກໍຈະສະແດງອອກມາ. ການຈະໃຫ້ເຮົາມີນິໄສທີ່ຖືກໃຈ ດີພ້ອມສຳລັບອີກຄົນຄົງເປັນເລື່ອງທີ່ຍາກ.
ດັ່ງນັ້ນ ສິ່ງທີ່ສຳຄັນທີ່ຈະຊ່ວຍໃຫ້ຄົນສອງຄົົນທີ່ມາຈາກຕ່າງຄອບຄົວ ຕ່າງການລ້ຽງດູສາມາດມີຊີວິດຄູ່ທີ່ມີຄວາມສຸກໄດ້ຢ່າງຍືນຍາວໄດ້ນັ້ນ, ຕ້ອງອາໄສຄວາມຮ່ວມມືຈາກທັງສອງຝ່າຍທີ່ຈະຮຽນຮູ້ ແລະ ປັບຕົວເຂົ້າຫາກັນ. ຫຼັກສຳຄັນທີ່ຈະຊ່ວຍຮັກສາຄວາມສຳພັນຂອງຊີວິດຄູ່ໃຫ້ເຂັ້ມແຂງ ແລະ ໝັ້ນຄົງຍາວນານ ກໍຄື:
1. ການຍອມຮັບກັນ ແລະ ກັນ: ເປັນສິ່ງສຳຄັນເບື້ອງຕົ້ນຂອງການໃຊ້ຊີວິດຄູ່ຮ່ວມກັນ ເພາະການທີ່ຄົນສອງຄົນຕ້ອງມາໃຊ້ຊີວິດຮ່ວມກັນຕະຫຼອດຊີວິດ ຕ້ອງເຫັນໜ້າກັນທຸກມື້, ຕ້ອງມີກິດຈະກຳທຸກມື້ຮ່ວມກັນ, ຕ້ອງປຶກສາຫາລືກັນທຸກມື້, ແກ້ບັນຫາຮ່ວມກັນຢ່າງຫຼີກເວັ້ນບໍ່ໄດ້, ການຍອມຮັບກັນໃນທຸກແງ່ມຸມຈະຊ່ວຍໃຫ້ທັງສອງຢູ່ນຳກັນໂດຍບໍ່ຂັດແຍ້ງທາງຄວາມຄິດ ແລະ ອາລົມ, ບໍ່ລຳຄານກັນ, ບໍ່ເບື່ອກັນ, ບໍ່ດູໝິ່ນກັນ, ບໍ່ກຽດຊັງກັນ. ລັກສະນະການຍອມຮັບກັນ ແລະ ກັນໄດ້ ມີເຄື່ອງບົ່ງບອກຕ່າງໆ ເຊັ່ນ: ການເບິ່ງອີກຝ່າຍໃນແງ່ດີ, ພໍໃຈໃນຄູ່ຊີວິດທັງຮູບຮ່າງໜ້າຕາ, ສະຕິປັນຍາ, ຄວາມຄິດເຫັນ ແລະ ຈິດໃຈ ຈະຊ່ວຍເຮັດໃຫ້ທັງສອງສື່ສານກັນໄດ້ຢ່າງດີ. ເຖິງວ່າການຕອບສະໜອງທາງເພດສຳພັນທີ່ຄູ່ສົມລົດມອບໝາຍໃຫ້ຍອມຮັບໃນຕົວຕົນ ຮວມທັງຄ່ານິຍົມຕ່າງໆຂອງອີກຝ່າຍໜຶ່ງ.
