ຮູ້ຈັກ "ສິນສົມສ້າງ" ແລະ "ຊັບເດີມ" ສິ່ງທີ່ຄູ່ສ້າງຄອບຄົວຄວນຮູ້

ໃນການແຕ່ງດອງເປັນຄູ່ຜົວເມຍ ນອກຈາກການຕົກລົງປົງໃຈຂອງຄູ່ບ່າວສາວແລ້ວ ອີກສິ່ງໜຶ່ງທີ່ຄວນສຶກສາໄວ້ກໍຄື ເລື່ອງຂອງ "ສິນສົມສ້າງ" ແລະ "ຊັບເດີມ" ເຊິ່ງຈະເກີດຂຶ້ນທັນທີທີ່ມີສາຍພົວພັນຄອບຄົວເກີດຂຶ້ນຫຼັງຈາກແຕ່ງດອງກັນ.
ເນື່ອງໃນວັນຄອບຄົວແຫ່ງຊາດ ເຊິ່ງກົງກັບວັນທີ 24 ທັນວາ 2019 ນີ້, muan.la ຂໍສະເໜີໃຫ້ທ່ານຜູ້ອ່ານຮູ້ຈັກກ່ຽວກັບ "ສິນສົມສ້າງ" ແລະ "ຊັບເດີມ" 2 ສິ່ງທີ່ຄູ່ສ້າງຄອບຄົວຄົວຄວນຮູ້ໄວ້.
ຊັບເດີມ ແລະ ສິນສົມສ້າງແມ່ນຫຍັງ?
ອີງຕາມກົດໝາຍຄອບຄົວ ສະບັບປັບປຸງ ປີ 2008 ລະບຸໄວ້ວ່າ ຊັບເດີມ ແມ່ນຊັບສົມບັດທີ່ຜົວ ຫຼື ເມຍ ໄດ້ມາກ່ອນການແຕ່ງດອງ ຫຼື ແມ່ນ ຊັບສົມບັດທີ່ໄດ້ມາຈາກການສືບທອດມູນມໍລະດົກ ຫຼື ຈາກການມອບ ຫຼື ການຍົກຊັບໃຫ້ຜົວ ຫຼື ເມຍສະເພາະພາຍຫຼັງການແຕ່ງດອງ ແລະ ແມ່ນຊັບສົມບັດຂອງຜົວ ຫຼື ເມຍທີ່ຍັງຄົງຢູ່ ຫຼື ປ່ຽນສະພາບໄປເປັນຊັບສິ່ງຂອງໃໝ່ແລ້ວ.
ນອກຈາກນີ້ ດອກເບ້ຍ, ລາຍໄດ້ ແລະ ໝາກຜົນ ທີ່ເກີດຈາກ ຊັບເດີມຂອງຜົວ ຫຼື ເມຍ ໃຫ້ຖືເປັນຊັບເດີມຂອງຜູ້ນັ້ນ ເວັ້ນເສຍແຕ່ ຜົວ ຫຼື ເມຍ ຫາກໄດ້ປະກອບສ່ວນ ເຂົ້າໃນການຜະລິດ ຫຼື ການສ້າງສາຮ່ວມກັນນັ້ນ ລາຍໄດ້ ແລະ ໝາກຜົນ ໃຫ້ຖືເປັນສິນສົມສ້າງ.
ສ່ວນ ສິນສົມສ້າງ ແມ່ນ ຊັບສົມບັດທີ່ຄູ່ຜົວເມຍນັ້ນ ສ້າງສາ ແລະ ຫາມາໄດ້ໃນເວລາເປັນຜົວເມຍນຳກັນ ເວັ້ນແຕ່ຊັບສິ່ງຂອງທີ່ເປັນເຄື່ອງໃຊ້ສ່ວນຕົວ ເຊິ່ງບໍ່ມີມູນຄ່າສູງ.
ລາຍໄດ້ທັງໝົດທີ່ຜົວ ຫຼື ເມຍໄດ້ຮັບໃນເວລາຢູ່ຮ່ວມກັນ ຫຼື ແຍກກັນຢູ່ນັ້ນ ໃຫ້ຖືເປັນ ສິນສົມສ້າງ. ສຳລັບໜີ້ສິນທີ່ກູ້ຢຶມມາພາຍຫຼັງທີ່ໄດ້ແຍກກັນຢູ່ ເພື່ອຜົນປະໂຫຍດຂອງຄອບຄົວ ຫຼື ໂດຍມີການຕົກລົງເຫັນດີນຳກັນນັ້ນ ຜົວເມຍຕ້ອງຮັບຜິດຊອບຮ່ວມກັນ, ຖ້າຫາກກູ້ຢຶມມາເພື່ອຜົນປະໂຫຍດສ່ວນຕົວ ຫຼື ໂດຍບໍ່ມີການຕົກລົງເຫັນດີນຳກັນ ໃຫ້ແຕ່ລະຄົນຮັບຜິດຊອບຕໍ່ໜີ້ສິນນັ້ນເອົາເອງ.
ນອກຈາກນີ້ ການນຳເອົາສິນສົມສ້າງ ຫຼື ຊັບເດີມ ຂອງຝ່າຍໃດຝ່າຍໜຶ່ງ ທີ່ມີມູນຄ່າເກີນກວ່າສອງສ່ວນສາມ (2/3) ຂອງມູນຄ່າຊັບເດີມນັ້ນ ໃຊ້ຈ່າຍເຂົ້າໃນການສ້ອມແປງຊັບເດີມຂອງອີກຝ່າຍໜຶ່ງ ກໍໃຫ້ຖືເປັນສິນສົມສ້າງ.
ສິນສົມສ້າງ ສາມາດເອົາໄປນຳໃຊ້ແນວໃດ?
ອີງຕາມກົດໝາຍ, ຜົວເມຍມີສິດເທົ່າທຽມກັນກ່ຽວກັບສິນສົມສ້າງ ໂດຍບໍ່ຂຶ້ນກັບ ວ່າຈະແມ່ນຜົວ ຫຼື ເມຍ ເປັນຜູ້ຫາຊັບສິ່ງຂອງນັ້ນມາໄດ້. ຜົວເມຍມີສິດນຳໃຊັສິນສົມສ້າງ ຢ່າງສົມເຫດສົມຜົນ ຕາມຄວາມຮຽກຮ້ອງຕ້ອງການຂອງຄອບຄົວ. ສຳລັບ ສິດໄດ້ຮັບໝາກຜົນ ແລະ ຊີ້ຂາດກ່ຽວກັບສິນສົມສ້າງ ເຊິ່ງມີມູນຄ່າສູງນັ້ນຕ້ອງມີຄວາມເປັນເອກະພາບນຳກັນເສຍກ່ອນ ເຊັ່ນ: ການຊື້ຂາຍສິດນຳໃຊ້ທີ່ດິນ ຫຼື ເຮືອນ ຫຼື ການນຳເອົາສິນສົມສ້າງໄປຄ້ຳປະກັນ ເປັນຕົ້ນ.
ເວລາຢ່າງຮ້າງກັນ ຄູ່ຜົວເມຍຈະແບ່ງປັນຊັບສົມບັດແນວໃດ?
ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ ໃຫ້ປະຕິບັດ ດັ່ງນີ້:
1) ຊັບເດີມຂອງຝ່າຍໃດ ກໍໃຫ້ເປັນກຳມະສິດຂອງຝ່າຍນັ້ນ;
2) ສິນສົມສ້າງຂອງຄູ່ຜົວເມຍ ໃຫ້ແບ່ງປັນກັນຄົນລະເຄິ່ງ ເວັ້ນເສຍແຕ່ ຜົວ ຫຼື ເມຍ ຫາກເປັນຜູ້ກະທຳຜິດໃນສະຖານທຳມິດສະຈານ, ສໍ້ໂກງ ຫຼື ຍັກຍອກສິນສົມສ້າງ ໂດຍມີຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ, ຝ່າຍທີ່ຜິດນັ້ນ ກໍຈະໄດ້ຮັບພຽງແຕ່ໜຶ່ງສ່ວນສາມ (1/3) ຂອງສິນສົມສ້າງເທົ່ານັ້ນ.
ໃນກໍລະນີ ທີ່ລູກຍັງບໍ່ທັນຮອດກະສຽນອາຍຸ ຫາກໄດ້ຢູ່ນຳຜູ້ໃດ ຜູ້ນັ້ນກໍຈະໄດ້ຮັບສ່ວນແບ່ງໜຶ່ງສ່ວນສາມ (1/3) ຂອງສິນສົມສ້າງນັ້ນ ເພື່ອເປັນການລ້ຽງດູລູກ. ສ່ວນທີ່ເຫຼືອນັ້ນ ໃຫ້ຜົວເມຍ ແບ່ງປັນກັນຄົນລະເຄິ່ງ.
ໃນກໍລະນີທີ່ສິນສົມສ້າງ ຫາກບໍ່ພຽງພໍກັບການລ້ຽງດູລູກ ກໍໃຫ້ສືບຕໍ່ປະຕິບັດ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 35 ຂອງກົດໝາຍຄອບຄົວ ຈົນກວ່າເດັກຈະຮອດກະສຽນອາຍຸ ສິບແປດປີ.
ສິນສົມສ້າງ ຈະໄດ້ແບ່ງປັນກັນພາຍຫຼັງທີ່ຜົວເມຍນັ້ນໄດ້ຢ່າຮ້າງກັນ. ໃນກໍລະນີທີ່ຜົວເມຍຫາກໄດ້ແຍກກັນຢູ່ ຫຼື ຜົວເມຍ ຫາກໄດ້ລັກເອົາສິນສົມສ້າງ ໄປນຳໃຊ້ໃນທາງທີ່ບໍ່ຖືກຕ້ອງ ຫຼື ບໍ່ມີຄວາມບໍລິສຸດໃຈ ຕໍ່ສິນສົມສ້າງນັ້ນ, ສິນສົມສ້າງອາດຈະຖືກແບ່ງປັນຕາມການສະເໜີຂອງຝ່າຍໃດຝ່າຍໜຶ່ງກໍໄດ້.