2. ຢ່າຄາດຫວັງວ່າ “ຄູ່ຄອງຂອງເຈົ້າ” ຈະສົມບູນແບບ: ເພາະບໍ່ມີໃຜທີ່ຈະສົມບູນແບບໄປທັງໝົດ ແມ່ນແຕ່ຕົວຂອງເຮົາເອງຍັງມີທັງຈຸດທີ່ດີ ແລະ ບໍ່ດີ. ການມາໃຊ້ຊີວິດຄູ່ຮ່ວມກັນຈຳເປັນຕ້ອງຮຽນຮູ້ ທີ່ຈະເພິງພໍໃຈກັບຂໍ້ດີຂອງກັນ ແລະ ກັນ, ຍອມຮັບຂໍ້ເສຍຂອງກັນ ແລະ ກັນ. ເຮົາບໍ່ສາມາດຄາດຫວັງວ່າເຮົາຈະເຂົ້າກັນໄດ້ກັບຄູ່ຄອງຂອງເຮົາທຸກໆເລື່ອງ ຫຼື ຈະໄປຄາດຫວັງໃຫ້ເຂົາເຮັດໃນສິ່ງທີ່ເຮົາຕ້ອງການ, ແຕ່ຕ້ອງອາໄສວິທີ “ການປັບຕົວ” ເຂົ້າຫາກັນ ດ້ວຍການປ່ຽນແປງພຶດຕິກຳຂອງຕົວເອງ ແລະ/ຫຼື ປັບຕົວໃຫ້ຍອມຮັບສິ່ງທີ່ອີກຝ່າຍເປັນ ເພື່ອໃຫ້ຢູ່ກັບເຂົາຢ່າງບໍ່ຕ້ອງເປັນທຸກ. ເພາະນິໄສບາງຢ່າງບໍ່ສາມາດປັບກັນໄດ້ ຈຶ່ງຢ່າຄາດຫວັງໃຫ້ເບິ່ງສ່ວນທີ່ດີເຊິ່ງກັນ ແລະ ກັນ.
3. ຮູ້ຈັກທີ່ຈະສື່ສານກັນ: ໃນທາງຈິດຕະວິທະຍາຖືວ່າ ເປັນການສື່ສານເປັນເລື່ອງສຳຄັນອັນໜຶ່ງຂອງຊີວິດຄູ່ ເພາະການສື່ສານເປັນການໃຊ້ພາສາເພື່ອໃຫ້ອີກຝ່າຍເຂົ້າໃຈຄວາມຄິດ, ຄວາມຮູ້ສຶກ ແລະ ຄວາມຕ້ອງການຂອງກັນ ແລະ ກັນ. ແຕ່ໃນຄວາມເປັນຈິງທີ່ພົບໃນຊີວິດຄູ່ ຍິ່ງຢູ່ກັນດົນຄູ່ຜົວເມຍກໍຍິ່ງຈະສື່ສານກັນນ້ອຍລົງ ແລະ ຄິດເອົາເອງວ່າຢູ່ກັນມາຕັ້ງດົນໜ້າຈະຮູ້ວ່າອີກຝ່າຍຄິດ ແລະ ຕ້ອງການຫຍັງ ເຊິ່ງຖ້າເບິ່ງແລ້ວເຂົ້າໃຈຖືກກໍດີໄປ ຖ້າແປຄວາມໝາຍຜິດກໍອາດເຮັດໃຫ້ຄອບຄົວມີບັນຫາໄດ້. ທາງທີ່ດີຄວນຮຽນຮູ້ທີ່ຈະເວົ້າ ແລະ ສະແດງອອກວ່າເຈົ້າຮູ້ສຶກແນວໃດ ເພື່ອໃຫ້ອີກຝ່າຍເຂົ້າໃຈວ່າເຈົ້າກຳລັງຮູ້ສຶກແນວໃດ ແລະ ຕ້ອງການຫຍັງ.
4. ການຮູ້ຈັກຂໍອະໄພຈາກກັນ: ຫາກຄູ່ສົມລົດຍອມຮັບເຊິ່ງກັນ ແລະ ກັນເທົ່າທີ່ສາມາດຍອມຮັບກັນໄດ້ ແລະ ພະຍາຍາມປັບຕົວໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້, ແຕ່ກໍຍັງມີເລື່ອງທີ່ຄູ່ຂອງເຮົາເຮັດໃນສິ່ງທີ່ກໍ່ໃຫ້ເກີດຄວາມເສຍໃຈຂຶ້ນໃນຄວາມສຳພັນລະຫວ່າງກັນ. ທັງສອງຄວນຮູ້ຈັກໃຫ້ອະໄພ ບໍ່ເກັບຄວາມແຄ້ນເຄືອງຂຸ່ນເຄືອງໄວ້ໃນໃຈ. ສິ່ງນີ້ຖືເປັນສິ່ງທີ່ດີຫຼາຍໃນຊີວິດສົມລົດ.
5. ການມີເວລາຢູ່ຮ່ວມກັນ: ຫຼັງແຕ່ງດອງຄູ່ສົມລົດຄວນມີເວລາໃຫ້ກັນ ເພື່ອໃຊ້ເວລາໃນການຢູ່ຮ່ວມກັນ. ສິ່ງນີ້ຖືເປັນສິ່ງສຳຄັນສຳລັບຊີວິດຄູ່ ເພາະການມີເວລາຢູ່ຮ່ວມກັນຍອມຮັບເຮັດໃຫ້ເຈົ້າສາມາດສື່ສານກັບຄູ່ໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ໂດຍສະເພາະໃນຍຸກປັດຈຸບັນທີ່ຕ່າງຄົນຕ່າງຕ້ອງເຮັດວຽກນອກເຮືອນ, ເວລາມີໃຫ້ກັນອາດຈະບໍ່ເທົ່າໃດ ແຕ່ເຈົ້າທັງສອງສາມາດເຮັດໃຫ້ເວລາທີ່ມີຢູ່ໃນແຕ່ລະມື້ມີຄຸນນະພາບຢ່າງແທ້ຈິງ ໂດຍການເຮັດກິດຈະກຳທີ່ພໍໃຈ ແລະ ມີຄວາມສຸກຮ່ວມກັນ ຕະຫຼອດຈົນເຈົ້າຄວນໃຫ້ຄວາມສົນໃຈຕໍ່ສິ່ງທີ່ເຈົ້າມັກດ້ວຍເຊັ່ນກັນ. ແນວໃດກໍຕາມການມີຊ່ອງວ່າງໃນຄວາມສຳພັນລະຫວ່າງກັນດ້ວຍຄວນເປັນເລື່ອງທຳມະດາ ແລະ ອາດເປັນສີສັນໃນການໃຊ້ຊີວິດຄູ່.
6. ເພດສຳພັນໃນຊີວິດຄູ່: ການສ້າງຄວາມສົມດຸນໃນເລື່ອງເພດສຳພັນ ຄວນນຳມາເຊິ່ງຄວາມເພິງພໍໃຈຂອງຄູ່ສົມລົດ ແລະ ຖືເປັນເລື່ອງສຳຄັນຢ່າງຍິ່ງທີ່ຈະຊ່ວຍໃຫ້ຊີວິດຄູ່ເປັນໄປດ້ວຍດີ ແລະ ເປັນສຸກ. ຄູ່ສົມລົດຈຳເປັນຕ້ອງຮຽນຮູ້ຄວາມຕ້ອງການຂອງກັນ ແລະ ກັນ ຮູ້ວ່າຄູ່ຂອງເຮົາມັກ ຫຼື ບໍ່ມັກຫຍັງ, ແບບໃດກັນທີ່ເຮັດໃຫ້ຄູ່ຂອງເຮົາມີຄວາມສຸກ ເພື່ອນຳໄປສູ່ການປັບປຸງຄວາມສຳພັນທາງເພດໃຫ້ເພິງພໍໃຈນຳກັນທັງສອງຝ່າຍ.
7. ຮຽນຮູ້ ແລະ ທຳຄວາມເຂົ້າໃຈທຳມະຊາດຄວາມແຕກຕ່າງລະຫວ່າງເພດຊາຍ ແລະ ເພດຍິງ: ເພາະຄວາມແຕກຕ່າງລະຫວ່າງເພດສົ່ງຜົນຕໍ່ຄວາມຄິດ ແລະ ພຶດຕິກຳຕ່າງກັນ, ທຳມະຊາດຜູ້ຊາຍຈະມັກໃຊ້ເຫດຜົນ ບໍ່ສົນໃຈເລື່ອງຄວາມຮູ້ສຶກມີຄວາມສຸຂຸມ ແລະ ແຂງແຮງຫຼາຍກວ່າ, ຕ້ອງການຄວາມເປັນສ່ວນຕົວ, ຢ້ານການຂາດອິດສະຫຼະ, ແຕ່ຕ້ອງການເບິ່ງແຍງເອົາໃຈໃສ່, ຖືອຳນາດ, ກຽດ ແລະ ສັກສີ, ຕ້ອງການເປັນຜູ້ນຳ, ບໍ່ມັກເວົ້າເລື່ອງໄຮ້ສາລະ, ບໍ່ມັກການຖືກຕຳໜິ ແລະ ການຈົ່ມ. ໃນຂະນະທີ່ຜູ້ຍິງຈະມີລັກສະນະກົງກັນຂ້າມ ແຕ່ຫາກເບິ່ງວ່ານີ້ຄືທຳມະຊາດທີ່ແຕກຕ່າງກັນ ແລະ ພ້ອມທີ່ຈະປັບຕົວໃຫ້ເຂົ້າກັນໄດ້ ແລະ ຮູ້ຈັກໃຊ້ສ່ວນດີຂອງແຕ່ລະຝ່າຍທີ່ທຳມະຊາດສ້າງມາ ເມື່ອນັ້ນຊີວິດຄູ່ຈະມີຄວາມສຸກ.
8. ຮູ້ຈັກພາລະໜ້າທີ່ໃນຄອບຄົວ ແລະ ຊ່ວຍເຫຼືອກັນ: ຜົວ-ເມຍຈະມີບົດບາດ ແລະ ໜ້າທີ່ຂອງຕົນເອງ. ໂດຍທົ່ວໄປທັງສອງຈະມີບົດບາດໜ້າທີ່ສຳຄັນໃນການເປັນຜົວເມຍ, ການຫາລ້ຽງຊີບ, ເຮັດວຽກເຮືອນ ແລະ ລ້ຽງລູກ. ດັ່ງນັ້ນຈຶ່ງຄວນລົມກັນວ່າ ແຕ່ລະຝ່າຍມີບົດບາດໜ້າທີ່ດັ່ງກ່າວຫຼາຍໜ້ອຍສໍ່າໃດ ແລະ ແນວໃດ.
9. ການຈັດການກັບຄວາມຂັດແຍ້ງ: ຄວາມຂັດແຍ້ງຖືເປັນເລື່ອງປົກກະຕິຂອງການໃຊ້ຊີວິດຄູ່. ດັ່ງນັ້ນເມື່ອເກີດຄວາມຂັດແຍ້ງ ການເວົ້າຈາຢ່າງກົງໄປກົງມາຈະຊ່ວຍໃຫ້ສະຖານະການດີຂຶ້ນ ເພາະຈະນຳໄປສູ່ການຫາແນວທາງແກ້ໄຂຮ່ວມກັນ. ຈຸດສຳຄັນໃນການເວົ້າຈາ ບໍ່ຄວນເວົ້າຈາກັນໃນຂະນະທີ່ອາລົມເຄັ່ງຕຶງ, ເພາະຈະນຳໄປສູ່ການໂຕ້ຖຽງກັນຫຼາຍກວ່າ. ຄວນລໍຖ້າໃຫ້ຕ່າງຝ່າຍຕ່າງອາລົມເຢັນ ແລ້ວມາເວົ້າຈາປັບຄວາມເຂົ້າໃຈ ແລະ ຮ່ວມກັນແກ້ໄຂບັນຫາທີ່ເກີດຂຶ້ນ.
10. ເສີມຄວາມຮັກໃຫ້ເຕີບໂຕ: ເມື່ອຄູ່ສົມລົດຕ້ອງການໃຊ້ຊີວິດຄູ່ຮ່ວມກັນ ທັງສອງຕ່າງກໍຕ້ອງການຄວາມຮັກ, ຄວາມເຂົ້າໃຈ ແລະ ການເບິ່ງແຍງເອົາໃຈໃສ່ເຊິ່ງກັນ ແລະ ກັນ. ດັ່ງນັ້ນການສະແດງອອກວ່າຮັກ ແລະ ເຫັນຄຸນຄ່າຂອງກັນ ແລະ ກັນຢ່າງສະໝໍ່າສະເໝີຖືເປັນເລື່ອງສຳຄັນ ເພາະຈະເປັນສິ່ງທີ່ຈະຊ່ວຍໃນການຫຼໍ່ລ້ຽງຈິດໃຈຂອງທັງສອງຝ່າຍ.
11. ບໍລິຫານຈັດການເລື່ອງການເງິນ: ເພາະບັນຫາເລື່ອງການເງິນມັກເປັນບັນຫາໃຫຍ່ກັບຄູ່ສົມລົດໃໝ່ເນື່ອງຈາກກຳລັງຢູ່ໃນຳໄລຍະສ້າງຄອບຄົວ ແລະ ມີພາລະທີ່ຕ້ອງໃຊ້ຈ່າຍຫຼາຍກວ່າຊີວິດໂສດ. ດັ່ງນັ້ນ ຄູ່ສົມລົດບໍ່ຄວນປິດບັງກັນໃນເລື່ອງການເງິນ, ຕ້ອງການວາງແຜນຮ່ວມກັນກ່ຽວກັນການໃຊ້ຈ່າຍເພື່ອຄອບຄົວ ໂດຍຄວນປະຢັດ ແລະ ໃຊ້ເປັນເລື່ອງຈຳເປັນ. ສ່ວນໜຶ່ງຕ້ອງກັນໄວ້ເປັນເງິນທ້ອນສຳລັບສະມາຊິກໃນອະນາຄົດ, ບໍ່ຄວນໃຫ້ບັນຫາເສດຖະກິດເປັນສາເຫດຂອງບັນຫາອື່ນໆ ທີ່ຈະສ້າງຄວາມຂັດແຍ້ງໃຫ້ຊີວິດບໍ່ມີຄວາມສຸກ.
12. ມີຊີວິດທີ່ເປັນຂອງຕົນເອງນຳ: ເພາະເຖິງແມ່ນວ່າທັງສອງຈະແຕ່ງດອງກັນ ແຕ່ຕ່າງຝ່າຍຕ່າງກໍຍັງມີຄວາມເປັນຕົວຂອງຕົວເອງ. ດັ່ງນັ້ນ ຈຶ່ງບໍ່ຄວນຮັກ ຫຼື ໃສ່ໃຈຄົນອ້ອມຂ້າງຈົນລະເລີຍຕົນເອງໄປ. ໃຫ້ລະນຶກໄວ້ສະເໝີວ່າ ບໍ່ມີໃຜຢາກຮັກ ຫຼື ຜູກພັນກັບຄົົນທີ່ບໍ່ຮັກຮອດຕົນເອງ, ບໍ່ເບິ່ງແຍງຕົນເອງເປັນເລື່ອງສຳຄັນ ເພາະຫາກເຈົ້າຮູ້ຈັກເບິ່ງແຍງຕົນເອງ ເຈົ້າກໍຈະມີຄວາມພ້ອມທີ່ຈະເບິ່ງແຍງຄົນຮັກໄດ້ດີເຊັ່ນກັນ.
ຂໍຂອບໃຈ
ຂໍ້ມູນ : sanook